
ພິທີປະກາດບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍຊາວໜຸ່ມບ້ານຫ້ວຍທາດໃໝ່ ເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດຂຶ້ນໃນວັນທີ 31 ສິງຫາ 2026 ນີ້ ຢູ່ທີ່ຫໍປະຊຸມບ້ານຫ້ວຍທາດໃໝ່, ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ນາງດອນແພງ ແສງພະວົງ, ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ເມືອງເມິງ ແລະ ສະຫາຍ ພອນທິບ ຄຳສີປະເສີດ ປະທານບ້ານ ບ້ານຫ້ວຍທາດໃໝ່ ຕະຫຼອດເຖິງສະມາຊິກຊາວໜຸ່ມບ້ານເຂົ້າຮ່ວມທັງໝົດ 24 ສະຫາຍ, ຍີງ 6 ສະຫາຍ.
ໃນພິທີ ສະຫາຍ ຈັນທະຈອນ ພັນທະວົງ ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງເລຂາ, ຮອງເລຂາຄະນະໜ່ວຍຊາວໜຸ່ມຊຸດໃໝ່ບ້ານຫ້ວຍທາດໃໝ່, ເຫັນດີບົ່ງຕົວແຕ່ງຕັ້ງສະຫາຍ ແສງແກ້ວ ຄໍາແສງຫຼວງ ເປັນເລຂາໜ່ວຍຊາວໜຸ່ມຊຸດໃໝ່, ສະຫາຍ ຈ່າອິ ຄຳສີປະເສີດ ແລະ ສະຫາຍ ສາມແກ້ວ ແກ້ວຄຳມີ ເປັນຮອງເລຂາຄະນະໜ່ວຍຊາວໜຸ່ມບ້ານຫ້ວຍທາດໃໝ່ ຈາກນັ້ນ ໃນພິທີຍັງໄດ້ມອບມະຕິຕົກລົງ ໃຫ້ແກ່ຄະນະໜ່ວຍຊາວໜຸ່ມບ້ານຫ້ວຍທາດໃໝ່ ເພຶ່ອເປັນການຢັ້ງຍືນ ໃຫ້ກຽດຂຶ້ນມອບໂດຍ ສະຫາຍ ນາງ ດອນແພງ ແສງພະວົງ.
ໃນໂອກາດນີ້, ສະຫາຍ ນາງ ດອນແພງ ແສງພະວົງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ ຍັງໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນໍາ ໃຫ້ແກ່ຄະນະໜ່ວຍຊາວໜຸ່ມບ້ານຫ້ວຍທາດໃໝ່ຊຸດໃໝ່ ເພື່ອເປັນແນວທາງໃນການຊີ້ນໍາ-ນໍາພາ ໜ້າທີ່ວຽກງານຂອງຊາວໜຸ່ມບ້ານ ເຊິ່ງເປັນກໍາລັງແຮງໃຫ້ແກ່ອົງການປົກຄອງບ້ານ ພ້ອມທັງເຂົ້າຮ່ວມທຸກຂະບວນການພາຍໃນບ້ານໃຫ້ເປັນຂະບວນການຝົດຝື້ນ, ໃຫ້ເພີ່ມທະວີຄວາມຮັບຜິດຊອບໃນການຊີ້ນຳ-ນຳພາ, ມີຄວາມສາມັກຄີ, ເຮັດວຽກເປັນໝູ່ຄະນະ, ພ້ອມກັນຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ຢູ່ພາຍໃນບ້ານ ກໍ່ຄືຖັນແຖວສະມາຊິກຊາວໜຸ່ມທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ພ້ອມກັນປົກປັກຮັກສາ ແລະ ສ້າງພັດທະນາປະເທດຊາດ ກໍ່ຄືພັດທະນາບ້ານຫ້ວຍທາດໃໝ່ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າຕື່ມອີ່ກ.
ຂ່າວ: ສ່ອງແກ້ວ ທໍາມະວົງ.