
ທ່ານ ຄໍາຈັນ ຄໍາສຸພາສິດ ຮອງເລຂາພັກເມືອງ ປະທານກວດກາພັກລັດເມືອງ



ວັນທີ 4 ກຸມພາ 2026ນີ້, ຢູ່ທີ່ສູນເຝິກອົບຮົມຂອງເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ 1 ກຸມພາ 1956 – 1 ກຸມພາ 2026 ເຂົ້າຮ່ວມມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຮອງຫົວໜ້າຫ້ອງການ, ຄະນະບໍລິຫານງານສະຫະພັນກຳມະບານ, ພ້ອມດ້ວຍສະມາຊິກກຳມະບານອ້ອມຂ້າງເມືອງ ເຂົ້າຮ່ວມຮັບຟັງ.
ທ່ານ ຄໍາຈັນ ຄໍາສຸພາສິດ ຮອງເລຂາພັກເມືອງ ປະທານກວດກາພັກລັດເມືອງ, ໄດ້ປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີຄື: ວັນທີ 1 ກຸມພາ 1956 ຫາ ວັນທີ 1 ກຸມພາ 2026 ເຊິ່ງທ່ານໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການກໍາເນີດຂອງອົງການຈັດຕັ້ງກຳມະບານລາວ ໂດຍພາຍໃຕ້ການປົກຄອງຂອງພວກລ່າເມືອງຂື້ນຝຣັ່ງ ກໍາມະກອນລາວໄດຖືກກົດຂີ່-ຂູດຮີດແຮງງານຢ່າງໜັກໜ່ວງທາງດ້ານເສດຖະກິດ, ວັດທະນະສັງຄົມ ພວກເຂົາບັງຄັບກຳມະກອນລາວອອກແຮງງານ 14-16 ຊົ່ວໂມງ, ອອກແຮງງານຫຼາຍແຕ່ໄດ້ຄ່າຕອບແທນໜ້ອຍ, ຖືກຕັດເງີນເດືອນ, ໄລ່ອອກການໂດຍບໍ່ມີເຫດຜົນ, ຖືກທຸບຕີຢ່າງເຈັບແສບສາຫັດ, ພ້ອມດຽວກັນນີ້ ທ່ານຍັງຍົກໃຫ້ເຫັນຈຸດເລີ່ມຕົ້ນຂອງການກຳເນີດ ເຕີບໃຫ່ຍຂະຫຍາຍຕົວຂອງສະຫະພັນກໍາມະບານແຂວງບໍ່ແກ້ວ ແລະ ສະຫະພັນກຳມະບານເມືອງຫ້ວຍຊາຍຕັ້ງແຕ່ໄດ້ເລີ່ມການສ້າງຕັ້ງຂື້ນອີກດ້ວຍ, ຄະນະບໍລິຫານງານສະຫະພັນກຳມະບານລາວ ເມືອງຫ້ວຍຊາຍ, ກໍ່ໄດ້ເອົາໃຈໃສລົງໂຄສະນາເຜີຍແຜ່ນິຕິກໍາຕ່າງໆ ຂອງຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ເພື່ອເຮັດໃຫ້ຖັນແຖວສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານພາຍໃນເມືອງຫ້ວຍຊາຍ ໄດ້ຮັບຮູ້ເຖິງຄວາມໝາຍ ແລະ ຄວາມສໍາຄັນ ກ່ຽວກັບພາລະບົດບາດ, ສິດໜ້າທີ່ ຂອງສະຫະພັນກຳມະບານລາວ ເວົ້າລວມ, ເວົ້າສະເພາະ ກໍ່ຄື ສະຫະພັນກຳມະບານແຂວງ ແລະ ເມືອງ ໃນແຕ່ໄລຍະໃໝ່ຜ່ານມາ ເພື່ອພ້ອມກັນຮໍ່າຮຽນເອົາບົດຮຽນ ແລະພຶດຕິກຳຕົວຈິງ, ທີ່ຕິດພັນກັບມູນເຊື້ອການຕໍ່ສູ້ກູ້ຊາດແຕ່ລະໄລຍະຈົນເຖິງປັດຈຸບັນ ຂອງຊົນຊັ້ນກຳມະກອນລາວ ແລະຜົນງານການປະກອບສ່ວນເຂົ້າໃນການປົກປັກຮັກສາ, ສ້າງສາພັດທະນາປະເທດຊາດ, ແນໃສ່ປູກຈິດສໍານຶກ, ຫວນຄືນມູນເຊື້ອອັນອົງອາດກ້າຫານຂອງສະມາຊິກກຳມະບານ, ກຳມະກອນ ແລະ ຊາວຜູ້ອອກແຮງງານທີ່ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານກຳມະບານລາວໃຫັເຕີບໃຫ່ຍເຂັ້ມແຂງຂື້ນເທື່ອລະກ້າວ.
ພາບ,ຂ່າວ: ບຸນຈັນ ບຸນປັນຍ



