ເມືອງເມິງ ສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ

 

 

 

ວັນທີ 24 ທັນວາ 2025, ເມືອງເມິງ ແຂວງບໍ່ແກ້ວ ໄດ້ສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ຊັ້ນປະຖົມສຶກສາ ປ.5 ແລະ ມັດທະຍົມສຶກສາ ມ.4 – ມ.7 ໂດຍການເປັນປະທານຂອງທ່ານ ສີວິໄລ ສີແສນດີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາທ່ານຄະນະຮັບຜິດຊອບຂອງຂະແໜງການສຶກສາທິການ ແລະກິລາເມືອງ, ຕາງໜ້າແຕ່ລະກຸ່ມໂຮງຮຽນ ຕະຫຼອດຮອດນ້ອງນ້ອຍນັກຮຽນຕົວແທນແຕ່ລະໂຮງຮຽນເຂົ້າຮ່ວມ.

ໂດຍປະຕິບັດຕາມແຜນພັດທະນາການສຶກສາ ແລະ ກິລາປະຈໍາປີ 2025-2026 ຂອງເມືອງກໍ່ຄືຂອງແຂວງ ໃນການສອບເສັງຄັດເລືອກເອົານັກຮຽນເກັ່ງຂັ້ນເມືອງ ເພື່ອເປັນຕົວແທນສອບເສັງຄັດເລືອກນັກຮຽນເກັ່ງ ທີ່ຈະເປັນຕົວແທນເຂົ້າຮ່ວມສອບເສັງໃນຂັ້ນແຂວງ ແລະ ລະດັບປະເທດ. ທັງເປັນການເປີດຂະບວນການສອນດີ-ຮຽນເກັ່ງໃນແຕ່ລະໂຮງຮຽນໃຫ້ເປັນຂະບວນການຟົດຟື້ນ, ເຊິ່ງໃນການສອບເສັງທີ່ເມືອງເມິງໃນຄັ້ງນີ້ ມີນັກຮຽນເກັ່ງຊັ້ນ ປ5, ມ4 ແລະ ມ7 ເຂົ້າຮ່ວມສອບເສັງທັງໝົດ 43 ນ້ອງ, ຍິງ 20 ນ້ອງ ໃນນີ້ ຊັ້ນປະຖົມ ມີ 3 ວິຊາຄື: ວິຊາພາສາລາວ, ວິຊາຄະນິດສາດ ແລະ ວິທະຍາສາດ ແລະສິ່ງແວດລ້ອມ, ຊັ້ນມັດທະຍົມ ມ.4 ແລະ ມ.7 ມີ 4 ວິຊາຄື: ວິຊາຄະນິດສາດ, ວິຊາຟີຊິກສາດ, ວິຊາເຄມີສາດ ແລະ ວິຊາພາສາລາວ-ວັນນະຄະດີ. ຜ່ານການສອບເສັງສາມາດຄັດເລືອກໄດ້ນ້ອງນັກຮຽນທີ່ສອບເສັງໄດ້ ຊັ້ນປະຖົມສຶກສາ ປ.5  ວິຊາ: ພາສາລາວ ທີ 1 ນາງ ຂັນຄໍາ ມາຈາກໂຮງຮຽນຊຽງດາວ, ວິຊາ:ຄະນິດສາດ ທີ 1 ນາງ ປູຕຸ ມາຈາກໂຮງຮຽນປູງເລາະ, ວິຊາ:ວິທະຍາສາດ ແລະສິ່ງແວດລ້ອມ ທີ 1 ທ້າວ ຈັນທະນິນ ຈິດດາລາ ມາຈາກໂຮງຮຽນຊຽງດາວ, ຊັ້ນມັດທະຍົມສຶກສາ ມ.4 ວິຊາຄະນິດສາດ ທີ 1 ນາງ ອາລັນດາ ໄຊຍະວົງ ມາຈາກໂຮງຮຽນ ມສ ນໍ້າເມິງ, ວິຊາພາສາລາວ-ວັນນະຄະດີ ທີ 1 ນາງ ຈິນດາ ຈັນພາວົງ ມາຈາກໂຮງຮຽນ ມສ ນໍ້າເມິງ, ວິຊາເຄມີສາດ ທີ 1 ທ້າວ ລິວເຊີງຫາວ ລິວ ມາຈາກໂຮງຮຽນ ສມ ນໍ້າເມິງ, ວິຊາຟີຊິກສາດ ທີ 1 ນາງ ຫຼ້າແສງ ຈຸລານະ ມາຈາກໂຮງຮຽນ ມຕ ຫົວນໍ້າຄາ, ຊັ້ນ ມ.7 ວິຊາຄະນິດສາດ ທີ 1 ທ້າວ ຮົວຊົງ ມາຈາກໂຮງຮຽນ ມສ ນໍ້າຍູ້, ວິຊາພາສາລາວ-ວັນນະຄະດີ ທີ 1 ນາງ ສາຍລົມ ມາຈາກໂຮງຮຽນ ມສ ນໍ້າຍູ້, ວິຊາເຄມີສາດ ທີ 1 ນາງ ຕຸລາພອນ ລໍວັນສາຍ ມາຈາກໂຮງຮຽນ ມສ ນໍ້າເມິງ, ວິຊາຟີຊິກສາດ ທີ 1 ນາງ ຟູວາງຢຸ້ຍ ຟູ ມາຈາກໂຮງຮຽນ ມສ ນໍ້າຍູ້ ທີ 1 ແມ່ນຈະໄດ້ເປັນຕົວແທນນັກຮຽນເກັງເຂົ້າຮ່ວມສອບເສັງໃນຂັ້ນແຂວງ ແລະລະດັບປະເທດ.

ໃນໂອກາດດັ່ງກ່າວນີ້ ທ່ານ ສິວິໄລ ສີແສນດີ ກໍາມະການພັກແຂວງ ເລຂາພັກເມືອງ ກໍ່ໄດ້ໂອ້ລົມຕໍ່ຄູ-ອາຈານ ແລະ ນ້ອງນ້ອຍນັກຮຽນຈົ່ງເປັນເຈົ້າການ ເອົາໃຈໃສ່ໃນການຮຽນ-ການສອນໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ, ໝັ່ນຝຶກຝົນຫຼໍ່ຫຼອມຕົນເອງໂດຍການຊອກຮູ້ຮໍ່າຮຽນເອົາບົດຮຽນຈາກໝູ່ເພື່ອນ, ພໍ່ແມ່ ແລະ ຄູອາຈານ ເພື່ອພັດທະນາຕົນເອງໃຫ້ກາຍເປັນຜູ້ທີ່ມີຄວາມຮູ້ຄວາມສາມາດໃນອະນາຄົດ, ກາຍເປັນຕົວແບບໃຫ້ແກ່ໝູ່ເພື່ອນ ແລະ ມະຫາຊົນ ແລະ ກາຍເປັນຜູ້ສືບທອດພາລະກິດຂອງຊາດໃນອານາຄົດ.

ພາບ-ຂ່າວ: ອຸ່ນຄໍາ ຂັນວາລິດ.

ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa