ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງຜາອຸດົມ ເປີດກອງປະຊຸມປຶກສາຫາລືຮ່ວມກັບພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ.

 

ກອງປະຊຸມປຶກສາຫາລືກ່ຽວກັບການລົງໂຄສະນາປ້ອງກັນ ແລະ ສະກັດກັ້ນໄຟໄໝ້ລາມປ່າ ລະຫວ່າງຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງຜາອຸດົມ ຮ່ວມກັບພະແນກກະສິກໍາ ແລະສິ່ງແວດລ້ອມ ແຂວງບໍ່ແກ້ວ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 3 ກຸມພາ 2026 ນີ້. ຢູ່ທີ່ຫ້ອງປະຊຸມຂອງຕົນ ໂດຍການເຂົ້າຮ່ວມກອງປະຊຸມຂອງທ່ານ ສົມນິດ ໄຊທະວົງສິດ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ( ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມເມືອງ ), ມີທ່ານ ອຽມສັກ ສິດທິຍະວົງ ຮອງຫົວໜ້າພະແນກກະສິກໍາ ແລະສິ່ງແວດລ້ອມ ແຂວງ, ທ່ານ ວຽງໄຊ ຈັນທະວົງ ກໍາມະການພັກເມືອງຮອງຫົວໜ້າຫ້ອງການກະສິກໍາ ແລະສິ່ງແວດລ້ອມ ເມືອງ, ມີວິຊາການກ່ຽວຂ້ອງຂອງແຂວງ ພ້ອມດ້ວຍພະນັກງານວິຊາການພາຍໃນຫ້ອງການເຂົ້າຮ່ວມ.

ກອງປະຊຸມ ຄະນະຮັບຜິດຊອບຂອງແຂວງໄດ້ຜ່ານຂໍ້ຕົກລົງຂອງພະແນກກະສິກໍາ ແລະສິ່ງແວດລ້ອມ ແຂວງ ສະບັບເລກທີ 70/ກສຂ, ລົງວັນທີ 8 ມັງກອນ 2026 ວ່າດ້ວຍການແຕ່ງຕັ້ງພະນັກງານປະສານງານລົງໂຄສະນາ ແລະຊຸກຍູ້, ຕິດຕາມການປ້ອງກັນໄຟໄໝ້ລາມປ່າ, ການຖາງປ່າເຮັດໄຮ່ ແລະການຄວບຄຸມໝອກຄວັນ PM 2,5 ປະຈໍາປີ 2026, ຂໍ້ຕົກລົງຂອງພະແນກກະສິກໍາ ແລະສິ່ງແວດລ້ອມ ແຂວງ ສະບັບເລກທີ 71/ກສຂ, ລົງວັນທີ 8 ມັງກອນ 2026 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລົງຊຸກຍູ້-ສົ່ງເສີມ, ການຜະລິດກະສິີກໍາ ແລະສິ່ງແວດລ້ອມ( ລະດູແລ້ງ-ລະດູຝົນ ) ຕິດພັນກັບການປ້ອງກັນ ແລະສະກັດກັ້ນການຖາງປ່າເຮັດໄຮ່ເລື່ອນລອຍ ປະຈໍາປີ 2026 ຈາກນັ້ນ, ທ່ານ ວຽງໄຊ ຈັນທະວົງ ຮອງຫົວໜ້າຫ້ອງການກະສິກໍາ ແລະສິ່ງແວດລ້ອມ ເມືອງ ໄດ້ລາຍງານຫຍໍ້ກ່ຽວກັບວຽກງານກະສິກໍາ ແລະສິ່ງແວດລ້ອມ ປະຈໍາປີ 2025-2026 ຢູ່ເມືອງຜາອຸດົມ ມີເນື້ອທີປູກເຂົ້ານາແຊງທັງໝົດ 296 ເຮັກຕ່າ, ມີ 13 ບ້ານ, ມີ 550 ຄອບຄົວ, ຄາດຄະເນສະມັດຕະພາບ 3,5  ໂຕນ/ເຮັກຕ່າ, ການປູກຖົ່ວເຫຼືອງມີເນື້ອທີ່  750 ເຮັກຕ່າ, ຄາດຄະເນສະມັດຕະພາບໄດ້ 11 ໂຕ່ນ/ເຮັກຕ່າ ແລະການປູກໄມ້ໃຫ້ ໝາກມີເນື້ອທີ່ທັງໝົດ 62 ເຮັກຕ່າ, ໃນນີ້ບໍລິສັດປູກ 21 ເຮັກຕ່າ, ປະຊາຊົນປູກເອງ 41 ເຮັກຕ່າ ໃນໄລຍະ 1 ປີ ສາມາດເກັບກູ້ຜົນຜະລິດໄດ້ 300 ໂຕ່ນ, ການລ້ຽງສັດ ແລະການປະມົງຢູ່ເມືອງຜາອຸດົມ ມີເນື້ອທີ່ປູກຫຍ້າທັງໝົດ 1.671 ເຮັກຕ່າ, ມີເນື້ອທີ່ທົ່ງຫຍ້າທຳມະຊາດທັງໝົດ 69 ເຮັກຕ່າ ແລະມີກຸ່ມລ້ຽງສັດ ຈໍານວນ 13 ກຸ່ມ ໃນເນື້ອທີ່ 492 ເຮັກຕ່າ, ທົ່ວເມືອງ ມີສັດລ້ຽງທັງໝົດ 390,811 ໂຕ ໃນນີ້ ມີງົວ 61,079 ໂຕ, ຄວາຍ 11,125 ໂຕ, ໝູ 14,478 ໂຕ, ແບ້ 16,659 ໂຕ ແລະ ສັດປີກ 287,470 ໂຕ, ການບໍລິໂພກຊີ້ນພາຍໃນເມືອງສາມາດສະໜອງຊີ້ນທັງໝົດໄດ້ 6 ແສນ 66 ພັນ 3 ຮ້ອຍກວ່າ ກິໂລ/ປີ, ສະໜອງປາລ້ຽງ ແລະປາຈາກແຫຼ່ງທຳມະຊາດ ໄດ້ຈໍານວນ 344,946 ໂຕ່ນ/ປີ, ການສົ່ງອອກຜົນຜະລິດກະສິກໍາ ຜ່ານປະຕູດຽວ ປະກອບມີ ງົວ, ຄວາຍ ແລະ ແບ້  ຈໍານວນ   1.423 ໂຕ, ເຂົ້າເປືອກ 2,106 ໂຕ່ນ, ໝາກເດືອຍ 204 ໂຕ່ນ, ສາລີແຂງ 100 ໂຕ່ນ, ດອກແຂມ 20  ໂຕ່ນ, ເປືອກເມືອກ  20 ໂຕ່ນ, ຫົວເຂົ້າເຢັນ 75 ໂຕ່ນ, ໄມ້ປ່ອງ  6,000   ລໍາ, ຢາງພາລາ 284 ໂຕ່ນ,  ຢາງພາລາ ວິສາຫະກີດນໍາສົ່ງເຂົ້າໂຮງງານ ບໍລິສັດ ຈາຟົງ ຈໍານວນ 789,33 ໂຕ່ນ, ແລະຜົນສໍາເລັດຂອງບັນດາໜ້າວຽກງານດ້ານອື່ນໆ. ກອງປະຊຸມຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດເຫັນແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະກັນໃນການຈັດຕັ້ງປະຕິບັດບັນດາວຽກງານວິຊາສະເພາະຂອງແຕ່ຂະແໜງການໃນຂົງເຂດກະສິກໍາ ແລະສິ່ງແວດລ້ອມລະຫວ່າງເມືອງກັບແຂວງເພື່ອຄວາມເປັນເອກະພາບກັນໃນການ ນໍາພາ-ຊີ້ນໍາ ແນະນໍາວິທີການ ຊຸກຍູ້-ສົ່ງເສີມດ້ານການປູກ-ການລ້ຽງໃຫ້ກັບພໍ່ແມ່ປະຊາຊົນຢູ່ພາຍໃນເມືອງຂອງຕົນ.

ທ່ານ ສົມນິດ ໄຊທະວົງສິດ ຮອງປະທານຄະນະກໍາມະການປົກຄອງເມືອງ ໄດ້ມີຄໍາເຫັນໂອ້ລົມຫຼາຍດ້ານ ເຊິ່ງທ່ານໄດ້ຮຽກຮ້ອງມາຍັງຄະນະຮັບຜິດຊອບຂັນແຂວງ-ຂັ້ນເມືອງ ຈົ່ງປະສານສົບທົບກັນສ້າງເປັນນິຕິກໍາລົງເຜີຍແຜ່ໂຄສະນາ ການປ້ອງກັນໄຟໄໝ້ລາມປ່າ, ການຖາງປ່າເຮັດໄຮ່ ແລະການຄວບຄຸມໝອກຄວັນ, ເອົາໃຈໃສ່ລົງຕິດຕາມ-ກວດກາ ແລະຊຸກຍູ້-ສົ່ງເສີມ, ການຜະລິດກະສິີກໍາ ແລະສິ່ງແວດລ້ອມ( ລະດູແລ້ງ-ລະດູຝົນ ) ເປັນຕົ້ນແມ່ນການປູກ-ການລ້ຽງ ຢູ່ພາຍໃນເມືອງຜາອຸດົມ ຕິດພັນກັບການປ້ອງກັນ ແລະສະກັດກັ້ນການຖາງປ່າເຮັດແບບໄຮ່ເລື່ອນລອຍ, ການຈັດສັນພູມລໍາເນົາທີ່ຢູອາໄສ ແລະການຈັດສັນທີ່ດິນທໍາການຜະລິດໃຫ້ແກ່ພໍ່ແມ່ປະຊາຊົນທີ່ຖືກຍົກຍ້າຍ, ເຕົ້າໂຮມໃຫ້ຖືກຕ້ອງສອດຄອດກັບຄວາມຮຽກຮ້ອງຕ້ອງການຂອງພັກ-ລັດ ໄດ້ກໍານົດໄວ້.

ພາບ-ຂ່າວ: ໂສພາ ທິບພະວົງ.

ຂ່າວສານ: ຄະນະໂຄສະນາອົບຮົມເມືອ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa