
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງປະທານ, ຜູ້ປະຈໍາການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ

ສະຫາຍ ພົຈວ ແປ້ນຄຳ ບຸດຈັນແພງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ

ສະຫາຍ ພັອ ແສງເພັດ ແສງມະນີ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ


ໃນຕອນເຊົ້າວັນທີ 2 ກຸມພາ 2026 ທີ່ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) 4 ແຂວງພາກເໜືອ (ບໍ່ແກ້ວ, ຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ) ແລະ ກອງພົນທະຫານຮາບທີ 3 ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ພາຍໃຕ້ການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ຮອງປະທານ, ຜູ້ປະຈໍາການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ; ມີບັນດາສະຫາຍ ເລຂາຄະນະບໍລິຫານງານພັກແຂວງ-ປະທານຄະນະກໍາມະການ ປກຊ-ປກສ ແຂວງ, ປະທານ-ຮອງປະທານຄະນະກຳມະການປົກຄອງ ບັນດາແຂວງດັ່ງກ່າວ, ຜູ້ຕາງໜ້າຈາກຫ້ອງວ່າການສູນກາງພັກ, ຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ, ກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ສອງກໍາລັງປະກອບອາວຸດ ແລະ ຄະນະພັກ-ຄະນະບັນຊາກອງພົນທະຫານຮາບທີ 3 ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ພົຈວ ແປ້ນຄຳ ບຸດຈັນແພງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງບໍ່ແກ້ວ ໄດ້ມີຄຳເຫັນກ່າວຕ້ອນຮັບບັນດາສະຫາຍ ທີ່ເຂົ້າຮ່ວມກອງປະຊຸມ, ຫຼັງຈາກນັ້ນ. ສະຫາຍ ພັອ ແສງເພັດ ແສງມະນີ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງບໍ່ແກ້ວ ກໍໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ສະພາບການຈັດຕັ້ງປະຕິບັດ ວຽກງານ ປກຊ-ປກສ ຂອງແຂວງບໍ່ແກ້ວ, ລວມທັງ ຜົນການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ຢູ່ 4 ແຂວງພາກເໜືອ ໃນໄລຍະ 1 ປີຜ່ານມາ ເຫັນວ່າ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ, ລັດຖະບານ ໂດຍສະເພາະ ຄະນະກຳມະການ ປກຊ-ປກສ ສູນກາງ, ແຂວງ ແລະ ການຮ່ວມມືຈາກ ອົງການປົກຄອງແຕ່ລະຂັ້ນ ຕະຫຼອດຮອດການປະກອບສ່ວນຂອງປະຊາຊົນບັນດາເຜົ່າ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ, ເຮັດໃຫ້ຂອບເຂດ 4 ແຂວງພາກເໜືອ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍດີ, ລະບົບການເມືອງຢູ່ຂັ້ນຮາກຖານ ໄດ້ຮັບການປັບປຸງ, ເສດຖະກິດ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ພັດທະນາດີຂຶ້ນຢ່າງຕໍ່ເນື່ອງ, ກໍາລັງ ປກຊ-ປກສ ນັບມື້ເຕີບໃຫຍ່ເຂັ້ມແຂງ ສາມາດຮັບປະກັນໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ປະຊາຊົນບັນດາເຜົ່າ ມີຄວາມສາມັກຄີປອງດອງ ແລະ ພ້ອມກັນປະກອບສ່ວນຢ່າງແຂງແຮງ ໃນວຽກງານ ປກຊ-ປກສ ຢູ່ທ້ອງຖິ່ນຂອງຕົນ ຢ່າງເປັນຂະບວນກວ້າງຂວາງ.
