



ວັນທີ 2 ກຸມພາ 2026 ນີ້, ພະນັກງານຫຼັກແຫຼ່ງເມືອງປາກທາ ຮັບຟັງຄຳປາໄສ ການຖ່າຍທອດສົດ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ ຄື: ( 1 ກຸມພາ 1956 – 1 ກຸມພາ 2026 ) ຂື້ນຢູ່ທີສະໂມສອນຂອງເມືອງປາກທາ ແຂວງບໍ່ແກ້ວ, ໂດຍມີບັນດາສະຫາຍຄະນະປະຈຳພັກ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົໜ້າຫ້ອງການ, ສອງກອງບັນຊາການທະຫານ-ຕຳຫຼວດ ຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງເຂົ້າຮ່ວມຮັບຟັງ.
ການໂຮມຊຸມສະເຫຼີມສະຫຼອງ ຮັບຟັງປາໄສ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ພ້ອມດ້ວຍປະທານ,ຮອງປະທານ “ສະຫະພັນກຳມະບານ ກະຊວງ, ອົງການ, ນະຄອນຫຼວງ, ແຂວງ, ສະມາຊິກກຳມະບານໃນຂອບເຂດທົ່ວປະເທດ ແລະ ແຂກຮັບເຊີນ, ຈາກນັ້ນ ສະຫາຍເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວກ່າວບົດປາໃສ ມູນເຊື້ອ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກໍາມະບານລາວ ຈາກ ທ່ານ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ແລະ ຮັບຟັງການກ່າວສູນທອນພົດ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ, ວັນທີ 1 ກຸມພາ 1956 – 1 ກຸມພາ 2026 ໂດຍໄດ້ຍົກໃຫ້ເຫັນເຖິງ ປະຫວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກຳມະບານລາວ, ຜົນງານໃນການພັດທະນາສະຫະພັນກຳມະບານລາວ ຕະຫຼອດໄລຍະ 70 ປີ ທີ່ຜ່ານມາ, ເສີມຂະຫຍາຍມູນເຊື້ອການພັດທະນາວຽກງານກຳມະບານລາວໃນຕໍ່ໜ້າ.
ຕະຫຼອດໄລຍະ 70 ປີຜ່ານມາ ຊົນຊັ້ນກຳມະກອນແມ່ນກຸ່ມຄົນ ທີ່ມີຄວາມຕື່ນຕົວທາງການເມືອງ, ມີມານະຈິດປະຕິວັດສູງ, ມີລະບຽບວິໄນສູງ, ມີສະຕິຕື່ນຕົວ, ເຮັດທຸກສິ່ງຢ່າງເພື່ອຜົນປະໂຫຍດຂອງກຳມະກອນ ແລະ ຊາວຜູ້ອອກແຮງງານ, ເປັນຊົນຊັ້ນທີ່ມີຄວາມເສຍສະຫຼະເພື່ອປະເທດຊາດ ເພື່ອປະຊາຊົນຢ່າງແທ້ຈີງ. ຍ້ອນແນວນັ້ນ ຊົນຊັ້ນກຳມະກອນ ຈິ່ງເປັນຊົນຊັ້ນຫຼັກໜຶ່ງໃນການສ້າງຕັ້ງພັກຄອມມູນິດຢູ່ໃນໂລກ. ສຳລັບຊົນຊັ້ນກຳມະກອນລາວ ຫາກໍ່ຕົວຂຶ້ນ ສ່ວນໃຫຍ່ແມ່ນມາຈາກຊາວໄຮ່ນາ ເຂົາເຈົ້າໄດ້ຍອມເສຍສະລະຊີວິດເຂົ້າຮ່ວມການຕໍ່ສູ້ປະຕິວັດ ແລະ ໄດ້ຮັບການອົບຮົມສັ່ງສອນຈາກພັກ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ເຕີບໃຫ່ຍ ກາຍເປັນຄົນທີ່ມີທັດສະນະຊົນຊັ້ນກຳມະກອນຢ່າງແທ້ຈິງ.
ຂ່າວ: ວັນະເດດ
ກວດແກ້: ບຸນເພັງ ທຸມມະວົງ



