ບົດບາດທີ່ສູງສົງ ຄົງຄວາມເຂັ້ມແຂງ ແຝງຄວາມອ່ອນນ້ອມຢ່າງສະຫງ່າ ໃນບາດກ້າວຜູ້ນຳ “ ຍິງ ”

ບົດບາດທີ່ສູງສົງ ຄົງຄວາມເຂັ້ມແຂງ ແຝງຄວາມອ່ອນນ້ອມຢ່າງສະຫງ່າ ໃນບາດກ້າວຜູ້ນຳ “ ຍິງ ”

🌸💎ທ່ານ ນາງ ຈັນປິງ ໂສລະທີ ກໍາມະການພັກແຂວງ ປະທານສະຫາພັນແມ່ຍິງ ແຂວງບໍ່ແກ້ວ ໃນນາມອະນຸກໍາມະການໂຄສະນາ ແລະ ຂະບວນການ ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ V ທ່ານໄດ້ສະແດງຄວາມຮູ້ສຶກ ແລະ ຍ້ອງຍ້ອງຊົມເຊີຍ ເຖິງບັນດາທ່ານການນໍາເພດຍິງວ່າ: #ເມື່ອເວົ້າເຖິງແມ່ຍິງ ໂດຍສະເພາະແມ່ຍິງລາວ ບໍ່ວ່າຢູ່ໃນຍຸກໃດ-ສະໄໝໃດ ແມ່ຍິງລາວບັນດາເຜົ່າແມ່ນມີມູນເຊື້ອອ່ອນຫວານ, ນິ້ມນວນ, ມີວັດທະນະທຳທີ່ເປັນເອກະ ລັກຂອງຕົນເອງໃນການນຸ່ງຖື, ມີຈິດໃຈໂອ້ມເອື້ອອາລີ ແມ່ຍິງລາວອ່ອນຫວານ ແຕ່ບໍ່ອ່ອນແອ ທັງມີຄວາມດຸໝັ່ນ ຂະຫຍັນພຽນໃນການອອກແຮງແຂ່ງຂັນ ມຸ່ງໝັ້ນຕໍ່ເສັ້ນ ທາງແຫ່ງການນໍາພາ ຂອງພັກ, ກໍຄືສູນກາງສະຫະພັນແມ່ຍິງລາວ; ສະຫະພັນແມ່ຍິງ ແຂວງບໍ່ແກ້ວ ທີ່ຍາມໃດກໍໄດ້ສ້າງເງື່ອນໄຂໃຫ້ແມ່ຍິງລາວບັນດາເຜົ່າ ໄດ້ມີຊີວິດການເປັນຢູ່ດີຂຶ້ນ ທາງດ້ານວັດຖຸ ແລະ ຈິດໃຈ, ຍົກສູງສິດສະເໝີ ພາບ ແລະ ບົດບາດຍິງ-ຊາຍທຽບເທົ່າກັນໃນທຸກດ້ານ; ເອື້ອຍນ້ອງແມ່ຍິງຈຳນວນບໍ່ໜ້ອຍ ໄດ້ກາຍເປັນນັກການເມືອງ, ນັກການທູດ, ນັກວິທະຍາສາດ, ນັກປະພັນ, ອາຈານສອນ, ແພດໝໍທີ່ສຳນານງານ, ນັກປະດິດຄິດແຕ່ງ ແລະ ອື່ນໆ ນັບມື້ຫຼາຍຂຶ້ນ.

✨🌸✨ແມ່ຍິງລາວ ບໍ່ພຽງແຕ່ເຮັດສຳເລັດໃນໜ້າທີ່ການເມືອງທາງສັງຄົມເທົ່ານັ້ນ ແຕ່ຫາກຍັງສາມາດເຮັດໜ້າທີ່ໃນຄອບຄົວ ວຽກງານການເຮືອນຢ່າງຮອບດ້ານ ສະແດງໃຫ້ເຫັນເຖິງຄວາມມີມານະຈິດປະຕິວັດທີ່ສູງສົ່ງ ສ້າງຕົນກາຍ ເປັນຄົນມີຄວາມຮູ້-ຄວາມສາມາດ ແລະ ມີຈິນຕະນາການອັນໃໝ່, ຮູ້ຈັກປັບຕົວເຂົ້າກັບຍຸກສະໄໝ ຂອງການຫັນເປັນດີຈີຕອນ, ສາມາດເດີນກ້າວ ທຽບຄຽງກັບເພດຊາຍໃນທຸກຂົງເຂດວຽກງານ ເພື່ອການພັດທະນາປະເທດຊາດ ກໍ່ຄື ແຂວງບໍ່ແກ້ວ ໃຫ້ໄດ້ຮັບການຫັນປ່ຽນ ໄປໃນທິດທາງທີ່ດີ ແລະ ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາ ຊົນບັນດາເຜົ່າຢ່າງແທ້ຈິງ ດັ່ງທີ່ແຂວງບໍ່ແກ້ວຂອງພວກເຮົາກໍໄດ້ມີເພດຍິງ ຈໍານວນ 10 ທ່ານ ເຂົ້າສະມັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນນັ້ນ:

✨🗳️✨ເຂົ້າສະມັກເປັນສະມາຊິກສະພາແຫ່ງຊາດ ຊູດທີ X ມີ:

1). ທ່ານ ນາງ ທຸມມາລີ ວົງພະຈັນ.

2). ທ່ານ ນາງ ບົວຄົມ ຂານສຸວົງ.

3). ທ່ານ ນາງ ສີອໍາໄພ ໂສລະຖີ.

✨🗳️✨ເຂົ້າສະມັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ V ມີ:

1). ທ່ານ ນາງ ອຳພອນ ບຸນຍາວົງ

2). ທ່ານ ນາງ ມະນີວັນ ພັນປະເສີດ

3). ທ່ານ ນາງ ອິນທອງ ເລືອງສີຈັນທອງ

4). ທ່ານ ນາງ ສາຍທອງ ອິນທະພອນ

5). ທ່ານ ນາງ ມະນີຈັນ ຜົນປະເສິດ

6). ທ່ານ ນາງ ມະນີພອນ ສູນວິໄລ

7). ທ່ານ ນາງ ຄຳຫຼ້າ ຈິດຕະວົງ

✨🌸💎ບັນດາທ່ານທີ່ກ່າວມານັ້ນ ເຊິ່ງແມ່ນຕົວແທນເພດຍິງລາວບັນດາເຜົ່າທົ່ວແຂວງບໍ່ແກ້ວ ທີ່ພຽບພ້ອມທາງດ້ານມາດຖານເງື່ອນໄຂ ແລະ ພ້ອມຈະປະຕິບັດໜ້າທີ່ ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ພາຍໃນດິນແດນອັນຍະມະນີລ້ຳຄ່າ ແຫ່ງນີ້. ໃນນາມ ປະທານສະຫະພັນແມ່ຍິງ ແຂວງບໍ່ແກ້ວ, ຄະນະຮັບຜິດຊອບໂຄສະນາ ແລະ ຂະ ບວນການ; ທ່ານ ຍັງໄດ້ເຊີນຊວນປະຊາຊົນລາວບັນດາເຜົ່າຊາວແຂວງບໍ່ແກ້ວ ເວົ້າລວມ, ເວົ້າສະເພາະ ແມ່ປ້າ-ນ້າອາ, ເອື້ອຍນ້ອງແມ່ຍິງທຸກໆທ່ານ ຜູ້ມີສິດປ່ອນບັດເລືອກຕັ້ງ ຈົ່ງຮ່ວມພະລັງແຮງໃຈ ໃຫ້ຄວາມເຊື່ອໝັ້ນ ແລະ ໃຫ້ການສະໜັບສະໜູນບັນດາທ່ານ ທີ່ລົງຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ຂັ້ນແຂວງ ຊຸດທີ V ເພດຍິງ ໃຫ້ໄດ້ໄປນັ່ງໃນສະພາ ເພື່ອເປັນຕົວແທນປະຕິບັດໜ້າທີ່ໃຫ້ແກ່ພວກເຮົາ; ທັງເປັນການສ້າງບົດບາດ ໃໝ່ຍິ່ງໃຫຍ່ກວ່າເກົ່າໃຫ້ແກ່ການນຳເພດຍິງ ໄດ້ທຽບຄຽງເພດຊາຍໃນທຸກດ້ານ ຢ່າງໜັກແໜ້ນເຂັ້ມແຂງໃນອະນາຄົດ #ເພາະ “1 ສຽງຂອງທ່ານ ສາມາດມີສ່ວນຮ່ວມກຳນົດທິດທາງການພັດທະນາຂອງຊາດ ແລະ ຄັດເລືອກຜູ້ທີ່ມີຄວາມຮູ້ ຄວາມສາມາດ ມີຄຸນນະທຳ ແລະ ຄວາມຮັບຜິດຊອບ ເຂົ້າມາຮັບໃຊ້ປະຊາຊົນ ແລະ ປະເທດຊາດ”.

#ໜັງສືພິມບໍ່ແກ້ວBokeoNewspeper

#ຄະນະໂຄສະນາອົບຮົມແຂວງ

#ສະຫະພັນແມ່ຍິງແຂວງບໍ່ແກ້ວ

#ສສຊ ຊຸດທີ X

#ສສຂ ຊຸດທີ V

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa