




ທ່ານ ຄຳແສງ ສຸລິຍະວົງ, ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ,ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທຳ-ສັງຄົມ ໄດ້ມີຄໍາເຫັນມີຄໍາເຫັນ ຕໍ່ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MoU) ໂຄງການສົ່ງເສີມການເຄື່ອນຍ້າຍແຮງງານທີ່ປອດໄພ ຢູ່ເມືອງເມິງ,ແຂວງບໍ່ແກ້ວ ໃນວັນທີ18 ກັນຍາ 2026 ຢູ່ທີ່ຫ້ອງງການແຂວງວ່າ: ໂຄງການດັ່ງກ່າວນິ້ ເປັນການຮ່ວມມືກັນລະຫວ່າງ ສູນກາງສະຫະພັນແມ່ຍິງລາວ, ສະຫະພັນແມ່ຍິງແຂວງບໍ່ແກ້ວ ແລະ ສະມາຄົມນໍ້າໃຈຊາວບ້ານ ໂດຍໄດ້ຮັບການສະໜັບສະໜູນທຶນຈາກ ມູນນິທິເອເຊຍ ປະຈຳ ສປປ ລາວ ໃນມູນຄ່າລວມ 2,171,904,020 ກີບ (ຫຼື ປະມານ 97,988 ໂດລາສະຫະລັດ).ເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານ-ລັດຖະກອນ: ທັງຂັ້ນແຂວງ, ຂັ້ນເມືອງ ແລະ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ໃນການອຳນວຍຄວາມສະດວກ,ໃຫ້ຂໍ້ມູນຂ່າວສານ ແລະ ບໍລິການຊ່ວຍເຫຼືອແມ່ຍິງ ແລະ ໄວໜຸ່ມ ທີ່ມີແນວໂນ້ມຈະເຄື່ອນຍ້າຍແຮງງານໃຫ້ທັນສະພາບການ.ສ້າງເຄືອຂ່າຍອາສາສະໝັກ “ເພື່ອນສອນເພື່ອນ”:ໃນຊຸມຊົນ ເພື່ອໃຫ້ແມ່ຍິງ ແລະ ໄວໜຸ່ມຊົນເຜົ່າ ໃນ 10 ບ້ານ ແລະ 2 ໂຮງຮຽນເປົ້າໝາຍ ມີຄວາມຮູ້-ຄວາມເຂັ້ມແຂງສາມາດເຜີຍແຜ່ຂໍ້ມູນກ່ຽວກັບການເຄື່ອນຍ້າຍແຮງງານທີ່ປອດໄພ,ການປ້ອງກັນການຂູດຮີດ ແລະ ການໃຊ້ຄວາມຮຸນແຮງ ຜ່ານສື່ສັງຄົມອອນລາຍ ແລະ ສື່ຕ່າງໆ ຢ່າງກວ້າງຂວາງ.
ຮອງປະທານຄະນະກຳມະການປົກຄອງແຂວງຍັງກ່າວອີກວາ:ໂຄງການນີ້ຈະໄດ້ຈັດຕັ້ງປະຕິບັດຢູ່ 10 ບ້ານເປົ້າໝາຍ ໃນເມືອງເມິງ, ແຂວງບໍ່ແກ້ວ (ໄດ້ແກ່:ບ້ານມອນແຫຼມ,ຫ້ວຍອໍ, ຫ້ວຍທາດ, ໂພນຈະເລີນ, ຫົວນໍ້າຄາ, ນາງາມ, ລ້ອງພະບາດ, ຖໍ້າພະບາດ, ໄຊພັດທະນາ, ໄຊຈະເລີນ ແລະ ໂຮງຮຽນ ມຕ ເປົ້າໝາຍ). ຄາດວ່ານອກຈາກປະຊາຊົນໃນຊຸມຊົນແລ້ວ ຈະມີຜູ້ໄດ້ຮັບຜົນປະໂຫຍດທາງກົງ 786 ຄົນ ແລະ ຜູ້ໄດ້ຮັບຜົນປະໂຫຍດທາງອ້ອມອີກ 8,826 ຄົນ.ຈະຊ່ວຍປົກປ້ອງສິດ-ຜົນປະໂຫຍດຂອງແມ່ຍິງ ແລະ ໄວໜຸ່ມ,ທັງເປັນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ຕ້ານການຄ້າມະນຸດ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນໃນທ້ອງຖິ່ນ.
ຂ່າວໂດຍ: ເງິນຫຼົງ ຈິດພູວົງ