ໜ່ວຍຊາວໜຸ່ມ ພະແນກຍຸຕິທໍາແຂວງ ແລະ ໜ່ວຍຊາວໜຸ່ມສານປະຊາຊົນແຂວງ ໄດ້ເຜີຍແຜ່ ແລະ ເຊື່ອມຊຶມເອກະ ສານ ທີຕິດພັນກັບການປະເມີນຂໍ້ແຂ່ງຂັ້ນ 4 ບຸກ ປະຈໍາປີ 2026.

ໃນຕອນເຊົ້າຂອງ ວັນທີ 01 ກັນຍາ 2026 ໜ່ວຍຊາວໜຸ່ມພະແນກຍຸຕິທໍາແຂວງ ແລະ ໜ່ວຍຊາວໜຸ່ມສານປະຊາຊົນແຂວງບໍ່ແກ້ວ ໄດ້ເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ທີຕິດພັນກັບການປະເມີນຂໍ້ແຂ່ງຂັ້ນ 4 ບຸກ ປະຈໍາປີ 2026 ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທໍາແຂວງ ໂດຍການເປັນປະທານຂອງ ສະຫາຍ ວິພົງ ບົວອາໄພ ກໍາມະການໜ່ວຍພັກ ຮອງຫົວໜ້າພະແນກຍຸຕິທໍາແຂວງ, ມີສະຫາຍ ດາວອນ ໄຫຼປັນຍາ ເລຂາໜ່ວຍຊາວໜຸ່ມພະແນກຍຸຕິທໍາແຂວງ ແລະ ສະຫາຍ ສອນເພັດ ຈັນທະພົນ ເລຂາໜ່ວຍຊາວໜຸ່ມສານປະຊາຊົນແຂວງ, ພ້ອມດ້ວຍສະມາຊິກຊາວໜຸ່ມຂອງ 2 ພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມສະຫາຍ ວິພົງ ບົວອາໄພ ກຳມະການໜ່ວຍພັກ ຮອງຫົວໜ້າພະແນກຍຸຕິທໍາແຂວງ ໄດ້ເຜີຍແຜ່ ແລະ ເຊື່ອມຊຶມເອກະສານ ຝຶກຝົນຄຸນສົມບັດສິນທໍາປະຕິວັດ ແມ່ນໜ້າທີ່ຂອງຊາວໜຸ່ມ. ເອກະສານ ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນຖັນແຖວຊາວໜຸ່ມ ຈາກນັ້ນ, ສະຫາຍ ດາວອນ ໄຫຼປັນຍາ ໄດ້ຜ່ານມະຕິກອງປະຊຸມໃຫຍ່ ກອງອາສາສະໝັກຊາວໜຸ່ມຕະລຸມບອນ ບໍລິຈາກເລືອດຊ່ວຍສັງຄົມໂດຍບໍ່ຫວັງສິ່ງຕອບແທນ ແລະ ກອງອາສາສະໝັກຊາວໜຸ່ມຕະລຸມບອນຕ້ານໄພພິບັດ ຄັ້ງທີ I. ເພື່ອເຮັດໃຫ້ຊາວໜຸ່ມຮັບຮູ້-ເຂົ້າໃຈຄວາມໝາຍ, ຄວາມສໍາຄັນ ແລະ ຕ້ອງໄດ້ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ ເພື່ອນໍາໃຊ້ເຂົ້າໃນວຽກງານຕົວຈິງ ຂອງຊາວໜຸ່ມຢູ່ແຕ່ລະຂົງເຂດວຽກງານ. ຮັບຮູ້ເຂົ້າໃຈກ່ຽວກັບຄວາມໝາຍ, ດ້ານຕັ້ງໜ້າ, ປະກົດການຫຍໍ້ທໍ້ ແລະ ສາເຫດທີ່ພາໃຫ້ເກີດປະກົດການຫຍໍ້ທໍ້ໃນຖັນແຖວຊາວໜຸ່ມ, ກ່ຽວກັບທິດທາງໃນການແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວຊາວໜຸ່ມ, ເປັນເຈົ້າການຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພົນລະເມືອງດີ, ເປັນກຳລັງອັນສໍາຄັນ, ໃຫຍ່ຫຼວງ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດໄປສູ່ຈຸດໝາຍສັງຄົມນິຍົມ, ເພື່ອເຮັດໃຫ້ສະມາຊິກຊາວໜຸ່ມຮັບຮູ້ເຂົ້າໃຈຄວາມສໍາຄັນປະກົດການຫຍໍ້ທໍ້ຕ່າງໆ.

ໂອກາດນີ້ ສະຫາຍ ວິພົງ ບົວອາໄພ ກຳມະການໜ່ວຍພັກ ຮອງຫົວໜ້າພະແນກຍຸຕິທໍາແຂວງ, ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ຄະນະໜ່ວຍ ແລະ ສະມາຊິກຊາວໜຸ່ມທຸກສະຫາຍ ຈົ່ງສືບຕໍ່ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຊອກຮູ້ຮໍ່າຮຽນເອົາບັນດານິຕິກໍາ, ຍົກລະດັບວິຊາສະເພາະ, ພ້ອມທັງສູ້ຊົນປະຕິບັດໜ້າທີ່ວຽກງານໃຫ້ດີ ແລະ ສ້າງຊີວິດການເປັນຢູ່ຂອງຕົນເອງ ແລະ ຄອບຄົວໃຫ້ສູງຂຶ້ນ, ສໍາຄັນແມ່ນດ້ານແນວຄິດ, ກໍາແໜ້ນດ້ານການຈັດຕັ້ງ, ເພີ່ມຄວາມເປັນແບບຢ່າງການນໍາພາແບບແຜນວິທີເຮັດວຽກ ແລະ ຂະບວນການຕ່າງໆສົມກັບຄໍາເວົ້າທີ່ວ່າ: ຊາວໜຸ່ມເປັນແຂນຂວາຂອງພັກ ເປັນກະດູກສັນຫຼັງຂອງຊາດ.

ຂ່າວ: ພຸດທະຈັກ ວິໄລພອນ

ພາບ: ຈົງ ຊົ່ງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa