
ສະຫາຍ ຄໍາແຍງ ຄອນໄຊຍະກິດ ຮອງເລຂາພັກ ແຂວງບໍ່ແກ້ວ

ສະຫາຍ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ, ປະທານຄະນະປະທານປົກຄອງເມືອງ

ວັນທີ 3 ກຸມພານີ້, ເມືອງຫ້ວຍຊາຍ ຈັດກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກເມືອງຫ້ວຍຊາຍ ຄັ້ງທີ 5 ສະໄໝທີ VIII ໂດຍການເປັນປະທານຂອງ ສະຫາຍ ຈອມແພງ ວິໄລສານ ຄະນະປະຈໍາພັກແຂວງ, ເລຂາບໍລິຫານງານພັກເມືອງຫ້ວຍຊາຍ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄໍາແຍງ ຄອນໄຊຍະກິດ ຮອງເລຂາພັກ ແຂວງບໍ່ແກ້ວ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກໍາລັງ ປກສ-ປກຊ ຫົວໜ້າໜ່ວຍງານ, ເລຂາຄະນະພັກຮາກຖານກຸ່ມບ້ານພິບຸນທອງ, ບ້ານໃຫ່ຍຫ້ວຍຊາຍເໜືອ ແລະ ບ້ານໃຫ່ຍຫ້ວຍຊາຍໃຕ້ ເຂົ້າຮ່ວມ.
ສະຫາຍ ບຸນຄົງ ວົງຄໍາຈັນ ຮອງເລຂາພັກເມືອງ, ປະທານຄະນະປະທານປົກຄອງເມືອງ ໄດ້ຜ່ານຮ່າງບົດສະຫຼຸບຕີລາຄາການຊີ້ນໍາ-ນໍາພາລວມຮອບດ້ານ ຂອງຄະນະບໍລິຫານງານພັກເມືອງຫ້ວຍຊາຍ ປະຈໍາປີ 2025 ແລະ ທິດທາງ ປະຈໍາປີ 2026 ຄະນະບໍລິຫານງານພັກເມືອງ ຖືສໍາຄັນການສຶກສາອົບຮົມການເມືອງ-ແນວຄິດໃຫ້ ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ, ດ້ວຍຫຼາຍຮູບການ ໄດ້ປັບປຸງແບບແຜນ ແລະ ວິທີເຮັດວຽກໃຫ້ແກ່ຄະນະພັກແຕ່ລະຂັ້ນ, ປະຕິບັດຫຼັກການລວມສູນປະຊາທິປະໄຕຂອງພັກ ຢ່າງເຂັ້ມງວດ, ເຮັດວຽກຢ່າງມີແຜນການ, ແຜນງານ, ຈຸດສຸມ ແລະ ແທດເຖິງຕົວຈິງ, ມີການແບ່ງງານ, ແບ່ງຄວາມຮັບຜິດຊອບຈະແຈ້ງ. ໃນນັ້ນ ສິງທີ່ພົ້ນເດັ່ນພວກເຮົາໄດ້ກໍ່ສ້າງມະຫາຊົນຜູ້ທີ່ດີເດັ່ນໃນຂອບເຂດທົ່ວເມືອງເຂົ້າຮຽນສະໜັບສະໜູນໄດ້ 152 ສະຫາຍ, ຍິງ 44 ສະຫາຍ; ຮຽນກົດລະບຽບພັກໄດ້ 81 ສະຫາຍ, ຍິງ 29 ສະຫາຍ; ຂະຫຍາຍມະຫາຊົນກ້າວໜ້າ ເຂົ້າສະມາຊິກພັກສໍາຮອງໄດ້ 76 ສະຫາຍ, ຍິງ 23 ສະຫາຍ; ເລື່ອນສໍາຮອງຂຶ້ນສົມບູນໄດ້ 95 ສະຫາຍ, ຍິງ 35 ສະຫາຍ, ສ້າງຕັ້ງຄະນະພັກຮາກຖານກຸ່ມບ້ານໄດ້ 2 ກຸ່ມບ້ານ; ປັດຈຸບັນທົ່ວເມືອງປະກອບມີ 19 ຮາກຖານພັກ, ມີ 163 ໜ່ວຍພັກ, ມີສະມາຊິກພັກທັງໝົດ 2,669 ສະຫາຍ, ຍິງ 811 ສະຫາຍ; ດໍາເນີນກອງປະຊຸມໃຫຍ່ຄະນະພັກຮາກຖານ ສໍາເລັດ 100%; ໄດ້ບໍາລຸງເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ ແລະອົບຮົມປະຊາຊົນລຽບຕາມຊາຍແດນໃຫ້ແກ່ກຸ່ມບ້ານຫ້ວຍຊາຍນ້ອຍ 5 ບ້ານ ແລະບ້ານໃຫຍ່ພັດທະນານໍ້າປຸກ 1 ບ້ານ, ມີຜູ້ເຂົ້າຮ່ວມ 3.690 ເທື່ອຄົນ, ຍິງ 443 ເທື່ອ. ໃນນັ້ນມີ ສະມາຊິກພັກ 273 ສະຫາຍ, ຍິງ 27 ສະຫາຍ, ສະຫາຍ ຄໍາຈັນ ຄໍາສຸພາສິດ ຮອງເລຂາພັກເມືອງ ປະທານກວດກາພັກລັດເມືອງ ໄດ້ຜ່ານຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງ, ວຽກງານການເມືອງ-ນໍາພາແນວຄິດ ໄດ້ເອົາໃຈໃສ່ຍົກສູງການນໍາພາ ຂອງຄະນະພັກແຕ່ລະຂັ້ນ ໃນການສຶກສາອົບຮົມນໍາພາການເມືອງ-ແນວຄິດ ໃນຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ຕະຫຼອດຮອດອົງການຈັດຕັ້ງຂັ້ນຮາກຖານບ້ານ-ກຸ່ມບ້ານ ແລະ ປະຊາຊົນບັນດາເຜົ່າ, ນໍາພາຈັດຕັ້ງເຊື່ອມຊຶມ, ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ເອກະສານສໍາຄັນຕ່າງໆຂອງພັກ-ຂອງລັດ ໄດ້ຈໍານວນ 15 ຄັ້ງ, ມີຜູ້ເຂົ້າຮ່ວມທັງໝົດ 3,119 ເທື່ອຄົນ, ຍິງ 1,471 ເທື່ອຄົນ ອັນໄດ້ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວເມືອງມີຄວາມຮັບຮູ້, ເຂົ້າໃຈ ແລະ ເປັນເຈົ້າການປະກອບສ່ວນເຂົ້າໃນຂະບວນການລວມຂອງແຂວງ-ຂອງເມືອງ ນັບມື້ດີຂຶ້ນ, ສະຫາຍ ຄໍາຜາຍ ວົງປະເສີດ ຄະນະປະຈໍາພັກເມືອງ ຮອງປະທານຄະນະປະທານປົກຄອງເມືອງ ຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2025 ແລະທິດທາງ ແຜນການ ປີ2026 ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ເຫັນວ່າສະພາບການ ຍັງຜັນແປຢ່າງສັບສົນເຊິ່ງສະພາບດັ່ງກ່າວເປັນສິ່ງທ້າທ້າຍໜຶ່ງ ທີ່ມີຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ເປັນຕົ້ນຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຄ່າຄອງຊີບ, ບັນຫາເງິນກີບອ່ອນຄ່າ, ລາຄາສິນຄ້າເພີ່ມຂຶ້ນສູງ, ເສດຖະກິດຂອງເມືອງ ເຫັນວ່າເສດຖະກິດຂະຫຍາຍຕົວ ສະເລ່ຍຢູ່ໃນລະດັບ 5.2%, ລວມຍອດຜະລິດຕະພັນພາຍໃນ 3,068 ຕື້ກີບ ສະເລ່ຍລາຍຮັບ 34,890,000 ກີບ/ປີ ເທົ່າກັບ 1,607 ໂດລາ/ຄົນ/ປີ ທຽບໃສ່ແຜນ ຫຼຸດລົງ 3 ໂດລາ ເທົ່າກັບ 0.18% ໃນນັ້ນມີ, ດ້ານກະສິກໍາ – ປ່າໄມ້ ກວມເອົາ 51.00% ລວມຍອດຜະລິດຕະພັນທັງໝົດ, ດ້ານອຸດສາຫະກໍາ ກວມເອົາ 7.86% ລວມຍອດຜະລິດຕະພັນທັງໝົດ, ດ້ານການບໍລິການ ກວມເອົາ 41.14% ລວມຍອດຜະລິດຕະພັນທັງໝົດ, ສາມາດເກັບລາຍຮັບຜ່ານລະບົບຄັງເງິນຮອດວັນທີ 31 ທັນວາ 2025 ສາມາດປະຕິບັດໄດ້ 39,98 ຕື້ກວ່າກີບ ເທົ່າກັບ 95.83% ຂອງແຜນປີ ທຽບໃສ່ເວລາດຽວກັນ ເພີ້ມຂຶ້ນ 6.93% ໃນນັ້ນ: ຮັບດຸ່ນດ່ຽງຈາກແຂວງ 30,81ຕື້ກວ່າກີບເທົ່າກັບ 100% ຂອງແຜນການປີ; ລາຍຮັບຂອງເມືອງຈັດເກັບ 7,91 ຕື້ກວ່າກີບເທົ່າກັບ 72.51% ຂອງແຜນການປີ, ທຽບໃສ່ປີຜ່ານມາຫຼຸດລົງ 0,26% ໃນນັ້ນມີ: ລາຍຮັບສ່ວຍສາອາກອນ 6,66 ຕື້ກວ່າກີບເທົ່າກັບ 68.58% ຂອງແຜນການປີ, ລາຍຮັບຄ່າທໍານຽມວິຊາການ 640 ລ້ານກວ່າກີບ ເທົ່າກັບ 116.26%, ລາຍຮັບຄຸ້ມຄອງຊັບສິນຂອງລັດ 608 ລ້ານກວ່າກີບເທົ່າກັບ 113.05% ຂອງແຜນການປີ ແລະ ສາມາດປະຕິບັດລາຍຈ່າຍໄດ້ 41,49ຕື້ກວ່າກີບເທົ່າກັບ 98.03% ຂອງແຜນການປີ, ທຽບໃສ່ປີຜ່ານມາ ເພີ້ມຂຶ້ນ 14.84%. ວຽກງານກະສິກໍາ ແລະ ສິ່ງແວດລ້ອມ, ຜະລິດເຂົ້າກິນ ໄດ້ທັງໝົດ 22.220.638 ໂຕນໃນເນື້ອທີ່ 5.167,98 ເຮັກຕາ, ທຽບໃສ່ແຜນຕ້ອງການເຂົ້າກິນ 20.627.334 ໂຕນ, ສະເລ່ຍເຂົ້າກິນ 234 ກິໂລ/ຄົນ/ປີ, ທຽບໃສ່ປີຜ່ານມາປະຕິບັດໄດ້ 91.88%, ທົ່ວເມືອງມີເນື້ອທີຜະລິດ 7.004,42 ເຮັກຕາ, ຜົນຜະລິດໄດ້ 26.743,9 ໂຕນ ໃນນີ້ອັນທີ່ພົ່ນເດັ່ນມີ, ສາລີລ້ຽງສັດ, ພືດຜັກ ແລະ ອື່ນໆ ທຽບໃສ່ແຜນການປີປະຕິບັດໄດ້ລື່ນແຜນ 76.16% ແລະ ສາມາດສົ່ງສິນຄ້າອອກຕ່າງແຂວງ ທັງໝົດ 1,656 ໂຕນ, ງົວ – ຄວາຍ 749 ໂຕ; ການປູກພືດ ແລະ ໄມ້ໃຫ້ໜາກ: ສາມາດຜະລິດພືດຜັກ, ເຜືອກມັນຕ່າງໆ 2.009 ໂຕນ ທຽບໃສແຜນປີ ປະຕິບັດໄດ້ 65.45% ສາມາດຂຶ້ນທະບຽນອອກໃບຕາດິນຢ່າງເປັນລະບົບ 702 ຕອນ, ອອກໃບຕາດິນຕາມການສະເໜີ 226 ຕອນ, ແຈກຍ້າຍໃບຕາດິນ 1.062 ໃບ ແລະ ສາມາດສ້າງບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດໄດ້ 1 ບ້ານຄື: ບ້ານໃຫຍ່ພັດທະນານໍ້າປຸກ, ສາມາດສ້າງບ້ານພັດທະນາ ໄດ້ທັງໝົດ 11 ບ້ານ ແລະ ຄອບຄົວພັດທະນາ ໄດ້ 1.678 ຄອບຄົວ, ວຽກງານອຸດສາຫະກໍາ ແລະ ການຄ້າ, ອອກທະບຽນວິສາຫະກິດ ໄດ້ທັງໝົດ 322 ຫົວໜ່ວຍ ທຶນຈົດທະບຽນ 49,74 ຕື້ກວ່າກີບ, ກອງປະຊຸມຕາງໜ້າແຕ່ລະຂົງເຂດໄດ້ພັດປ່ຽນກັນຂຶ້ນປະກອບຄໍາຄິດຄໍາເຫັນ.
ໂອກາດນີ້, ສະຫາຍ ຄໍາແຍງ ຄອນໄຊຍະກິດ ຮອງເລຂາພັກ ແຂວງບໍ່ແກ້ວ ໄດ້ມີຄໍາເຫັນເນັ້ນໜັກຊີ້ນໍາຫຼາຍບັນຫາ, ເປັນຕົ້ນແມ່ນຄະນະບໍລິຫານງານພັກເມືອງທຸກຂັ້ນຕ້ອງໄດ້ເພີ້ມທະວີຍົກສູງວຽກງານວິຊາສະເພາະຂອງຕົນ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພ້ອມກັນແກ້ໄຂບັນຫາປະກົດການຫຍໍ້ທໍ້ໃນສັງຄົມ, ໂດຍສະເພາະແມ່ນກຸ່ນແກ້ງກໍ່ຄວາມບໍ່ສະຫງົບໃນສັງຄົມໃຫ້ໝົດໄປ, ສະຫາຍຍັງໄດ້ຮຽກຮ້ອງໃຫ້ຄະນະພັກໄດ້ ເຜີຍແຜ່ເຊື່ອມຊືມການເມືອງແນວຄິດໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ, ຕິດພັນກັບການລົງເຜີຍແຜ່ຜົນສໍາເລັດ, ເຊື່ອມຊຶມ ບັນດາມະຕິກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ຢ່າງກວ້າງຂວາງ, ເລິກເຊິ່ງ ແລະ ທົ່ວເຖິງ, ຕິດຕາມກວດກາໃຫ້ເປັນປົກກະຕິ ແລະ ຕິດພັນການສ້າງບ້ານນາມມະຍົດຕ່າງໃຫ້ມັນຖືກຕ້ອງ ແລະ ສອດຄ້ອງຕາມສະພາບໂຕຈິງ
ພາບ,ຂ່າວ: ບຸນຈັນ ບຸນປັນຍາ



