ເມືອງເມິງ ຈັດກອງຊຸມ ຄົບຄະນະບໍລິຫານງານສະຫະພັນກໍາມະບານເມືອງ ເປີດກວ້າງ ຄັ້ງທີ I ສະໄໝທີ VII ປີ 2026

 

ວັນທີ 22 ມັງກອນ 2026 ນີ້ ຢູ່ທີ່ສະໂມສອນຂອງເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມ ຄົບຄະນະບໍລິຫານງານສະຫະພັນກໍາມະບານເມືອງເປີດກວ້າງ ຄັ້ງທີ I ສະໄໝທີ VII ປີ2026 ໂດຍການເປັນປະທານຂອງ ທ່ານ ມິດ ອິນທະວົງ ຮອງປະທານສະຫະພັນກໍາມະບານເມືອງ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ນິລະພົບ ທອງສະຫວັດ ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີບັນດາທ່ານ ຄະນະບໍລິຫານງານສະຫະພັນກໍາມະບານເມືອງ ສະໄໝທີ VII, ປະທານ-ຮອງປະທານກໍາມະບານຮາກຖານອ້ອມຂ້າງເມືອງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ມິດ ອິນທະວົງ ຮອງປະທານສະຫະພັນກໍາມະບານເມືອງ ໄດ້ຂຶ້ນຜ່ານບົດບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສະຫະພັນກໍາມະບານເມືອງ ສະໄໝທີ VII ຈາກນັ້ນ ທ່ານ ນາງ ແອ່ນຄໍາ ພົມມະທັດ ຮອງປະທານສະຫະພັນກໍາມະບານເມືອງ ໄດ້ຜ່ານບົດສະຫຼຸບວຽກງານກໍາມະບານ ປະຈໍາປີ 2025  ແລະ ທິດທາງແຜນການ ປະຈໍາປີ 2026 ເຊິ່ງບົດສະຫຼຸບໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງຈໍານວນນຶ່ງ ຜ່ານການຊີ້ນໍາ-ນໍາພາ ຈັດຕັ້ງຜັນຂະຫຍາຍ ແລະປະຕິບັດຕາມມະຕິກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານເມືອງ ຄັ້ງທີ VII  ຕະຫຼອດໄລຍະທີຜ່ານມາແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ທັນແຖວສະມາຊິກກໍາມະບານ, ກໍາມະກອນ, ຊາວຜູ້ອອກແຮງງານບັນດາເຜົ່າ ແລະ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນຕາມພາລະບົດບາດ, ສິດ ແລະ ໜ້າທີ່ ດ້ວຍຄວາມຮັບຜິດຊອບສູງ ປັດຈຸບັນໃນທົ່ວເມືອງ ມີ 23 ກໍາມະບານຮາກຖານ, ມີຄະນະບໍລິຫານງານສະຫະພັນກໍາມະບານເມືອງ 11 ສະຫາຍ, ຍິງ 2 ສະຫາຍ, ມີສະມາຊິກກໍາມະບານທັງໝົດ 457 ສະຫາຍ, ຍິງ 192 ສະຫາຍ ສະຫະພັນກໍາມະບານເມືອງແມ່ນໄດ້ຈັດຕັ້ງເຜີຍແຜ່ກົດໝາຍວ່າດ້ວຍກໍາມະບານລາວ, ທີ່ຕັ້ງພາລະບົດບາດ, ສິດ ແລະ ໜ້າທີ່ ຂອງການຈັດຕັ້ງກໍາມະບານລົງຮອດຂັ້ນກໍາມະບານຮາກຖານ ແລະ ນໍາພາພະນັກງານເຂົ້າຮ່ວມເຊື່ອມຊື່ມບັນດາເອກະສານຕ່າງໆ ຜ່ານມາໄດ້ມອບເງິນກອງ 25 ກໍາມະບານຮາກຖານ ແລະ ພະນັກງານບໍານານ ມີ 461 ສະຫາຍ ເປັນຈໍານວນເງິນທັງໝົດ 27 ລ້ານກ່ວາກີບ ແລະ ໄດ້ຖອນເງິນນະໂຍບາຍໃຫ້ແກ່ສະມາຊິກກອງທືນ ທີເຈັບເປັນນອນໂຮງໝໍ, ເກີດລູກ, ຜ່າຕັດ ແລະ ເສຍຊີວິດ ຈໍານວນ 23 ສະຫາຍ ເປັນເງິນ 14 ລ້ານກ່ວາກີບ ຈາກນັ້ນໃນຄະນະບໍລິຫານງານສະຫະພັນກໍາມມະບານເມືອງ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ບົດສະຫຼຸບຢ່າງກົງໄປມາ ເພື່ອເຮັດໃຫ້ບົດສະຫຼຸບມີເນື້ອໃນສົມບູນ, ຄົບຖວ້ນ ແລະ ເປັນເອກະພາບ ທັງເປັນການປັບປຸງວຽກງານທີ່ຍັງຄົງຂ້າງ ເພື່ອສືບຕໍ່ຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດໃນຕໍ່ໜ້າ.

ໃນຕອນທ້າຍຂອງກອງປະະຊຸມ ທາ່ນ ນິລະພົບ ທອງສະຫວັດ ຄະນະປະຈໍາພັກເມືອງ ໄດ້ມີຄໍາເຫັນເໜັ້ນໜັກໃຫ້ຄະນະບໍລິຫານງານສະຫະພັນກໍາມະບານເມືອງ, ປະທານ-ຮອງປະທານກໍາມະບານຮາກຖານອ້ອມຂ້າງເມືອງໃຫ້ສືບຕໍ່ສຶກສາອົບຮົມ ດ້ານການເມືອງ – ແນວຄິດ ໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າ ໃຫ້ກວ້າງຂວາງ, ຕໍ່ເນື່ອງ ແລະ ໃຫ້ເລິກເຊິ່ງກວ່າເກົ່າ, ເພິ່ມທະວີການນໍາພາຕໍ່ວຽກງານກໍາມະບານ ຕິດພັນກັບຂໍ້ແຂ່ງຂັນ 5 ເປັນເຈົ້າ ໃຫ້ໄດ້ຕົວແບບໃນດ້ານຕ່າງໆ ພ້ອມກັນເປັນເຈົ້າການໃນການ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ແລະ ສຶບຕໍ່ພັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນສະຫະພັນກໍາມະບານເມືອງ ສະໄໝທີ VII ໃຫ້ປະກົດຜົນເປັນຈິງເທື່ອລະກ້າວ.

ຂ່າວ: ອຸ່ນຄໍາ ຂັນວາລິດ

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa