ປະກາດການຈັດຕັ້ງນຳພາ-ບັນຊາ ຂັ້ນຄະນະບັນຊາ ແລະ ຄະນະຫ້ອງຂອງກອງບັນຊາການທະຫານແຂວງບໍ່ແກ້ວ

ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ

ສະຫາຍ ນາງ ດາວ ໄຊເສດຖາ ຄະນະປະຈຳພັກແຂວງ ຫົວໜ້າຄະຈັດຕັ້ງແຂວງ

ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ກຳມະການປະຈຳພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ

ສະຫາຍ ພັນເອກ ຄຳເອ້ຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານ

 

ໃນວັນທີ 24 ພະຈິກ 2025 ນີ້ ຢູ່ທີ່ ສະໂມສອນກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດພິທີ ປະກາດການຈັດຕັ້ງນຳພາ-ບັນຊາ ຂັ້ນຄະນະບັນຊາ ກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ຄະນະຫ້ອງຂອງກອງບັນຊາການທະຫານແຂວງບໍ່ແກ້ວ ໂດຍການເປັນປະທານ ຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ຄຳແຍງ ຄອນໄຊຍະກິດ ຮອງເລຂາພັກແຂວງ ແຂວງບໍ່ແກ້ວ, ມີການນຳຂອງແຂວງ, ຫົວໜ້າກົມທີ່ກ່ຽວຂ້ອງ, 2 ກອງບັນຊາການ ປກຊ-ປກສ ແຂວງ, ຄະນະພັກ-ຄະນະບັນຊາ 6 ຫ້ອງ, 5 ກອງບັນຊາການທະຫານເມືອງ, ພະແນກການ, 3 ກອງພັນນ້ອຍ, ໂຮງຮຽນ, ໂຮງໝໍ, ກອງຮ້ອຍເອກກະລາດ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ສະຫາຍ ນາງ ດາວ ໄຊເສດຖາ ຄະນະປະຈຳພັກແຂວງ ຫົວໜ້າຄະຈັດຕັ້ງແຂວງ ແຂວງບໍ່ແກ້ວໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາສູນກາງພັກ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ພັກການເພື່ອກຽມຮັບບຳນານ ຄະນະເລຂາສູນກາງພັກ ຕົກລົງໃຫ້ ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ກຳມະການປະຈຳພັກແຂວງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ພັກການ ເພື່ອກຽມຮັບບຳນານ. ຈາກນັ້ນສະຫາຍ ພັນເອກ ຄຳເອ້ຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ເປັນຮັກສາການ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ (ຜູ້ໃໝ່) ແລະ ປະກາດການແຕ່ງຕັ້ງ ສະຫາຍ ພັນເອກ ບຸນຈັນ ສີທະບູນ ເປັນຫົວໜ້າຫ້ອງການຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ, ສະຫາຍ ພັນໂທ ສຸບິນ ສີຫາລາດ ເປັນຮອງຫົວໜ້າການທະຫານ ທັງເປັນຫົວໜ້າຫ້ອງເສນາທິການ ທະຫານແຂວງບໍ່ແກ້ວ, ສະຫາຍ ພັນໂທ ວຽງສະຫວັນ ຄຳມະນີຫຼ້າ ເປັນຫົວໜ້າຫ້ອງການ ແລະ ບໍລິຫານ, ສະຫາຍ ພັນໂທ ບຸນຄ້ຳ ຄຳພັນ ເປັນຮອງຫົວໜ້າຫ້ອງການເມືອງ, ສະຫາຍ ພັນໂທ ນາງ ສີພົມ ພົມລິນທອງ ເປັນຮອງຫົວໜ້າຫ້ອງການ ແລະ ບໍລິຫານ. ພ້ອມດຽວກັນນີ້ຍັງໄດ້ຜ່ານ ມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກຳມະການຄະນະພັກ, ປະທານກວດກາພັກ, ຄະນະປະຈຳພັກ, ເລຂາ, ຮອງເລຂາຄະນະພັກ ກອງບັນຊາການທະຫານແຂວງບໍ່ແກ້ວ ໂດຍບົ່ງຕົວແຕ່ງຕັ້ງສະຫາຍ ພັນເອກ ແສງເພັດ ແສງມະນີ ເປັນເລຂາຄະນະພັກ ກອງບັນຊາການທະຫານແຂວງບໍ່ແກ້ວ, ສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ເປັນຮອງເລຂາຄະນະພັກ, ສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ ເປັນປະທານກວດກາພັກ, ສະຫາຍພັນໂທ ວຽງສະຫວັນ ຄຳມະນີຫຼ້າ ເປັນກຳມະການຄະນະພັກ ກອງບັນຊາການທະຫານແຂວງບໍ່ແກ້ວ ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ (ຜູ້ເກົ່າ) ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ ໃນການຈັດຕັ້ງປະຕິບັດໃນໜ້າທີ່ວຽກງານໃນໄລຍະຜ່ານມາ ເຊິ່ງເຫັນໄດ້ວ່າສະຫາຍໄດ້ຕັ້ງໜ້າເຂົ້້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເວົ້້າລວມ ເວົ້້າສະເພາະ ກໍ່ຄືກອງບັນຊາການທະຫານແຂວງບໍ່ແກ້ວ ມີຄວາມສະຫງົບໂດຍພື້ນຖານ ກົມກອງມີການພັດທະນາເປັນກ້າວໆ. ຈາກນັ້ນ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ ຜູ້ເກົ່າ ແລະ ຜູ້ໃໝ່ ກໍ່ໄດ້ລົງນາມເຊັ່ນບົດບັນທຶກມອບຮັບຢ່າງເປັນທາງການ.

ໂອກາດນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ປະທານພິທີໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ສະຫາຍຜູ້ທີ່ໄດ້ຮັບນະໂຍບາຍພັກການຮັບບໍານານ ທີ່ໄດ້ສຸມສະຕິປັນຍາເຫື່ອແຮງປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍ່ຄືປະກອບສ່ວນເຂົ້າໃນການປັບປຸງຄ້າຍຄູ-ກໍ່ສ້າງກົມກອງ ໃນໄລຍະຜ່ານມາ ຈົນມີຜົນສໍາເລັດ. ພ້ອມທັງໄດ້ເນັ້ນໜັ້ກໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້ວ່າ: ນີ້ແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ແລະ ເປັນການມອບໝາຍໜ້າທີ່ອັນສໍາຄັນຂອງຄະນະນໍາກະຊວງປ້ອງກັນປະເທດ ທີ່ໃຫ້ ຄວາມໄວ້ເນື້ອເຊື່ອໝັ້ນໄວ້ວາງໃຈ ດັ່ງນັ້ນຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ ຮັບມອບໝາຍໃນການ ເປັນເສນາທິການທີ່ເຂັ້ມແຂງໃຫ້ແກ່ ພັກ-ລັດ ກໍຄືກະຊວງປ້ອງກັນປະ ເທດ, ພ້ອມທັງຮຽກຮ້ອງໃຫ້ບັນດາຄະນະພັກ-ຄະນະບັນຊາ ຈົ່ງພ້ອມກັນຍົກສູງພາລະບົດບາດ,ໜ້າທີ່ການເມືອງໃຫ້ສູງຂຶ້ນກວ່າເກົ່າ, ຖືສໍາຄັນວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດເປັນກົກ ເພື່ອສຶກສາອົບຮົມ ພະນັກງານ-ນັກຮົບ ໃນແຕ່ລະຂັ້ນ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຂໍ້ກໍານົດ, ກົດລະບຽບຂອງກອງທັບ, ເຂົ້າຮ່ວມໃນທຸກຂົງເຂດວຽກງານລວມຂອງກົມກອງ ຕາມ 5 ຫຼັກການ 3 ທິດນຳຂອງພັກ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ສົມທົບກັບອໍານາດການປົກຄອງ ໃນແຕ່ລະຂັ້ນ ຕາມ 4 ເນື້ອໃນ 4 ຄາດໝາຍຂອງຂັ້ນເທິງວາງອອກ, ເພີ່ມທະວີຄວາມສາມັກຄີພາຍໃນຢ່າງແໜ້ນແຟ້ນ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງລະອຽດ, ປັບປຸງແບບແຜນວິທີເຮັດວຽກນໍາພາ-ບັນຊາ ໃນແຕ່ລະຂັ້ນ, ເອົາໃຈໃສ່ອົບຮົມຫັດແອບການເມືອງ, ການທະຫານ, ພະລາທິການ-ເຕັກນິກ, ສິລະປະຍຸດ-ຍຸດທະວິທີ ໃຫ້ພະນັກງານມີຄວາມຊໍານິຊໍານານ ສາມາດຮັບປະກັນໃຫ້ແກ່ວຽກງານສູ້ຮົບ, ສ້າງພະນັກງານ, ສະມາຊິກພັກ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ສ້າງພະນັກງານສຶບທອດ 3 ຮຸ່ນ, ຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອພ້ອມກັນນໍາພາກອງທັບ, ນໍາພາກົມກອງກ້າວຂຶ້ນເຮັດສຳເລັດໜ້າທີ່ສໍາຄັນອັນໜັກໜ່ວງທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີຜົນສໍາເລັດ.

ພາບ-ຂ່າວໂດຍ: ພາກ ສຸທິປັນຍາ

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa