







ຕອນບ່າຍຂອງວັນທີ 19 ທັນວາ 2025 ນີ້. ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ສໍາເລັດ ພິທີ ປິດຊຸດຝຶກອົບຮົມການຮຽນກົດລະບຽບພັກປະຊາຊົນປະຕິບັດລາວໃຫ້ແກ່ມະຫາຊົນຜູ້ທີ່ມີຄວາມກ້າວໜ້າທີ່ເປັນເປົ້າໝາຍຂະຫຍາຍເຂົ້າພັກໃນຊຸດທີ່ III ປີ 2025 ໂດຍການເປັນປະທານຂອງສະຫາຍ ບົວເກດ ສືບໄຊຍາ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ມີຄະນະຮັບຜິດຊອບ, ຄູ-ອາຈານ ພ້ອມດ້ວຍສໍາມະນາກອນເຂົ້າຮ່ວມ.
ພິທີ ຄະນະຮັບຜິດຊອບໄດ້ຜ່ານບົດສະຫຼຸບຜົນການດໍາເນີນການເປີດຮຽນກົດລະບຽບພັກປະຊາຊົນປະຕິວັດລາວໃຫ້ແກ່ມະຫາຊົນຜູ້ກ້າວໜ້າທີ່ເປັນເປົ້າໝາຍຂະຫຍາຍເຂົ້າພັກໃນຊຸດທີ່ III ປີ 2025 ເຊິ່ງຍົກໃຫ້ເຫັນດ້ານດີ-ດ້ານອ່ອນ ແລະບົດຮຽນທີ່ຖອດຖອນໄດ້ ຜ່ານການຈັດຕັ້ງການຮຽນ-ການສອນກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ່ XI ໃຫ້ແກ່ມະຫາຊົນຜູ້ກ້າວໜ້າທີ່ເປັນເປົ້າໝາຍຂະຫຍາຍເຂົ້າພັກ ໃນຄັ້ງນີ້ ມີ ມະຫາຊົນເຂົ້າເຊື່ອມຊຶມທັງໝົດ 21 ສະຫາຍ, ຍິງ 08 ສະຫາຍ ເຊິ່ງສ່ວນໃຫຍ່ແມ່ນພະນັກງານທີ່ມາ ຈາກຂົງເຂດສໍານັກງານ-ອົງການ, ປກຊ, ປກສ ແລະໂຮງໝໍເມືອງ ການຈັດຕັ້ງປະຕິບັດຫຼັກສູດດັ່ງກ່າວໄດ້ສຳເລັດລົງຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ໄດ້ ກໍານົດໄວ້ຊຸດຝຶກອົບຮົມຄັ້ງນີ້ສໍາມະນາກອນແມ່ນໄດ້ຮຽນຮູ້ກ່ຽວກັບປະຫວັດສາດພັກໂດຍສັງເຂບ, ກົດລະບຽບພັກ ສະໄໝທີ່ XI ບາງໝວດ, ບາງມາດຕາທີ່ສໍາຄັນ, ຄູ-ອາຈານໄດ້ຖືເອົາການຂື້ນຫ້ອງຮັບຟັງການສະເໜີ ແລະອະທິບາຍເນື້ອໃນຕ່າງໆ ເປັນຕົ້ນ ຕໍ, ພາຍຫຼັງສໍາເລັດເນື້ອໃນບົດຮຽນ ແມ່ນໄດ້ປະເມີນຜົນຄວາມຮັບຮູ້ ຄວາມເຂົ້າໃຈຂອງບົດຮຽນ ແຕ່ລະສະຫາຍຢ່າງລະອຽດ ຜ່ານການຮໍ່າຮຽນເຊື່ອມຊຶມກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ່ XI, ຊຸດທີ່ III ປະຈໍາປີ 2025 ໃນຄັ້ງນີ້ ເຫັນວ່າສໍາມະນາກອນ ມີຄວາມຮັບຮູ້, ເຂົ້າໃຈ ຫຼາຍ ໂດຍສະເພາະແມ່ນບາງເນື້ອໃນກ່ຽວກັບກົດລະບຽບ ພັກ ແລະປະຫວັດສາດພັກໂດຍສັງເຂບ ສໍາມະນາກອນຫຼາຍສະຫາຍໄດ້ຜ່ານການປ້ອງກັນບົດ ສັງລວມຄວາມຮູ້ຂອງຕົນຢ່າງລະອຽດ ແລະໄດ້ຮັບປະສິດທິພາບ ແລະປະສິດທິຜົນດີ, ຊຸດຝຶກອົບຮົມຄັ້ງນີ້ແມ່ນໄດ້ໃຊ້ເວລາ 3 ວັນເຊິ່ງເລີ່ມແຕ່ວັນທີ 17 – 19 ທັນວາ 2025 ຈິ່ງສໍາເລັດ, ພິທີ ໄດ້ມອບໃບຢັ້ງຢືນສໍາເລັດການຮຽນກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ່ XI ໃຫ້ແກ່ສໍາມະນາກອນຈໍານວນ 21 ສະຫາຍ, ຍິງ 8 ສະຫາຍ, ເປັນກຽດມອບໃບຢັ້ງຢືນໂດຍສະຫາຍ ບົວເກດ ສືບໄຊຍາ ຫົວໜ້າຄະນະຈັດຕັ້ງເມືອງ ຮັບໂດຍສໍາມະນາກອນແຕ່ລະສະຫາຍ.
ໂອກາດນີ້, ສະຫາຍ ບົວເກດ ສືບໄຊຍາ ຫົວໜ້າຄະນະຈັດຕັ້ງເມືອງໄດ້ມີຄໍາເຫັນຕໍ່ ພິທີ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະຮັບຜິດຊອບທີ່ໄດ້ຂຶ້ນແຜນຫ້າງຫາກະກຽມງົບປະມານ, ວັນເວລາ ການຮຽນ-ການສອນຕ່າງໆ ແລະເອກະສານຮັບໃຊ້ເຂົ້າໃນການຮຽນຄັ້ງນີ້ ແລະສະຫາຍໄດ້ຮຽກຮ້ອງໃຫ້ສໍາມະນາກອນແຕ່ລະສະຫາຍຈົ່ງພ້ອມກັນສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄວາມຮູ້, ຄວາມສາມາດ, ຄຸນສົມບັດສິນທຳ ປະຕິວັດ ແລະແບບແຜນວິທີເຮັດວຽກເພື່ອກຽມພ້ອມທາງດ້ານມາດຖານເງື່ອນໄຂໃຫ້ຄົບຖ້ວນ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ, ສ້າງຕົນເອງໃຫ້ເປັນແບບຢ່າງໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ຕົນຮັບຜິດຊອບດ້ວຍຄວາມຮັບຜິດຊອບສູງ ແລະພ້ອມກັນນໍາເອົາບົດຮຽນໃນຄັ້ງນີ້ເຂົ້າໄປຈັດຕັ້ງຜັນຂະຫຍາຍຢູ່ໃນກົມກອງຂອງຕົນໃຫ້ໄດ້ຮັບຜົນດີ.
ພາບ-ຂ່າວ: ໂສພາ ທິບພະວົງ.
ຂ່າສານ: ຄະນະໂຄສະນາອົບຮົມເມືອງ.
ແອດມິນ: ທອງຈັນ ວົງປັນຍາ.



