
ສະຫາຍ ພົນຈັດຕະວາ ສາຍທອງ ປິຊາຈັນ ກໍາມະການກະຊວງປ້ອງກັນປະເທດ, ເລຂາຄະນະພັກ ຫົວໜ້າການເມືອງກອງພົນທະຫານຮາບທີ3




ໃນວັນທີ 24 ພະຈິກ 2025 ນີ້ ຢູ່ທີ່ ສະໂມສອນກອງພັນໃຫຍ່302 ກອງພົນທີ3 ໄດ້ຈັດພິທີ ປະກາດການຈັດຕັ້ງນຳພາ-ບັນຊາ ຂັ້ນຮອງຫົົວໜ້າພະແນກການ, ຫົວໜ້າຂະແໜງ ແລະ ຫົວໜ້າໝວດກໍ່ສ້າງ, ຄຸ້ມຄອງຊັບສິນ ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ພົນຈັດຕະວາ ສາຍທອງ ປິຊາຈັນ ກໍາມະການກະຊວງປ້ອງກັນປະເທດ, ເລຂາຄະນະພັກ ຫົວໜ້າການເມືອງກອງພົນທະຫານຮາບທີ3, ມີສະຫາຍພັນເອກ ຄໍາອ້ວນ ວຽງສະຫວັນ ກໍາມະການຄະນະພັກກອງພົນທີ3 ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່302, ສະຫາຍພັນໂທ ບຸນຄືນ ເລີຍຄໍາເຢີນ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພັນໃຫຍ່302, ມີຄະນະພັກ-ຄະນະບັນຊາ 5 ພະແນກການ, 2ກອງພັນນ້ອຍ ແລະ ພະແນກການທີ່ກ່ຽວຂ້ອງຈາກກອງພົນທີ3 ພ້ອມດ້ວຍພະນັກງານຫຼັກແຫຼ່ງທົົ່ວກອງພັນໃຫຍ່302 ເຂົ້າຮ່ວມ.
ສະຫາຍພັັນໂທ ວົົງປະເສີດ ນັດອຸດົມ ຫົວໜ້າພະແນກພະນັກງານກອງພົນທີ3 ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງ
- ສະຫາຍພັນໂທ ສຸທິວົງ ພົນທະສີ ຂຶ້ນເປັນຮອງຫົວໜ້າພະແນກພະລາທິການກອງພັນໃຫຍ່302 (ຜູ້ໃໝ່) ແລະ ປະກາດແຕ່ງຕັ້ງ
- ສະຫາຍຮ້ອຍເອກ ແກ້ວມະນີ ທໍາມະວົງ ເປັນຫົວໜ້າຂະແໜງກໍ່ສ້າງ-ຄຸ້ມຄອງຊັບສິນ
- ສະຫາຍຮ້ອຍເອກ ຊຽງກອງແກ້ວ ຈັນມາ ເປັນຫົວໜ້າໝວດກໍ່ສ້າງ-ຄຸ້ມຄອງຊັບສິນ ກອງພັນໃຫຍ່302.
ໂອກາດນີ໊ ສະຫາຍພັນໂທ ສົມຈິດ ຄຸນສະໄໝ ຫົວໜ້າຂະແໜງຈັດຕັ້ງກອງພັນໃຫຍ່302 ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກອງພັນໃຫຍ່ທະຫານຮາບ302 ສະບັບເລກທີ 1223 /ຄພກຍ, ລົງວັນທີ 19 ພະຈິກ 2025 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະພັກຮາກຖານ ແລະ ໜ່ວຍພັກ ອີງຕາມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ Xl ໝວດທີ ll ມາດຕາ 13, ໃນນີ້ຄະນະພັກກອງພັນໃຫຍ່ທະຫານຮາບ302 ຕົກລົງ ບົ່ງຕົວ ແຕ່ງຕັ້ງ ໝ່ວຍພັກພະແນກການເມືອງກອງພັນໃຫຍ່302 ເປັນຄະນະພັກຮາກຖານ ພະແນກການເມືອງ ແລະ ປະກາດບົ່ງຕົວແຕ່ງຕັ້ງໝ່ວຍພັກ ທີ່ຂຶິ້ນກັບຄະນະພັກຮາກຖານພະແນກການເມືອງ ຈໍານວນ 3ໜ່ວຍພັກ ແລະ ປະກາດ ບົ່ງຕົວແຕ່ງຕັ້ງ ສະຫາຍພັນໂທ ສຸທິວົງ ພົນທະສີ ເປັນຮອງເລຂາຄະນະພັກຮາກຖານ ພະແນກພະລາທິການກອງພັນໃຫຍ່302 ຕື່ມອີກ.
