








ຕອນເຊົ້າຂອງວັນທີ 24 ພະຈິກ 2025 ນີ້. ຢູ່ທີ່ສະໂມສອນ ບ້ານໃຫຍ່ນໍ້າຍາວ ເມືອງຜາອຸດົມແຂວງບໍ່ແກ້ວ ໄດ້ສໍາເລັດ ພິທີປິດຊຸດຝຶກອົບຮົມສີມີແຮງງານສາຂາອາຊີບປູກເຫັດນາງລົມໃຫ້ແກ່ປະຊາຊົນກຸ່ມເປົ້າໝາຍຢູ່ບ້ານໃຫຍ່ນໍ້າຍາວ ໂດຍການເປັນປະທານຂອງທ່ານ ສົມນິດ ໄຊທະວົງສິດ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ( ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາ-ສັງຄົມ ), ເຂົ້າຮ່ວມມີທ່ານ ວັນນະສອນ ໂພທິປັນຍາ ກໍາມະການພັກແຂວງ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງ, ມີຫົວໜ້າ-ຮອງຫົວໜ້າພະແນກການກ່ຽວຂ້ອງຂອງແຂວງ, ຫົວໜ້າ-ຮອງຫົວໜ້າຫ້ອງການກ່ຽວຂອງເມືອງ, ອໍານາດການປົກຄອງບ້ານ, ຄູຝຶກ ແລະ ສໍາມະນາກອນເຂົ້າຮ່ວມ.
ພິທີຄະນະຮັບຜິດຊອບໄດ້ລາຍງານກ່ຽວກັບການຝຶກອົບຮົມສີມືແຮງງານສາຂາອາຊີບການປູກເຫັດນາງລົມຢູ່ກຸ່ມຈຸດສຸມລ້ອງນໍ້າຍາວໃນຄັ້ງນີ້, ເຊິ່ງຍົກໃຫ້ເຫັນສະພາບລວມ, ຈຸດປະສົງ ແລະຄາດໝາຍ, ດ້ານດີ, ດ້ານອ່ອນ, ຂໍ້ສະດວກ ແລະຂໍ້ຫຍຸ້ງຍາກ, ຊຸດຝຶກອົບຮົມສີມືແຮງງານສາຂາອາຊີບການປູກເຫັດນາງລົມ ຢູ່ຈຸດສຸມລ້ອງນໍ້າ ຍາວຄັ້ງນີ້ ໄດ້ໃຊ້ເວລາຝຶກທັງໝົດ 5 ວັນ ເລີ່ມແຕ່ວັນທີ 17-21 ພະຈິກ 2025 ເປັນຕົ້ນມາ, ເຊິ່ງມີສໍາມະນາກອນເຂົ້າຮ່ວມທັງໝົດ 13 ທ່ານ, ຍິງ 8 ທ່ານ, ຫຼັກສູດການຝຶກອົບຮົມແມ່ນໄດ້ນໍາໃຊ້ພາກທິດສະດີ ແລະ ການສາທິດນໍາພາປະຕິ ບັດຕົວຈິງໄປພ້ອມໆກັນ ເພື່ອເຮັດໃຫ້ຜູ້ເຂົ້າຝຶກໄດ້ເຂົ້າໃຈງ່າຍຂຶ້ນ ແລະ ຈື່ຈຳໄດ້ ແລະ ສາມາດນຳເອົາບົດຮຽນດັ່ງກ່າວນີ້ນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ. ສຳຫຼັບຫຼັກສູດການຝຶກອົບຮົມແມ່ນມີວິທີແປງແຕະໜຶ້ງເບົ້າເຫັດ, ວິທີເຮັດເຕົາໄຟ ແລະ ວິທີຍັດສໍາລີໃສ່ຜ້າອັດເບົ້າເຫັດ, ວິທີປະສົມຂີ້ເລື່ອຍ, ວິທີຍັດເບົ້າເຫັດ, ວິທີໜຶ້ງເບົ້າເຫັດ, ວິທີເອົາເບົ້າເຫັດອອກໝໍ້ ແລະວິທີທັບຫົວເຊື້ອເຫັດ, ວິທີເຂ່ຍຫົວເຊື້ອ, ການທົດລອງເຮັດຕົວຈິງສາມາດຜະລິດເບົ້າເຫັດໄດ້ທັງໝົດ 1,300 ເບົ້າ, ຜ່ານການປະເມີນກ່ຽວກັບການຮຽນ-ການສອນສາມາດຕີລາຄາກ່ຽວກັບຄວາມຮັບຮູ້ ແລະຄວາມເຂົ້າໃຈ ຂອງຜູ້ເຂົ້າຝຶກແມ່ນມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ແລະ ສາມາດນຳເອົາບົດຮຽນໃນຄັ້ງນີ້ໄປນຳໃຊ້ເຂົ້າໃນການສ້າງເສດຖະກິດຄອບຄົວ. ຈາກນັ້ນໄດ້ມອບໃບຢັ້ງຢືນການສຳເລັດຝຶກອົບຮົມ ຂອງທ່ານຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງບໍ່ແກ້ວ ໃຫ້ກັບສໍາມະນາກອນທີ່ໄດ້ສໍາເລັດການຝຶກອົບຮົມສີມີແຮງງານສາຂາອາຊີບປູກເຫັດນາງລົມໃຫ້ແກ່ປະຊາຊົນກຸ່ມເປົ້າໝາຍຢູ່ບ້ານໃຫຍ່ນໍ້າຍາວ ຈໍານວນ 9 ທ່ານ, ຍິງ 7 ທ່ານ, ມອບໃບຢັ້ງຢືນໂດຍແມ່ນທ່ານ ວັນນະສອນ ໂພທິປັນຍາ ກຳມະການພັກແຂວງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມອບໃບຍ້ອງຍໍຂອງທ່ານເຈົ້າເມືອງໆຜາອຸດົມໃຫ້ແກ່ຄູຝຶກຈໍານວນ 2 ທ່ານ ມອບໂດຍແມ່ນທ່ານ ສົມນິດ ໄຊທະວົງສິດ ຮອງປະທານຄະນະກໍາມະການປົກຄອງເມືອງ.
ພ້ອມທັງໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກບາງບັນຫາໃຫ້ແກ່ຄູຝຶກ ແລະ ສຳມະນາກອນຜູ້ເຂົ້າຮ່ວມ ພາຍຫຼັງໄດ້ສໍາເລັດການຝຶກອົບຮົມໃນຄັ້ງນີ້ແລ້ວ, ຈົ່ງພ້ອມກັນນໍາເອົາບົດຮຽນທີ່ໄດ້ຮຽນມານຳໄປຈັດຕັ້ງປະຕິບັດຢູ່ໃນຄອບຂອງຕົນໃຫ້ປະສົບຜົນສໍາເລັດ ເພື່ອສ້າງເສດຖະກິດຊີວິດການເປັນຢູ່ຂອງຄອບຄົວໃຫ້ດີຂຶ້ນ, ເຮັດໃຫ້ຄອບຄົວໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ໃຫ້ກາຍກາຍເປັນຄອບຄົວຕົວແບບໃນການປູກເຫັດໃນຕໍ່ໜ້າ ແລະ ສາມາດເປັນຄູຝຶກ ເພື່ອຖ່າຍທອດຄວາມຮູ້ດັ່ງກ່າວໃຫ້ແກ່ຄອບຄົວອື່ນທີ່ມີຄວາມສົນໃຈມັກຮັກໃນການປູກເຮັດ ເພື່ອສ້າງລາຍໄດ້ໃຫ້ແກ່ຄອບຄົວ ເຮັດໃຫ້ຄອບຄົວໄດ້ຫຼຸດພົ້ນອອກຈາກຄວາມທຸກຢາກເທື່ອລະກ້າວ.
ພາບ-ຂ່າວ: ໂສພາ ທິບພະວົງ.
ຂ່າວສານ: ຄະນະໂຄສະນາອົບຮົມເມືອງຜາອຸດົມ. 25.11.2025.
ແອດມິນ: ທອງຈັນ ວົງປັນຍາ.



