ຄະນະໂຄສະນາອົບຮົມເມືອງຜາອຸດົມຮັບຮອງເອົາສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ

ໃນຕອນບ່າຍຂອງວັນທີ 3 ທັນວາ 2025 ນີ້. ຢູ່ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ມີພິທີ ຮັບຮອງເອົາສະມາຊິກພັກສໍາຮອງເລື່ອນຂຶ້ນເປັນສະມາຊິກພັກສົມບູນ ໂດຍການເປັນປະທານຂອງສະຫາຍ ຄໍາຝັ້ນ ສໍແອນົງ ກໍາມະການພັກເມືອງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມ ເມືອງ, ມີສະຫາຍ ແສງຈັນ ອຸ່ນສະຫວັດ ຮອງເລຂາໜ່ວຍພັກ ຮອງຫົວໜ້າຫ້ອງການຄະນະໂຄສະນາອົບຮົມເມືອງ, ມີຄະນະຮັບຜິດຊອບຈາກຫ້ອງການກ່ຽວຂ້ອງພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.

ພິທີ ຕາງໜ້າໃຫ້ແກ່ສະມາຊິກພັກສົມບູນ ທີ່ຕິດຕາມສະມາຊິກພັກສໍາຮອງເພື່ອເລື່ອນຂຶ້ນສົມບູນ ໄດ້ຢັ້ງຢືນວ່າ ຜູ້ກ່ຽວມີຊີວະປະຫວັດຈະແຈ້ງ, ຂາວສະອາດ, ຖືກຕ້ອງ ຕາມປະຫວັດຂອງພະນັກງານລັດຖະກອນ, ປະຈຸບັນສະຫາຍໄດ້ຖືກບັນຈຸຊັບຊ້ອນ ເຮັດວຽກຢູ່ຄະນະໂຄສະນາອົບຮົມເມືອງໃນໄລຍະ 6 ເດືອນຜ່ານການຕິດຕາມການເຄື່ອນໄຫວຂອງມະຫາຊົນທີ່ ມີຄວາມກ້າວໜ້າ ກໍ່ເຫັນວ່າສະຫາຍໄດ້ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ມີແນວຄິດອຸ່ນອ່ຽນ, ທຸ່ນທ່ຽງ ສາມາດໄຈ້ແຍກມິດ ແລະສັດຕູໄດ້ຢ່າງຈະແຈ້ງ, ມີຄວາມເຊື່ອໝັ້ນຕໍ່ການຊີ້ນໍາ-ນໍາພາຂອງພັກ-ຂອງລັດເປັນຢ່າງດີ, ເຫັນວ່າສະຫາຍໄດ້ມີຄວາມອົດທົນ ຕັ້ງໜ້າຝຶກຝົນຫຼໍ່ຫຼອມ ຕົນເອງ, ມີການຄົ້ນຄ້ວາຊອກຮູ້ຮໍ່າຮຽນທິດສະດີມາກ-ເລນິນ, ຮໍ່າຮຽນເອົາແນວທາງປ່ຽນແປງໃໝ່ຂອງພັກ-ລັດ, ມີຄວາມ ຈົ່ງຮັກພັກດີ, ຊື່ສັດບໍລິສຸດຕໍ່ພັກ-ຕໍ່ລັດ ບໍ່ອ່ຽງຊ້າຍ, ອ່ຽງຂວາ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ແລະສະຫາຍໄດ້ມີວິຊາສະເພາະທີ່ແນ່ນອນ ໃນການ ປະກອບສ່ວນເຂົ້າໃນໜ້າທີ່ວຽກງານທີ່ຕົນເອງຮັບຜິດຊອຍ, ສາມາດບໍລິຫານວຽກງານທີ່ຂັ້ນເທິງມອບ    ໝາຍໃຫ້ຈົນສຳເລັດ, ຮູ້ປຶກສາຫາລື, ຮູ້ປະສານງານທັງພາຍໃນ ແລະພາຍນອກໄດ້ດີພໍສົມຄວນ, ຜ່ານມາເຫັນວ່າມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ວຽກງານຂອງຕົນເອງ, ເອົາໃຈໃສ່ໃນການປະຕິບັດວຽກງານ ທີ່ການຈັດຕັ້ງມອບ    ໝາຍໃຫ້ຈົນສໍາເລັດຜົນ, ມີການພົວພັນປະສານງານ ກັບພາກສ່ວນອື່ນໄດ້ເປັນຢ່າງດີ, ມີຄວາມຈຸບຈ້າວຫ້າວຫັນ ໃນການເຂົ້າຮ່ວມຂະບວນການອອກແຮງງານ, ເຂົ້າຮ່ວມ ຂະບວນການຫຼິ້ນກິລາ ແລະ ຂະບວນການອື່ນໆ. ຈາກນັ້ນ, ຄະນະຮັບຜິດຊອບຫ້ອງການກ່ຽວຂ້ອງໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງວ່າດ້ວຍການອະນຸມັດສະມາຊິກພັກສໍາຮອງເລື່ອນຂຶ້ນເປັນສະມາຊິກພັກສົມບູນ ໃນນີ້, ຄະນະປະຈໍາພັກເມືອງໄດ້ຕົກລົງເຫັນດີເລື່ອນສະຫາຍ ນາງວຽງທອງ ສີລິຄໍາອ້ອຍ ສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນ.

ໂອກາດດຽວກັນນີ້, ສະຫາຍ ຄໍາຝັ້ນ ສໍແອນົງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມ ເມືອງ ໄດ້ມີຄໍາເຫັນໂອ້ລົມຕໍ່ກັບສະຫາຍຜູ້ທີ່ເລື່ອນຂຶ້ນເປັນສະມາຊິກພັກສົມບູນ ໃນຄັ້ງນີ້ ກ່ອນອື່ນສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບສະຫາຍ ຜູ້ທີ່ຖືກເລື່ອນຈາກສະມາຊິກພັກສໍາຮອງມາເປັນສົມບູນ ແລະສະຫາຍ ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບຮອງເອົາເປັນສະມາຊິກພັກສົມບູນຈົ່ງກໍາແໜ້ນຕໍ່ພາລະບົດບາດປະຕິບັດຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ, ຍຶດໝັ້ນປະຕິບັດຕາມ 6 ສິດ ແລະ 5 ໜ້າທີ່ຂອງສະມາຊິກພັກ, ເອົາໃຈໃສ່ ກໍາແໜ້ນປະຕິບັດຕາມ 5 ຫຼັກການ, 3 ທິດນໍາ ແລະ 11 ຂໍ້ຫ້າມຂອງສະມາຊິກພັກເຮັດໃຫ້ຕົນເອງກາຍເປັນແບບຢ່າງນໍາໜ້າໃຫ້ແກ່ມະຫາຊົນ ແລະກາຍເປັນສະມາຊິກພັກຜູ້ດີເດັ່ນໃນຕໍ່ໜ້າ.

ພາບ-ຂ່າວ: ໂສພາ ທິບພະວົງ.

ຂ່າວສານ: ຄະນະໂຄສະນາອົບຮົມເມືອງຜາອຸດົມ. 8.12.2025.

ແອດມິນ: ທອງຈັນ ວົງປັນຍາ.

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa