ເມືອງປາກທາ ເຊື່ອມຊຶມເອກະສານ ເພື່ອການເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V

ວັນທີ 19 ມັງກອນ 2026 ນີ້ ຢູ່ທີ່ສະໂມສອນຂອງເມືອງປາກທາ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມ ເຊື່ອມຊຶມເອກະສານເພື່ອການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ໂດຍການເປັນປະທານ ຂອງ ທ່ານ ສາລີ ວັນນະສານ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ມີບັນດາທ່ານ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ-ຮອງຫ້ອງການ ສອງກອງບັນຊາການ ປກຊ-ປກສ ຕະຫຼອດຮອດພະນັກງານລັດຖະກອນອ້ອມຂ້າງເມືອງເຂົ້າຮ່ວມ.

ໃນກອງປະຊູມຜູ້ເຂົ້າຮ່ວມໄດ້ພ້ອມກັນຮັບຟັງ ແລະ ເຊື່ອມຊຶມເອກກະສານທີ່ສໍາຄັນຕ່າງໆເປັນຕົ້ນແມ່ນ: ເຊື່ອມຊຶມ ແລະຜັນຂະຫຍາຍມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກທຸກຂັ້ນຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V, ເພີ່ມທະວີການນໍາພາແນວຄິດ ເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ ເພື່ອການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V, ຜ່ານແຜນດໍາເນີນງານຂອງຄະນະກໍາມະການເລືອກຕັ້ງຂັ້ນເມືອງ ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V, ຄໍາແນະນໍາວ່າດ້ວຍການໂຄສະນາ, ປຸກລະດົມຄະບວນການ ແລະ ຍ້ອງຍໍໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ແລະ ຄໍາແນະນໍາກ່ຽວກັບການເພີ່ມທະວີການນໍາພາ-ຊີ້ນໍາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ແລະ ເອກະສານອື່ນໆອີກຈຳນວນໜຶ່ງ.

ທັງນີ້, ກໍເພື່ອເປັນການເພີ່ມທະວີການສຶກສາອົບຮົມ ແລະ ຍົກສູງລະດັບຄວາມຕືື່ນຕົວທາງດ້ານການເມືອງໃຫ້ແກ່ສະມາ ຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫວດ, ນັກຮຽນ-ນັກສຶກສາ, ຜູ້ປະກອບການ ແລະ ປະຊາຊົນລາວ ບັນດາເຜົຼ່າ ໂດຍສະເພາະ ແມ່ນຜູ້ມີສິດ ເລືອກຕັັ້ງ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈທີຖືກຕ້ອງ ແລະ ເປັນເອກະພາບຕໍ່ການເລືອກຕັັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V. ບົນພື້ນຖານດັ່ງງກ່າວ ເຮັດໃຫ້ຜູ້ມີສິດເລືອກຕັັ້ງ ມີຄວາມຕື່ນຕົວສະໝັກໃຈ ໄປໃຊ້ສິດໃນວັນ ເລືອກຕັັ້ງ ໃຫ້ຄົບຖ້ວນ ຕາມລະບຽບກ່ຽວກັບການເລືອກຕັັ້ງ;  ເສີມຂະຫຍາຍຢ່າງແຂງແຮງ ການປະຕິບັດສິດ ປະຊາທິປະໄຕ ຂອງປະຊາຊົນ ລາວບັນດາເຜົ້າ ໂດຍສະເພາະ ຜູ້ມີສິດປ່ອນບັດເລືອກຕັັ້ງ ໃຫ້ຖືກຕ້ອງ ແລະ ຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເພື່ອປະກອບສ່ວນຢ່າງສົມກຽດ ເຂົ້າໃນການປັບປຸງບູລະນະລະບົບອົງການອໍານາດແຫ່ງລັດ ຂັັ້ນຕ່າງໆ ໃຫ້ມີຄວາມເຂັັ້ມແຂງ, ໜັກແໜ້ນ “ເປັນອໍານາດ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພືອຜົນປະໂຫຍດ ຂອງ ປະຊາຊົນ” ຢ່າງແທ້ຈິງ ເປັນຕົ້ນ: ປັບປຸງກົງຈັກການຈັດຕັັ້ງ ແລະ ການເຄື່ອນໄຫວປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ  ສະພາປະຊາຊົນຂັັ້ນແຂວງ ຕາມທີ່ດ້ກໍານົດໄວ້ໃນ ລັດຖະທໍາມະນູນ ແລະ ກົດໝາຍ ໃຫ້ມີຄຸນນະພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ;  ຮັບປະກັນເລືອກຕັັ້ງໃຫ້ໄດ້ຜູູ້ສະໝັກຮັບເລືອກຕັ້ງທີື່ມີມາດຕະຖານ, ເງືື່ອນໄຂຄົບຖ້ວນ ຕາມທີ່ກໍານົດໄວ້ໃນກົດໝາຍ.

ພາບ-ຂ່າວ: ວັນະເດດ

ກວດແກ້: ບຸນເພັງ ທຸມມະວົງ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa