




ແຂວງບໍ່ແກ້ວ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນ
ແຂວງບໍ່ແກ້ວ ໄດ້ຈັດ ພິທີ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ( ວັນທີ 2 ທັນວາ 1975- ວັນທີ 2 ທັນວາ 2025)ໃນວັນທີ 01 ທັນວາ 2025.ຢູ່ທີ່ຫໍວັດທະນະທຳແຂວງ ໂດຍເປັນກຽດເຂົ້າຮ່ວມມີ ສະຫາຍ ພົ.ວ ແປ້ນຄຳ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງ ຮັກສາການເຈົ້າແຂວງບໍ່ແກ້ວ, ມີບັນດາຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ ກໍາມະການພັກແຂວງ, ອາດີດການນໍາ, ພະນັກງານອາວູໂສບໍານານ, ຫົວຫນ້າ-ຮອງຫົວໜ້າ ພະແນກການ, ກົມກອງ, ຫ້ອງການ ແລະ ພະນັກງານລັດຖະກອນອ້ອມຂ້າງແຂວງເຂົ້າຮ່ວມ
ໃນພິທີ ສະຫາຍ ນາງ ດາວ ໄຊເສດຖາ ຫົວໜ້າ ຄະນະຈັດຕັ້ງແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຮັບຮອງ ຜົນຂອງການຄົ້ນຄວ້າຍໍຍ້ອງ ແລະ ປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນປົກປັກຮັກສາ ແລະ ສ້າງພັດທະນາປະເທດຊາດ ກໍ່ຄືແຂວງບໍ່ແກ້ວ ໃນໄລຍະຜ່ານມາ ໃນນິ້ ໄດ້ປະດັບຫຼຽນໃຫ້ຄະນະປະຈໍາພັກແຂວງ ແລະ ປະທານສະພາປະຊາຊົນແຂວງ ຈໍານວນ 11 ທ່ານ, ພະນັກງານບໍານານ(ອະດີດຄະນະປະຈໍາພັກແຂວງ) ຈໍານວນ 13 ທ່ານ. ພະນັກງານບໍານານ ອະດີດກຳມະການພັກແຂວງ, ຫົວໜ້າພະແນກການ-ອົງການ ຈໍານວນ 21 ທ່ານ , ຍິງ 4 ທ່ານ, ກໍາມະການພັກແຂວງ ຈໍານວນ 22 ທ່ານ, ຍິງ 6 ທ່ານ, ຄະນະປະຈໍາສະພາ, ຮອງປະທານຄະນະກຳມະການ, ຄະນະເລຂາທິການ, ຫົວໜ້າ ພະແນກການ, ອົງການທຽບເທົ່າ ແລະ ບັນດາທ່ານ ຄະນະກຳມະການປົກຄອງເມືອງ 5 ເມືອງ ຈໍານວນ 20 ທ່ານ, ຍິງ 03 ທ່ານ ແລະ ຜູ້ປະກອບການ, ລັດວິສາຫະກິດ ແລະ ນັກທຸລະກິດ ຈໍານວນ 10 ທ່ານ ,ຍິງ 01 ທ່ານ ແລະ ໃຫ້ກຽດປະດັບຫຼຽນຢ່າງສົມກຽດ ໂດຍແມ່ນ ສະຫາຍ ພົ.ວ ແປ້ນຄຳ ບຸດຈັນແພງ ເລຂາຄະນະບໍລິຫານງານພັກແຂວງ ຮັກສາເຈົ້າແຂວງບໍ່ແກ້ວ, ທັງນິ້ເພື່ອປະຕິບັດຕາມການແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ2160/ຄຈສພ ກ່ຽວກັບການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢູ່ແຂວງບໍ່ແກ້ວ.
ຂ່າວ: ເງິນຫຼົງ ຈິດພູວົງ.
ພາບ: ຄໍາເພັງ ສີສະຫວ່າງ.
ແອດມິນ: ທອງຈັນວົງປັນຍາ.



