ພິທີ ປະກາດບ້ານ ຫ້ວຍແມງ ເມືອງປາກທາ ແຂວງບໍ່ແກ້ວ ເປັນບ້ານວັດທະນະທໍາໃໝ່ ບ້ານທີ 25 ຂອງເມືອງປາກທາ, ຕິດພັນກັບການສະເຫຼີມສະຫຼອງບຸນກິນຈຽງ ຫຼື ບຸນປີໃໝ່ ຂອງຊົນເຜົ່າ ອິວມຽນ ໄດ້ຈັດຂື້ນໃນ ວັນທີ 8 ກຸມພາ 2026, ເປັນກຽດເຂົ້າຮ່ວມຂອງທ່ານ ສາລີ ວັນນະສານ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງປາກທາ, ມີທ່ານ ນາງ ບຸນຍົກ ແສງສະຫວ່າງ ກໍາມະການພັກແຂວງ, ຫົວຫນ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງບໍ່ແກ້ວ,ທ່ານ ບຸນປະສິດ ຈັນທອງໃສ ກໍາມະການພັກເມືອງ, ຫົວໜ້າຫ້ອງການວັດທະນະທໍາແລະການທ່ອງທ່ຽວ ເມືອງປາກທາ, ມີບັນດາທ່ານ ການນໍາ ຂອງເມືອງ, ເຖົ້າແກ່ ແນວໂຮມ, ພໍ່ແມ່ປະຊາຊົນພາຍໃນບ້ານ ຕະຫຼອດຮອດແຂກເຊີນ ຈາກບ້ານອ້ອມຂ້າງ ເຂົ້າຮ່ວມ.
ທ່ານ ໃຈເຊັງ ແຊ່ລີ້ ນາຍບ້ານໆຫ້ວຍແມງ ໄດ້ຜ່ານ ບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ໃນໄລຍະ 1 ປີຜ່ານມາ ເຊິ່ງບ້ານຫ້ວຍແມງ ຕັ້ງຢູ່ທາງທິດໃຕ້ຂອງເມືອງປາກທາ ຫ່າງຈາກເທດສະບານເມືອງ 29 ກິໂລແມັດ, ພູມສັນຖານ ເປັນພູດອຍ 95 %, ມີ 44 ຄົວເຮືອນ, 47 ຄອບຄົວ, ມີພົນລະເມືອງ ທັງໝົດ 287 ຄົນ, ຍິງ137 ຄົນ, ເປັນຊົນເຜົ່າອິວມຽນກວມ 95 %, ຕະຫຼອດໄລຍະທີ່ຜ່ານມາ ຄະນະພັກ, ອົງການປົກຄອງບ້ານ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ ໃຫ້ພໍ່ແມ່ປະຊາຊົນ ພາຍໃນບ້ານໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ,ລະບຽບກົດໝາຍຂອງລັດ,ໂດຍການນໍາເອົາບັນດາເນື້ອໃນເອກະສານ,ມະຕິຕ່າງໆມາຜັນຂະຫຍາຍ ເຮັດໃຫ້ປະຊາົນມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ,ເຮັດໃຫ້ບ້ານມີຄວາມສະຫງົບ,ດ້ານເສດຖະກິດປະຊາຊົນ ມີອາຊີບ ປູກຝັງ ເປັນຕົ້ນຕໍ ແລະ ລ້ຽງສັດ,ບໍລິການເປັນສໍາຮອງ ມີເນື້ອທີ່ທໍາການຜະລິດ 200 ເຮັກຕາ,ໃນນີ້ ເນື້ອທີ່ໄຮ່ຄົງທີ່ 180 ເຮັກຕາ,ສະມັດຕະພາບ 1,5 ໂຕນ/ເຮັກຕາ,ໄດ້ຮັບຜົນຜະລິດ 270 ໂຕນ,ເນື້ອທີ່ນາ 10 ເຮັກຕາ ໄດ້ຮັບຜົນຜະລິດ 25 ໂຕນ, ເນື້ອທີ່ປູກພືດຜັກຕ່າງໆ 5 ເຮັກຕາ,ນອກຈາກນັ້ນພາຍໃນບ້ານ ຍັງມີສັດລ້ຽງເຊັ່ນ: ງົວ,ຄວາຍ, ໝູ ແລະສັດປີກອີກຈໍານວນໜື່ງ ໃນໄລຍະ 1 ປີຜ່ານມາ ບ້ານຫ້ວຍແມງສາມາດສ້າງລາຍຮັບໄດ້ທັງໝົດ 1,446,716,250 ກີບ( ໜື່ງຕື້ ສີ່ຮ້ອຍ ສີ່ສິບຫົກລ້ານ ເຈັດແສນ ສິບຫົກພັນ ສອງຮ້ອຍຫ້າສິບກີບ) ສະເລ່ຍໃສຫົວຄົນ ໄດ້ 5,040, 823 ກີບ/ຄົນ/ປີ, ມີຄວົເຮືອນ ວັດທະນະທໍາທັງໝົດ 35 ຄົວເຮືອນ ເທົ່າກັບ 79,54%, ປະຊາຊົນບັນດາເຜົ່າ ໄດ້ອານຸລັກ,ປົກປັກຮັກສາ ວັດທະນະທໍາ ຮີດຄອງປະເພນີຂອງຊາດ,ຂອງເຜົ່າພ້ອມທັງສົ່ງເສີມແລະຖ່າຍທອດໃຫ້ລຸ່ນລູກຫຼານໄດ້ສືບທອດຕະຫຼອດໄປ.
ພິທີ ໄດ້ຜ່ານຂໍ້ຕົກລົງຂອງທ່ານ ເຈົ້່າແຂວງບໍ່ແກ້ວ ວ່າດ້ວຍການ ປະກາດຮັບຮອງ ແລະ ມອບໃບຢັ້ງຢືນບ້ານວັດທະນະທໍາໃໝ່ ໃຫ້ແກ່ບ້ານຫ້ວຍແມງ ເປັນບ້ານ ທີ 25 ຂອງເມືອງປາກທາ, ພ້ອມທັງມອບໃບຢັ້ງຢືນ ບ້ານວັດທະນະທໍາໃໝ່ ໃຫ້ກຽດມອບໂດຍທ່ານ ນາງ ບຸນຍົກ ແສງສະຫວ່າງ ຫົວໜ້າພະແນກວັດທະນະທໍາແລະການທ່ອງທ່ຽວແຂວງບໍ່ແກ້ວ,ຂື້ນຮັບໂດຍ ທ່ານ ໃຈເຊັງ ແຊ່ລີ້ ນາຍບ້ານໆຫ້ວຍແມງ, ພ້ອມທັງ ຕັດແຖບຜ້າ,ເປີດປ້າຍ ແລະລັ່ນຄ້ອງເກົ້າບາດ ເພື່ອເປັນສັນຍາລັກຂອງການປະກາດບ້ານວັດທະນະທໍາໃໝ່ໃນຄັ້ງນີ້, ຈາກນັ້ນ ບັນດາເຖົ້າແກ່,ແນວໂຮມພາຍໃນບ້ານ ກໍ່ໄດປະຕິບັດ ຮີດຄອງປະເພນີບຸນກີນຈຽງ ຫຼືບຸນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຂອງຊົນເຜົ່າ ອິວມຽນ, ພ້ອມທັງຮັບຊົມ ສີລະປະວັນນະຄະດີ ຈາກສະຫະພັນແມ່ຍິແລະຍິງໜຸ່ມ ພາຍໃນບ້ານ ຢ່າງເບີກບານມ່ວນຊື່ນ.





ຂ່າວ: ບຸນເພັງ ທຸມມະວົງ.



