ກອງບັນຊາການທະຫານແຂວງບໍ່ແກ້ວ ຈັດຕັ້ງພິທີປາຖະກະຖາ 04 ວັນປະຫວັດສາດ.

ວັນທີ 01 ກັນຍາ  2026 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອ 04 ວັນປະຫວັດສາດສຳຄັນຄື: ວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 76 ປີ (13.8.1950 – 13.8.2026), ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ (13/8/1950 – 13/8/2026), ວັນສ້າງຕັ້ງລັດຖະທໍາມະນູນແຫ່ງ ສ.ປ.ປ ລາວ ຄົບຮອບ 35 ປີ (15.8.1991 – 15.8.2026) ແລະ ວັນຍຶດອໍານາດທົ່ວປະເທດຄົບຮອບ 51 ປີ (23.8.1975 – 23.8.2026)  ໂດຍການເປັນປະທານຂອງ ສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ ຄະນະປະຈຳພັກກອງບັນຊາການ ຫົວໜ້າຫ້ອງການເມືອງ ທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ 7 ຫ້ອງ, ພະແນກການ, ຕະຫຼອດຮອດພະນັກງານ – ນັກຮົບກົມກອງອ້ອມຂ້າງກອງບັນຊາການເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ ຄະນະປະຈຳພັກ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມຄະນະ ໄດ້ເລົ່າຄືນມູນເຊື້ອປະຫວັດຫຍໍ້ຄວາມເປັນມາ ແລະ ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການເຕີບໃຫຍ່ຂະຫຍາຍຕົວຂອງ 04 ວັນປະຫວັດສາດສຳຄັນດັ່ງກ່າວເຊິ່ງເປັນຂີດໝາຍປະຫວັດສາດທີ່ສຳຄັນຂອງຊາດ ພາຍໃຕ້ການນຳພາຂອງພັກ ໂດຍການນໍາໃຊ້ສາມບາດຄ້ອນຍຸດທະສາດ ເພື່ອຢຶດອໍານາດເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກການປົກຄອງຂອງພວກຈັກກະພັດຜູ້ຮຸກຮານ, ເຮັດໃຫ້ປະເທດຊາດໄດ້ຮັບການປົດປ່ອຍ, ມີເອກະລາດກາຍເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຢ່າງສະຫງ່າຜ່າເຜີຍ ແລະ ໄດ້ຍົກໃຫ້ເຫັນເຖິງບົດບາດ, ຄວາມໝາຍຄວາມສຳຄັນຂອງວຽກງານສື່ມວນຊົນ ທີ່ເປັນອາວຸດອັນແຫຼມຄົມ ແລະ ເປັນກະບອກສຽງ ຂອງພັກ-ລັດ ໃນການໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ປະຊາຊົນ ແລະ ກຳລັງປະກອບອາວຸດ. ໃນການຈັດຕັ້ງປາຖະກະຖາ ໃນຄັ້ງນີ້ກໍເພື່ອເຮັດໃຫ້ພະນັກງານ – ນັກຮົບ ທົ່ວກົມກອງມີຄວາມຮັບຮູ້ເຊື່ອມຊຶມ ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບ 4 ວັນສຳຄັນດັ່ງກ່າວ ແລະ ປຸກລະດົມໃຫ້ພະນັກງານ – ນັກຮົບມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ລັດ, ຕໍ່ປະເທດຊາດ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ແລະ ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນທາດການເມືອງທີ່ດີ ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ແລະ ກາຍເປັນພະນັກງານຜູ້ສືບທອດທີ່ດີຂອງພັກ – ລັດ ພ້ອມກັນສືບຕໍ່ປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.

ໂດຍ: ພາກ ສຸທິປັນຍາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa