ພະນັກງານການນໍາ ແລະພະນັກງານຫຼັກແຫຼ່ງ ເມືອງຜາອຸດົມ ເຕົ້າໂຮມຊຸມນຸມເພື່ອຮັບຊົມ ແລະຮັບຟັງ ການຖ່າຍທອດສົດ ແຈ້ງຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ.

 

ການຖ່າຍທອດສົດກອງປະຊຸມແຈ້ງຜົນສໍາເລັດ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງ ພັກກອມມູນິດຫວຽດນາມ ໃນວັນທີ 5 ກຸມພາ 2026 ນີ້. ທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ແລະ ສະຫາຍ ໂຕ ເລີມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ມີບັນດາການນຳພັກ-ລັດ 2 ປະເທດເຂົ້າຮ່ວມ. ສຳຫຼັບຢູ່ເມືອງຜາອຸດົມ ແຂວງ ບໍ່ແກ້ວ ແມ່ນໄດ້ເຕົ້າໂຮມຢູ່ທີ່ສະໂມສອນຫ້ອງວ່າການເມືອງ ໂດຍການເຂົ້າຮ່ວມຂອງບັນດາຄະນະປະຈໍາພັກ-ກໍາມະການພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ ປກຊ-ປກສ, ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງເຂົ້າຮ່ວມຮັບຊົມ ແລະຮັບຟັງ.

ພິທີ ໂຮມຊຸມນຸມຜູ້ເຂົ້າຮ່ວມໄດ້ຮັບຊົມ ແລະຮັບຟັງ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ຕາງໜ້າພັກກອມມູນິດຫວຽດນາມ ແຈ້ງໃຫ້ ສະຫາຍ ເລຂາທິການໃຫຍ່ ສະຫາຍ ທອງລຸນ ສີສຸລິດ ແລະບັນດາສະຫາຍການນໍາຂັ້ນສູງຂອງ ສປປ ລາວ ຊາບເຖິງຜົນສໍາເລັດອັນພົ້ນເດັ່ນຂອງ ການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງກອງປະຊຸມໃຫຍ່ຄັ້ງນີ້ ຊຶ່ງໄດ້ດໍາເນີນມາແຕ່ວັນທີ 20-23 ມັງກອນ 2026 ພາຍໃຕ້ຄໍາຂວັນ ການກ້າວໄປສູ່ໄລຍະໃໝ່ຂອງການພັດທະນາປະເທດຊາດ, ການສົ່ງເສີມການເພິ່ງຕົນເອງ, ການພໍພຽງດ້ວຍຕົນເອງ, ການພັດທະນາແບບຍືນຍົງ, ການເຊື່ອມໂຍງຢ່າງເລິກເຊິ່ງ ແລະການເສີມຂະຫຍາຍບົດບາດສາກົນຂອງຫວຽດນາມໃນທົດສະວັດຕໍ່ໄປ ກອງປະຊຸມ ຍັງໄດ້ເນັ້ນເຖິງວິທີການແກ້ໄຂສະເພາະສໍາລັບການພັດທະນາເສດຖະກິດ-ສັງຄົມ, ການປະຕິຮູບກົງຈັກລັດ, ການພັດທະນາວິທະຍາສາດ ແລະເຕັກໂນໂລຊີ, ການຫັນເປັນດີຈິຕອນ, ການປ້ອງກັນປະເທດ ແລະຄວາມໝັ້ນຄົງ, ການຕ່າງປະເທດ ແລະການເຊື່ອມໂຍງສາກົນ ຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ມີຄຳເຫັນຈາກຝ່າຍລາວ ກ່ຽວກັບຜົນສຳເລັດຂອງກອງປະຊຸມດັ່ງກ່າວ ການຈັດ ພິທີ ຖ່າຍທອດສົດຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມສຳພັນອັນດີງາມລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດ ຂອງການພັດທະນາເສດຖະກິດ-ສັງຄົມ ທີ່ສອງປະເທດຍາດມາໄດ້ໃນຊຸມປີຜ່ານມາ ໂດຍສະເພາະແມ່ນຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ກໍ່ຄື ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຫວຽດນາມ ຄັ້ງທີ XIV ໄລຍະຜ່ານມມາ ສອງປະເທດ ລາວ-ຫວຽດນາມ ໄດ້ສືບຕໍ່ມີການຂະຫຍາຍຕົວຮອບດ້ານ ໃນທຸກຂົງເຂດວຽກງານ ເປັນຕົ້ນ ການຮ່ວມມືດ້ານການເມືອງ ສືບຕໍ່ມີຄວາມໜັກແໜ້ນ, ໃກ້ຊິດສະໜິດສະໜົມ ແລະສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ໃນລະດັບສູງສຸດ ທັງເປັນການຢັ້ງຢັນຄືນ ກ່ຽວກັບ ການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ.

ພາບ-ຂ່າວ: ໂສພາ ທິບພະວົງ.

ຂ່າວສານ: ຄະນະໂຄສະນາອົບຮົມເມືອງຜາອຸດົມ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa