



ວັນທີ 20 ມັງກອນ 2026. ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ເຊື່ອມຊຶມເອກະສານເພື່ອກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ່ X ແລະ ສະພາປະຊາຊົນຊົນແຂວງ ຊຸດທີ່ V ໃຫ້ແກ່ບັນດາອະນຸກໍາມະການຂັ້ນເມືອງ ໂດຍການເປັນປະທານຂອງທ່ານ ກາງ ມະນີຫວ່າງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ເຂົ້າຮ່ວມຄະນະປະຈໍາ-ກໍາມະການພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການທະຫານ-ຕໍາຫຼວດ, ລັດວິສາຫະກິດ, ກອງພັນໃຫຍ່ 302, ອະນຸກໍາມະການຂັ້ນເມືອງເຂົ້າຮ່ວມ.
ກອງປະຊຸມ ຜູ້ເຂົ້າຮ່ວມໄດ້ເຊື່ອມຊຶມບັນດາເນື້ອໃນເອກະສານຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາ ຂອງອົງຄະນະພັກທຸກຂັ້ນຕາມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ່ X ແລະສະພາປະຊາຊົນຊົນແຂວງຊຸດທີ່ V, ເອກະສານການເພີ່ມທະວິການນໍາພາແນວຄິດ ເສີມຂະຫຍາຍສິດປະຊາທິປະໄຕ ຂອງປະຊາຊົນບັນດາເຜົ່າເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ່ X ແລະສະພາປະຊາຊົນຊົນແຂວງຊຸດທີ່ V, ເອກະສານເນື້ອໃນຄວາມສໍາຄັນຂອງກົດໝາຍ ວ່າດ້ວຍການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະສະພາປະຊາຊົນຊົນແຂວງ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະພາປະຊາຊົນຊົນແຂວງ, ເອກະສານແຜນດໍາເນີນງານຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະພາປະຊາຊົນຊົນແຂວງ ຄໍາແນະນໍາກ່ຽວກັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃຫ້ແກ່ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະສະພາປະຊາຊົນຊົນແຂວງ, ແຈ້ງການແນະນໍາກ່ຽວກັບການສ້າງແຜນງົບປະມານຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະພາປະຊາຊົນຊົນແຂວງ, ຄໍາແນະນໍາຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ວ່າດ້ວຍການໂຄສະນາ, ປຸກລະດົມຂະບວນການ ແລະຍ້ອງຍໍໃນບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະສະພາປະຊາຊົນຊົນແຂວງ, ຈາກນັ້ນ, ຄະນະຮັບຜິດຊອບໄດ້ຜ່ານມະຕິຕົກລົງຂອງຄະນະກໍາມະການເລືອກຕັ້ງຂັ້ນເມືອງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລົງເຊື່ອມຊຶມເອກະສານກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ່ X ແລະສະພາປະຊາຊົນຊົນແຂວງຊຸດທີ່ V.
ທ່ານ ກາງ ມະນີຫວ່າງ ເລຂາຄະນະບໍລິຫານງານພັກເມືອງ ໄດ້ມີຄໍາເຫັນ ເນັ້ນໜັກ ໃຫ້ບັນດາແຕ່ລະອະນຸກໍາມະການ ແລະບັນດາທ່ານທີ່ຖືກແຕ່ງຕັ້ງຕ້ອງເພີ່ມທະວີຄວາມເອົາໃຈໃສ່ຮັບປະກັນໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະສະມາຊິກສະພາປະຊາຊົນແຂວງ ບັນລຸຜົນສໍາເລັດ ຕາມສີ່ລະດັບຄາດໝາຍເປັນຕົ້ນແມ່ນ ການນໍາພາ ຜູ້ມີສິດເລືອກຕັ້ງ ໄປປ່ອນບັດເລືອກຕັ້ງ ໃຫ້ໄດ້ຄົບຖ້ວນ 100%, ນໍາພາຜູ້ມີສິດເລືອກຕັ້ງ ໃຫ້ຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງຖືກຕ້ອງຕາມລະບຽບການເລືອກຕັ້ງ 100%, ນໍາພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະຫງົບ ແລະມີຄວາມ ປອດໄພ 100%, ນໍາພາວຽກງານປ່ອນບັດເລືອກຕັ້ງ ໃຫ້ຮັບປະກັນຄວາມໂປ່ງໃສ ແລະສຳເລັດທັນຕາມກຳນົດເວລາ 100%.
ພາບ-ຂ່າວ: ໂສພາ ທິບພະວົງ.
ຂ່າວສານ: ຄະນະໂຄສະນາອົບຮົມເມືອງຜາອຸດົມ.
ແອດມິນ: ທອງຈັນ ວົງປັນຍາ.



