








ໂຮງຮຽນຊັ້ນປະຖົມ-ອານະບານ, ມັດທະຍົມຕອນຕົ້ນທັງພາກລັດ ແລະ ເອກະຊົນ ໃນທົ່ວເມືອງຫ້ວຍຊາຍ ເວົ້າລວມເວົ້າສະເພາະແມ່ນ ໂຮງຮຽນມັດທະຍົມຕອນຕົ້ນປາກຮາວເໜືອ ເມືອງຫ້ວຍຊາຍ ໄດ້ຈັດພິທີໄຂສົກຮຽນໃໝ່ ໃນຕອນເຊົ້າຂອງວັນທີ 1 ກັນຍານີ້, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ທິບພະກອນມະນີຄໍາ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະກນປົກຄອງເມືອງຫ້ວຍຊາຍ, ມີ ທ່ານ ນາງ ມະນີພອນ ສູນວິໄລ ກໍາມະການພັກເມືອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີບັນດາຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະກໍມະການປົກຄອງຕາແສງ, ຄະນະອຳນວຍການໂຮງຮຽນ, ອົງການປົກຄອງບ້ານ, ສະມາຄົມອຸດໝູນ ແລະ ພັດທະນາການສຶກສາ, ພໍ່ແມ່ຜູ້ປົກຄອງ, ຕະຫຼອດຮອດ ພະນັກງານຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ໃນພິທີທ່ານ ສຸລິນໄຊ ຈິດຕະບູນ ຜູ້ອໍານວຍການໂຮງຮຽນມັດທະຍົມຕອນຕົ້ນປາກຮາວເໜືອ ໄດ້ຜ່ານບົົດສະຫຼຸບລາຍງານການຈັດຕັ້ງປະຕິບັດ ການຮຽນ-ການສອນ ປະຈຳສົກຮຽນ 2025-2026 ໂຮງຮຽນມໍຕົ້ນປາກຮາວເໜືອ ມີຄູ-ອາຈານ ທັງໝົດ 25 ຄົນ ຍິງ 20 ຄົນ, ມີນັກຮຽນ 403ຄົນ, ຍິງ 194 ຄົນ, ມີ 15 ຫ້ອງຮຽນ ຊັ້ນມ1 ຫາ ຊັ້ນມ4 ບັນດາຄູ-ອາຈານ ແລະ ນ້ອງນັກຮຽນ ໄດ້ເອົາໃຈໃສ່ປະຕິບັດໂມງເວລາ ການຮຽນ-ການສອນຢ່າງເຂັ້ມງວດ, ມີການກະກຽມບົດ ແລະ ແຜນການສອນອັນລະອຽດເປັນສຳຄັນ ຕິດພັນກັບ ການຈັດຕັ້ງການຮ່ວມໂມງສອນນິເທດ, ສອນເພີ້ມບາງວິຊາ ເພື່ອເພີ້ມປະສິດທິພາບການຮຽນ-ການສອນ ແລະ ສຳເລັດການສອບເສັງນັກຮຽນຊັ້ນ ມໍ 1 ຫາ ມໍ 4 ປະຈຳສົກຮຽນ 2025-2026 ໄດ້ 100%. ໃນນັ້ນມີນັກຮຽນທີ່ສາມາດສອບເສັງໄດ້ຄະນະແນນ 7 ຂຶ້ນໄປທຸກວິຊາ ມີ 241 ນ້ອງ, ຍິງ 166 ນ້ອງ ໄດ້ເຂົ້າຮ່ວມການສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ສາມາດຍາດໄດ້ອັນດັບ 1 ວິຊາເຄມີສາດ ແລະ ອັນດັບ 2 ວິຊາ ຄະນນິດສາດ ຂັ້ນ ມ4 ເສັງນັກຮຽນເກັ່ງລະດັບແຂວງ ສາມາດຍາດໄດ້ອັນດັບ 1 ວິຊາເຄມີສາດ ຂັ້ນ ມ4 ນອກນັ້ນ, ວຽກງານກິລາ, ວັນນະຄະດີ, ການພັດທະນາການສຶກ, ວຽກງານການເມືອງ-ແນວຄິດ, ວຽກງານປັບປຸງການຈັດຕັ້ງ ແລະ ອື່ນໆແມ່ນໄດ້ຮັບການຈັດຕັ້ງປະຕິບັດດ້ວຍຜົນສຳເລັດດີຂຶ້ນເປັນກ້າວໆ ແລະ ຄາດວ່າສົກຮຽນນີ້ຈະມີນັກຮຽນໃໝ່ມາເຂົ້າໂຮງຮຽນຫຼາຍກວ່າສົກຮຽນຜ່ານມາ.
ໂອກາດນີ້, ທ່ານ ທິບພະກອນມະນີຄໍາ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະກນປົກຄອງເມືອງຫ້ວຍຊາຍ, ໄດ້ມີຄຳເຫັນສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ໂຮງຮຽນຍາດມາໄດ້ ເນັ້ນໜັກ ຄະນະອຳນວຍການໂຮງຮຽນ, ຄູ-ອາຈານ ແລະ ນັກຮຽນ ຕ້ອງເອົາໃຈໃສ່ປະຕິບັດຕາມ 5 ຫຼັກມູນຂອງການສຶກສາ, ສົ່ງເສີມວຽກງານກິລາ, ການພັດທະນາການສຶກສາເປັນສຳຄັນ ຕິດພັນກັບ ການປະຕິບັດຂະບວນການຮັກຊາດຮັກການພັດທະນາ, ຫຼັກສູດໂຄງການ ການຮຽນ-ການສອນ ຖືເອົາການສຶກສາອົບຮົບການເມືອງ – ແນວຄິດເປັນກົກ ຍົກສູງການສອນດີ, ຮຽນເກັ່ງ, ທັງຮັກສາສິ່ງແວດລ້ອມທີ່ສະອາດ, ສີຂຽວ, ຕ້ານ, ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມ, ບັນຫາຢາເສບຕິດຕ່າງໆ ຮຽກຮ້ອງໃຫ້ຫ້ອງການທີ່ກ່ຽວຂ້ອງ ແລະ ບັນດາຄູອາຈານ ຕ້ອງຕິດຕາມກວດກາອຸປະກອນການຮຽນ, ການສອນຢູ່ບັນດາໂຮງຮຽນໃຫ້ຄົບຖ້ວນ ພະນັກງານຄູ-ອາຈານ ຈົ່ງສືບສານຄວາມສາມັກຄີ ເຮັດໃຫ້ການຮຽນ-ການສອນໃນສົກຮຽນນີ້ ມີຜົນສຳເລັດອັນພົ້ນເດັ່ນກວ່າ ສົກຮຽນທີ່ຜ່ານມາ ພ້ອມທັງ ກ່າວໄຂສົກຮຽນ 2026-2027 ຢ່າງເປັນທາງການ ແລະ ຮັບຊົມການສະແດງສິລະປະວັນນະຄະດີອີກດ້ວຍ.
ພາບ,ຂ່າວ: ບຸນຈັນ ບຸນປັນຍາ