









ພະນັກງານການນໍ,ພະນັກງານລັດຖະກອນ ເມືອງເມິງແຂວງບໍ່ແກ້ວ.ໄດ້ເຂົ້າຮ່ວມຊົມ ພິທີ ໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (2 ທັນວາ 1975 -2 ທັນວາ 2025)ມີການການຖ່າຍທອດສົດຈາກໂທລະພາບແຫ່ງຊາດລາວ ນະຄອນຫຼວງວຽງຈັນ ໃນວັນທີ 2 ທັນວາ 2025 ນິ້. ເມືອງເມິງໄດ້ຈັດ ພິທີ ຮັບຊົມຢູ່ທີສະໂມສອນເມືອງເມິງ ເຂົ້າຮ່ວມມີ ທ່ານ ຄໍາແສງ ສຸລິຍະວົງ ຄະນະປະຈໍາພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ມີບັນດາທ່ານ ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ພະນັກງານອາວຸໂສບໍານານ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການ ປກຊ-ປກສ, ອົງການປົກຄອງບ້ານພາຍໃນເທດສະບານດເມືອງ, ແລະ ພະນັກງານລັດຖະກອນອ້ອມຂວ້າງເມືອງເຂົ້າຮ່ວມ.
ໃນພິທີໄດ້ຮັບຊົມການຖ່າຍທອດສົດເລີ່ມຈາກການເຄົາລົບທຸງຊາດ ເພື່ອກ້າວສູ່ພິທີໂຮມຊຸມນຸມ ແລະ ກ່າວສູນທອນພົດ ຈາກ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຊິ່ງໄດ້ຍົກໃຫ້ເຫັນໃນເມື່ອກ່ອນລາວເຮົາໄດ້ຕົກເປັນຫົວເມືອງຂຶ້ນ ຂອງພວກສັກດີນາ ແລະ ຈັກກະພັດຕ່າງດ້າວ ທີ່ຜັດປ່ຽນກັນເຂົ້າມາຮຸກຮານ – ກົດຂີ່ຂູດຮີດ ແລະ ເຂັນຂ້າປະຊາຊົນລາວບັນດາເຜົ່າ ຜູ້ບໍລິສຸດເປັນເວລາຫຼາຍຮ້ອຍປີ, ໂດຍການກະທໍາອັນໂຮດຮ້າຍປ່າເຖື່ອນຂອງພວກເຂົານັ້ນ ມັນໄດ້ເຮັດໃຫ້ປະຊາຊົນລາວຕົກທຸກໄດ້ຍາກ, ທຸກທໍລະມານຢ່າງແສນສາຫັດ ແລະ ລົ້ມຫາຍຕາຍຈາກ, ຄອບຄົວແຕ່ກແຍກ ຈົນບໍ່ອາດຈະພັນລະນາໄດ້; ແຕ່ດ້ວຍຄວາມທີ່ມີຈິດໃຈຮັກຊາດ, ຮັກບ້ານເກີດເມືອງນອນຂອງຕົນ ໂດຍບໍ່ຍອມຈໍານົນຕໍ່ສັດຕູ, ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມກັນລຸກຂຶ້ນຕໍ່ສູ້ກູ້ຊາດ ຕ້ານພວກສັກດີນາ ແລະ ພວກລ່າເມືອງຂຶ້ນ ຍອມເສຍສະລະຊີວິດເລືອດເນື້ອ ເພື່ອກອບກູ້ເອົາປະເທດຊາດ ອອກຈາກແອບຄອບຄອງ ຂອງສັກດີນາ ແລະ ຈັກກະພັດຕ່າງດ້າວ. ມາເຖິງປີ 1930 ພັກຄອມມູນິດອິນດູຈີນໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ນໍາພາການຕໍ່ສູ້ດ້ວຍແນວທາງອັນຖືກຕ້ອງ; ມາເຖິງປີ 1955 ພັກປະຊາຊົນ ປະຕິວັດລາວ ໄດ້ສ້າງຕັ້ງຂຶ້ນ ແລະ ໄດ້ນໍາພາປະຊາຊົນລາວບັນດາເຜົ່າ ຕໍ່ສູ້ຕ້ານພວກຈັກກະພັດ ແລະ ພວກລູກແຫຼ້ງຕີນມືຂາຍຊາດ, ຂະບວນການຕໍ່ສູ້ ແມ່ນໄດ້ດໍາເນີນໄປຢ່າງດຸເດືອດເຂັ້ມແຂງ ສາມາດຕີຊະນະສັດຕູໄດ້ຢ່າງຕໍ່ເນື່ອງ, ເຮັດໃຫ້ພວກຈັກກະພັດຖືກປາລາໄຊ ແລະ ໄດ້ສະຖາປະນາລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ຂຶ້ນຢ່າງສະຫງ່າຜ່າເຜີຍ, ເຊິ່ງໄຊຊະ ນະດັ່ງກ່າວ ມັນໄດ້ເປັນຂີດໝາຍແຫ່ງປະຫວັດສາດ ທີ່ສາມາດປະກາດໃຫ້ຊາວໂລກໄດ້ຮັບຮູ້ເຖິງຄວາມເປັນເອກະລາດ-ອໍານາດ-ອະທິປະໄຕ ແລະ ຜືນແຜ່ນດີນອັນຄົບຖ້ວນຂອງຊາດລາວຢ່າງແທ້ຈິ່ງ ແລະ ຮັບຊົມການເດີນສວນສະໜາມຂອງແຕ່ລະກ້ອນກໍາລັງຕ່າງໆ ບັນຍາກາດມີຄວາມຄຶກຄື້ນ ດ້ວຍຄວາມພາກພູມໃຈຂອງປວງຊົນລາວທັງຊາດ.
ເນື່ອງໃນໂອກາດວັນສໍາຄັນດັ່ງກ່າວ ທາງການນໍາເມືອງໄດ້ມອບກະຕາຂອງຂວັນໃຫ້ແກ່ພະນັກງານອາວຸໂສບໍານານ ເພື່ອສະແດງຄວາມຮູ້ບຸນ ແລະ ຄຸນງາມຄວາມດີ ໃນການເອົາໃຈໃສ່ປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະ 50 ປີທີ່ຜທ່ານມາ ກໍ່ຄືເມືອງເມິງແຂວງບໍ່ແກ້ວ, ມອບໃບຍ້ອງຍໍ ແລະ ໃບຊົມເຊີຍຂອງທ່ານເຈົ້າເມືອງ ໃຫ້ແກ່ກົມກອງ ແລະ ບຸກຄົນຜູ້ທີ່ມີຜົນງານດີເດັນໃນການປະກອບສ່ວນພັດທະນາປະເທດຊາດ ແລະ ຮັບຊົມການສະແດງສິນລະປະວັນນະຄະດີ ແລະ ມອບລາງວັນກິລາປະເພດຕ່າງໆບັນຍາກາດມີຄວາມຄຶກຄື້ນມວນຊືນ.
ພາບ-ຂາວ: ອຸ່ນຄໍາ ຂັນວາລິດ
ແອດມິນ: ທອງຈັນ ວົງປັນຍາ