ໃນໂອກາດດັ່ງກ່າວສະຫາຍ ພົນຈັດຕະວາ ສາຍທອງ ປິຊາຈັນ ກໍາມະການກະຊວງປ້ອງກັນປະເທດ, ເລຂາຄະນະ ພັກ ຫົວໜ້າການເມືອງກອງພົນທະຫານຮາບທີ3 ປະທານພິທີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ສະຫາຍຜູ້ທີ່ໄດ້ຮັບໜ້າທີໃໝ່ ພ້ອມທັງໄດ້ເນັ້ນໜັ້ກໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້ວ່າ: ນີ້ແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ແລະ ເປັນການມອບໝາຍໜ້າທີ່ອັນສໍາຄັນຂອງຄະນະນໍາກະຊວງປ້ອງກັນປະເທດ ທີ່ໃຫ້ຄວາມໄວ້ເນື້ອເຊື່ອໝັ້ນໄວ້ວາງໃຈ ດັ່ງນັ້ນຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ ຮັບມອບໝາຍໃນການ ເປັນເສນາທິການທີ່ເຂັ້ມແຂງໃຫ້ແກ່ ພັກ-ລັດ ກໍຄືກະຊວງປ້ອງກັນປະເທດ, ພ້ອມທັງຮຽກຮ້ອງໃຫ້ບັນດາຄະນະພັກ-ຄະນະບັນຊາ ຈົ່ງພ້ອມກັນຍົກສູງພາລະບົດບາດ, ໜ້າທີ່ການເມືອງໃຫ້ສູງຂຶ້ນກວ່າເກົ່າ, ຖືສໍາຄັນວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ ເພື່ອສຶກສາອົບຮົມ ພະນັກງານ-ນັກຮົບ ໃນແຕ່ລະຂັ້ນ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ, ເຂົ້າຮ່ວມໃນທຸກຂົງເຂດວຽກງານລວມຂອງກົມກອງ ຕາມ 5 ຫຼັກການ 3 ທິດນຳຂອງພັກ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ສົມທົບກັບອໍານາດການປົກຄອງບ້ານແຕ່ລະຂັ້ນ ຕາມ 4 ເນື້ອໃນ 4 ຄາດໝາຍທີ່ຂັ້ນເທິງວາງອອກ, ເພີ່ມທະວີຄວາມສາມັກຄີພາຍໃນຢ່າງແໜ້ນແຟ້ນ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງລະອຽດ, ປັບປຸງແບບແຜນວິທີເຮັດວຽກນໍາພາ-ບັນຊາ ໃນແຕ່ລະຂັ້ນ, ເອົາໃຈໃສ່ອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກ, ສິລະປະຍຸດ-ຍຸດທະວິທີ ໃຫ້ພະນັກງານ-ນັກຮົບໃຫ້ມີຄວາມຊໍານິຊໍານານ ສາມາດຮັບປະກັນໃຫ້ແກ່ວຽກງານສູ້ຮົບ, ສ້າງພະນັກງານ, ສະມາຊິກພັກ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ສ້າງພະນັກງານສຶບທອດ 3 ຮຸ່ນ, ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອພ້ອມກັນນໍາພາກອງທັບ ກໍ່ຄືນໍາພາກົມກອງກ້າວຂຶ້ນເຮັດສຳເລັດໜ້າທີ່ສໍາຄັນອັນໜັກໜ່ວງທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີຜົນສໍາເລັດ.
ພາບ: ໄຊຄໍາ ສຸຍະອິນ
ຂ່າວ: ພອນແກ້ວ ວິໄລສັກ
ແອດມິນ: ທອງຈັນ ວົງປັນຍາ



