















ໃນຕອນເຊົ້າວັນທີ 2 ທັນວານິ້.ຢູ່ທີ່ສະໜາມຫຼວງ (ເດີ່ນພະທາດຫຼວງວຽງຈັນ),ໄດ້ພິທີ ໂຮມຊຸມນຸມໃຫຍ່ ແລະ ສວນສະໜາມ ເພື່ອສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຄົບຮອບ 50 ປີ (ວັນທີ 2 ທັນວາ 1975-2 ທັນວາ 2025) ຂຶ້ນຢ່າງຍິ່ງໃຫຍ່ ໄດ້ມີການຖ່າຍທອດສົດ.ແຂວງບໍ່ແກ້ວໄດ້ຈັດ ພິທີ ເຂົ້າຮ່ວມຊົມຢູ່ທີ່ຫໍວັດທະນະທຳແຂວງບໍ່ແກ້ວ.ມີ ສະຫາຍ ພົ.ວ ແປ້ນຄໍາ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງບໍ່ແກ້ວ.ມີບັນດາການນໍາ ພັກ-ລັດ,ພະນັກງານບໍານານ ,ພະນັກງານຫຼັກແຫຼ່ງ ແລະ ນັກຮຽນ, ນັກສຶກສາອ້ ອມຂ້າງແຂວງບໍ່ແກ້ວໄດ້ເຂົ້າຮ່ວມ
ວັນທີ 2 ທັນວາ 1975 – 2 ທັນວາ 2025 ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນຂອງພັກ ແລະ ປະຊາຊົນລາວບັນດາເຜົ່າ ເປັນໝາກຜົນລວມຍອດໃນການຕໍ່ສູ້ປະຕິວັດທີ່ເຕັມໄປດ້ວຍຄວາມເສຍສະຫຼະ ແລະ ຜ່ານຜ່າຄວາມຫຍຸ້ງຍາກມາຫລາຍ 10 ປີ ແລະ ເປັນວັນແຫ່ງ ໄຊຊະນະຢ່າງສົມບູນຂອງການປະຕິວັດຊາດ ປະຊາທິປະໄຕ ປະຊາຊົນ ໄດ້ຮັບສິດທິພາບປະຊາທິປະໄຕ ມີຄວາມເປັນເອກະລາດ ອະທິປະໄຕ ເອກະພາບ ເຮັດໃຫ້ ສປປລາວ ມີພາລະບົດບາດເທົ່າທຽມກັບປະເທດອື່ນໆໃນເວທີສາກົນ
ໃນ ພິທີ ໂຮມຊຸມນຸມ ບັນດາການນຳ ແລະ ຜູ້ເຂົ້າຮ່ວມ ໄດ້ຮັບຊົມການຖ່າຍທອດສົດ, ການກ່າວສູນທອນພົດ ຈາກ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຮັບຊົມພາບການເດີນສວນສະໜາມ ຂອງກ້ອນກຳລັງຕ່າງໆ ເຊິ່ງສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ, ຄວາມຈະເລີນຮຸ່ງເຮືອງ ແລະ ມູນເຊື້ອອັນພິລະອາດຫານຂອງຊາດລາວ ຕະຫຼອດໄລຍະ 50 ປີຜ່ານມາ ແຕ່ບໍ່ພຽງເປັນການສະຫຼອງວັນປະຫວັດສາດຂອງຊາດເທົ່ານັ້ນ, ແຕ່ຍັງເປັນການປຸກລະດົມຈິດໃຈຮັກຊາດ, ເຊີດຊູມູນເຊື້ອ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ ຊາວແຂວງບໍ່ແກ້ວ ໃຫ້ສືບຕໍ່ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຮັ່ງມີເຂັ້ມແຂງຂຶ້ນໄປເລື້ອຍໆ.
ໂດຍ: ເງິນຫຼົງ ຈິດພູວົງ.
ແອດມິນ: ທອງຈັນ ວົງປັນຍາ.