ໃນໂອກາດດຽວກັນ, ບັນດາຜູ້ເຂົ້າຮ່ວມ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມ ຢ່າງກົງໄປກົງມາ ໂດຍໄດ້ຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນ, ບາງຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ໃນຂອບເຂດຄວາມຮັບຜິດຊອບຂອງກົມກອງ ແລະ ທ້ອງຖິ່ນຂອງຕົນ, ທັງເປັນເອກະພາບສູງ ຕໍ່ຮ່າງບົດສະຫຼຸບວຽກງານ ປກຊ-ປກສ ປີ 2025 ແລະ ທິດທາງແຜນວຽກຈຸດສຸມ ປີ 2026.
ໃນຕອນທ້າຍ, ສະຫາຍ ຮອງປະທານ, ຜູ້ປະຈໍາການ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ຮອງນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຕໍ່ກອງປະຊຸມ ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ໃນການປະຕິບັດວຽກງານ ປກຊ-ປກສ ຕະຫຼອດໄລຍະ 1 ປີຜ່ານມາ ຢູ່ຂອບເຂດ 4 ແຂວງພາກເໜືອ. ອັນສໍາຄັນ, ສະຫາຍ ໄດ້ເນັ້ນໜັກໃຫ້ຄະນະກຳມະການ ປກຊ-ປກສ 4 ແຂວງພາກເໜືອ ແລະ ກອງພົນທະຫານຮາບທີ 3 ເອົາໃຈໃສ່ວຽກງານໃນຕໍ່ໜ້າ ຕື່ມບາງດ້ານ ເປັນຕົ້ນ ໃຫ້ສືບຕໍ່ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ, ປັບປຸງອົງການປົກຄອງທ້ອງຖິ່ນ, ແກ້ໄຂໜໍ່ແໜງ ທີ່ຈະພາໃຫ້ເກີດມີຄວາມບໍ່ສະຫງົບ ດ້ວຍຫຼາຍມາດຕະການ, ຫຼາຍວິທີການ ຢ່າງມີຈຸດສຸມ ແລະ ແທດເຖິງຕົວຈິງ; ເຊື່ອມຊຶມແນວທາງຂອງພັກ, ລະບຽບກົດໝາຍຂອງລັດ; ເປັນເຈົ້າການຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ; ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໃຫ້ເຂົ້າສູ່ວຽກງານຕົວຈິງ; ເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກ, ຄະນະກຳມະການ ປກຊ-ປກສ ແຕ່ລະຂັ້ນ ຕໍ່ວຽກງານ ປກຊ-ປກສ ໃຫ້ແຂງແຮງ ແລະ ເປັນປົກກະຕິ; ປັບປຸງກໍ່ສ້າງກໍາລັງ ໃຫ້ມີຄຸນນະພາບ, ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຊື່ສັດ, ຈົງຮັກພັກດີຕໍ່ປະເທດຊາດ, ມີນໍ້າໃຈພິລະອາດຫານ, ເສຍສະຫຼະສູງ, ເປັນກໍາລັງຫຼັກແຫຼ່ງ ທີ່ໄວ້ວາງໃຈຂອງປະຊາຊົນ; ໃຫ້ຄະນະພັກແຕ່ລະຂັ້ນ ເອົາໃສ່ໃຈ່ປັບປຸງກົງຈັກການຈັດຕັ້ງ ແລະ ກໍ່ສ້າງພະນັກງານສືບທອດ ໃຫ້ມີຄວາມຕໍ່ເນື່ອງ; ເປັນເຈົ້າການກຳສະພາບ ຂອງກຸ່ມຄົນບໍ່ດີ ທີ່ຫວັງທຳລາຍມ້າງເພປະເທດຊາດ; ເອົາໃຈໃສ່ກວດກາ ແລະ ແກ້ໄຂບັນຫາຄົນເຂົ້າ-ອອກເມືອງທີ່ບໍ່ຖືກຕ້ອງ; ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນພາຍໃນ; ເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດອ້ອມຂ້າງ ແລະ ເພື່ອນມິດ ໂດຍໝູນໃຊ້ກົນໄກປະສານງານ ລະດັບສູນກາງ ແລະ ທ້ອງຖິ່ນ ຕໍ່ການແກ້ໄຂບັນຫາຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍຕາມແນວຊາຍແດນ ຢ່າງຄ່ອງແຄ້ວ ແລະ ທັນການ.
#ທີ່ມາ: Lao National Radio
#ຈ.ຈັນທະລິດ
#ໜັງສືພິມບໍ່ແກ້ວBokeoNewspeper
#ຄະນະໂຄສະນາອົບຮົມແຂວງ
#ແອດມິນ: ທອງຈັນ ວົງປັນຍາ



