ປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ ພົບປະໂອ້ລົມພໍ່ປະຊາຊົນ ແລະ ຜູ້ມີສິດປ່ອນບັດເລືອກຕັ້ງ ບ້ານນໍ້າກໍ່, ກຸ່ມບ້ານນ້ໍາຈ້ວມ.

ທ້າຍອາທິດຜ່ານມານີ້, ທ່ານ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ, ລົງພົບປະໂອ້ລົມພໍ່ປະຊາຊົນ ແລະ ຜູ້ມີສິດປ່ອນບັດເລືອກຕັ້ງ ຢູ່ບ້ານນໍ້າກໍ່, ກຸ່ມບ້ານນ້ໍາຈ້ວມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາພັກຮາກຖານ, ອໍານາດການປົກຄອງບ້ານ, ພະນັກງານກໍ່ສ້າງຮາກຖານການເມືອງຕະຫຼອດຮອດປະຊາຊົນເຂົ້າຮ່ວມເຂົ້າຮ່ວມ.

ທ່ານ ສົມແສນ ນາຍບ້ານໆນໍ້າກໍ່ໄດ້ລາຍງານການເຄື່ອນໄຫວວຽກງານໃນໄລຍະຜ່ານມາບ້ານນໍ້າກໍ່ ຫ່າງຈາກຕົວເມືອງຫ້ວຍຊາຍປະມານ 44 ກິໂລແມັດ, ມີ 149 ຄົວເຮືອນ, ມີ 150 ຄອບຄົວ, ມີພົນລະເມືອງທັງໝົດ 758 ຄົນ, ຍິງ 377 ຄົນ, ມີ 1 ເຜົ່າຄື້, ເຜົ່າກຶມມຸ, ຜ່ານມາຄະນະພັກອໍານາດການປົກຄອງບ້ານໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ປະຊາຊົນພາຍໃນບ້ານຂອງຕົນມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ໂດຍຫຼາຍຮູບການ ແລະ ວິທີການເປັນຕົ້ນແມ່ນການເຜີຍແຜ່ເຊື່ອມຊືມມະຕິຄໍາສັ່ງ ແລະ ເອກະສານຕ່າງໆຂອງຂັ້ນເທີ່ງແຕ່ລະໄລຍະ ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ປະກອບຄໍາຄິດຄໍາເຫັນ ເປັນຕົ້ນແມ່ນບັນຫາປະກົດການຫຍໍ້ທໍ້, ບັນຫາຢາເສບຕິດ ແລະ ຂີ້ລັກງັດແຫງະອື່ນໆເປັນຕົ້ນ, ໂອກາດນີ້, ທ່ານ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ, ຍ້ອງຍໍຊົມເຊີຍທາງຄະນະພັກ, ອໍານາດການປົກຄອງບ້ານຍາດມາໄດ້ໃນໄລຍະຜ່ານມາ, ທ່ານໄດ້ເນັ້ນໜັກໃຫ້ຄະນະພັກອໍານາດການປົກຄອງບ້ານທຸກຂັ້ນຈົງພ້ອມກັນສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ພໍ່ແມ່ປະຊາຊົນໃຫ້ມີແນວຄິດອຸ່ນອ່ຽງທຸ່ນທ່ຽງ, ພ້ອມກັນແກ້ໄຂ້ບັນຫາປະກົດການຫຍໍ້ທໍ້ບ້ານໃນບ້ານຂອງຕົ້ນໃຫ້ໝົດໄປເທື່ອລະກ້າວ, ສືບຕໍ່ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າໃຫ້ມີຄວາມສາມັກຄີປອງດອງ ແລະ ຮັກສາຮີດຄອງປະເພນີອັ່ນດີງານຂອງແຕ່ລະເຜົ່າໃຫ້ລູກຫຼານໄດ້ສືບທອດໃນຕໍ່ໜ້າ. ພ້ອມດຽວກັນນີ້, ຍັງໄດ້ມອບເຄື່ອງນຸງຮົ່ມໃຫ້ພໍ່ແມ່ປະຊາຊົນຜູ້ທີທຸກຍາດຂາດເຂີນ ແລະ ໂທລະໂຄ່ງໃຫ້ບ້ານຈໍານວນ 1 ຊຸດອີກດ້ວຍ.

ທ່ານ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງຫ້ວຍຊາຍ

ພາບ,ຂ່າວ: ບຸນຈັນ ບຸນປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa