





ການຖ່າຍທອດສົດກອງປະຊຸມແຈ້ງຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ ໃນວັນທີ 5 ກຸມພາ 2026 ທີ່ຜ່ານນີ້ທີ່ນະຄອນຫຼວງວຽງຈັນ, ເຂົ້າຮ່ວມມີສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ແລະ ສະຫາຍ ໂຕ ເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ມີບັນດາການນຳພັກ-ລັດ 2 ປະເທດເຂົ້າຮ່ວມ. ສຳຫຼັບ ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ ແມ່ນໄດ້ຈັດຢູ່ທີ່ສະໂມສອນເມືອງ ໂດຍມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ສອງກອງບັນຊາການ ປກຊ-ປກສ, ໂຮງຮຽນ, ໂຮງໝໍ, ນາຍບ້ານ, ພະນັກງານສະມາຊິກພັກ-ຫຼັກແຫຼ່ງອ້ອມຂ້າງເມືອງເຂົ້າຮ່ວມຮັບຊົມ.
ຜູ້ເຂົ້າຮ່ວມໄດ້ຮັບຊົມ ແລະ ຮັບຟັງ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ໄດ້ຕາງໜ້າພັກກອມມູນິດຫວຽດນາມ ແຈ້ງໃຫ້ ສະຫາຍ ເລຂາທິການໃຫຍ່ ທອງລຸນ ສີສຸລິດ ແລະ ບັນດາສະຫາຍການນໍາຂັ້ນສູງຂອງ ສປປ ລາວ ຊາບເຖິງຜົນສໍາເລັດອັນພົ້ນເດັ່ນຂອງ ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງກອງປະ ຊຸມໃຫຍ່ຄັ້ງນີ້ ຊຶ່ງໄດ້ດໍາເນີນແຕ່ວັນທີ 20-23 ມັງກອນ 2026 ພາຍໃຕ້ຄໍາຂວັນ “ການກ້າວໄປສູ່ໄລຍະໃໝ່ຂອງການພັດທະນາປະເທດຊາດ, ການສົ່ງເສີມການເພິ່ງຕົນເອງ, ການພໍພຽງດ້ວຍຕົນເອງ, ການພັດທະນາແບບຍືນຍົງ, ການເຊື່ອມໂຍງຢ່າງເລິກເຊິ່ງ ແລະ ການເສີມຂະຫຍາຍບົດບາດສາກົນຂອງຫວຽດນາມໃນທົດສະວັດຕໍ່ໄປ”. ກອງປະຊຸມ ຍັງໄດ້ເນັ້ນເຖິງວິທີການແກ້ໄຂສະເພາະສໍາລັບການພັດທະນາເສດຖະກິດ-ສັງຄົມ, ການປະຕິຮູບກົງຈັກລັດ, ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ການຫັນເປັນດີຈິຕອນ, ການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ, ການຕ່າງປະເທດ ແລະ ການເຊື່ອມໂຍງສາກົນ.
ຫຼັງຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ມີຄຳເຫັນຈາກຝ່າຍລາວ ກ່ຽວກັບຜົນສຳເລັດຂອງກອງປະຊຸມດັ່ງກ່າວ ການຈັດພິທີຖ່າຍທອດສົດຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມສຳພັນອັນດີງາມລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດ ຂອງການພັດທະນາເສດຖະກິດ-ສັງຄົມ ທີ່ສອງປະເທດຍາດມາໄດ້ໃນຊຸມປີຜ່ານມາ ໂດຍສະເພາະແມ່ນຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ກໍຄື ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຫວຽດນາມ ຄັ້ງທີ XIV. ໄລຍະຜ່ານມມາ ສອງປະເທດ ລາວ-ຫວຽດນາມ ໄດ້ສືບຕໍ່ມີການຂະຫຍາຍຕົວຮອບດ້ານ ໃນທຸກຂົງເຂດວຽກງານ ເປັນຕົ້ນ ການຮ່ວມມືດ້ານການເມືອງ ສືບຕໍ່ມີຄວາມໜັກແໜ້ນ, ໃກ້ຊິດສະໜິດສະໜົມ ແລະ ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ໃນລະດັບສູງສຸດ ທັງເປັນການຢັ້ງຢັນຄືນ ກ່ຽວກັບ ການເພີ່ມພູນຄູນສ້າງ “ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ” ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ.
ພາບ-ຂ່າວ: ນ. ຈອມແສງ ແສນປະເສີດ
ກວດ-ແກ້: ສ. ປັນຍາມອງ
ຈາກ: ຄະນະໂຄສະນາອົບຮົມເມືອງຕົ້ນເຜິ້ງ



