
ວັນທີ 23 ຕຸລາ 2026 ນີ້, ໜ່ວຍພັກພະແນກຕໍາຫຼວດ ກອງບັນຊາ ປກສ ເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມ ດໍາເນີນຊີວິດການເມືອງ ແລະ ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັທ ຈັນທອນ ແກ້ວສິງທອງ ເລຂາໜ່ວຍພັກພະແນກຕໍາຫຼວດ ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ພັທ ຄໍາດີ ເກດພິນດາ ຄະນະປະຈໍາພັກເມືອງ, ເລຂາຄະນະພັກຮາກຖານກອງບັນຊາການ ປກສ ເມືອງ, ມີບັນດາຄະນະຮັບຜິດຊອບຂອງເມືອງ, ເລຂາ-ຮອງເລຂາໜ່ວຍພັກ, ຕະຫຼອດຮອດສະມາຊິກພັກພາຍໃນໜ່ວຍພັກເຂົ້າຮ່ວມ.
ກອງປະຊຸມ ສະຫາຍ ພັທ ຈັນທອນ ແກ້ວສິງທອງ ເລຂາໜ່ວຍພັກ ໄດ້ຂຶ້ນຜ່ານບົດສໍາຫຼວດການນໍາພາລວມຂອງໜ່ວຍພັກ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງຈໍານວນນຶ່ງ ທີ່ຈະຕ້ອງໄດ້ສຶບຕໍ່ໃນຕໍ່ໜ້າ ພາຍໃນໜ່ວຍພັກມີສະມາຊິກພັກ 13 ສະຫາຍ, ຍິງ 1 ສະຫາຍ, ສະມາຊິກພັກສໍາຮອງ 1 ສະຫາຍ, ຍິງ 1 ສະຫາຍ ຜ່ານມາສະມາຊິກພັກໄດ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັັດ ເຊິ່ງສະແດງອອກສະມາຊິກພັກແມ່ນມີຄວາມເປັນເອກະພາບ, ມີຄວາມສາມັກຄີ ແລະ ມີຄວາມຕື່ນຕົວເປັນເຈົ້າການປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ ໃນການຊີ້ນໍາ-ນໍາພາໃນແຕ່ລະດ້ານເຊັ່ນ: ດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນການນໍາພາ ແລະ ດ້ານນໍາພາປະຕິບັດໜ້າທີ່ການເມືອງ ແມ່ນສາມາດປະຕິບັດໄດ້ ແລະ ລື່ນຄາດໝາຍ. ຈາກນັ້ນຄະນະພັກ, ສະມາຊິກພັກແຕ່ລະສະຫາຍໄດ້ຂຶ້ນຜ່ານບົດລໍາຫຼວດຂອງຕົນເອງ ແລະ ໄດ້ຕໍານິສົ່ງຂ່າວກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ຊອກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ເພື່ອພ້ອມກັນປັບປຸງ, ແກ້ໄຂດ້ານອ່ອນຂອງຕົນເອງ ໃຫ້ກາຍເປັນສະມາຊິກຜຸ້ທີດີເດັ່ນຂອງໜ່ວຍພັກໃນຕໍ່ໜ້າ. ກອງປະຊຸມເລຂາໜ່ວຍພັກ ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ທິດທາງແຜນການ ຕະຫຼອດໄລຍະທີ່ຜ່ານມາຄະນະພັກ, ສະມາຊິກພັກໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດໜ້າທີ່ການເມືອງ ກໍ່ຄືວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ ແລະ ໄດ້ປະເມີນໃນແຕ່ລະດ້ານເຊັນ: ການນໍາພາດ້ານການເມືອງ, ການນໍາພາດ້ານແນວຄິດ, ການນໍາພາດ້ານການຈັດຕັ້ງ, ນໍາພາດ້ານແບບແຜນການນໍາພາ ແລະ ການນໍາພາປະຕິບັດໜ້າທີການເມືອງ.
ໂອກາດນີ້ສະຫາຍ ພັທ ຄໍາດີ ເກດພິນດາ ຄະນະປະຈໍາພັກເມືອງ ເລຂາຄະນະພັກຮາກຖານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກກໍ່ຄືບັນດາສະມາຊິກພັກທຸກສະຫາຍ ສຶບຕໍ່ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ຖັນແຖວສະມາຊິກພັກ-ພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ເປັນປົກກະຕິຕໍ່ເນື່ອງ, ໃຫ້ເປັນເຈົ້າການໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະດ້ວຍຮັບຜິດຊອບສູງ ຮັກສາມູນເຊື້ອຄວາມສາມັກຄີ, ພ້ອມກັນເອົາໃຈໃສ່ໃນການປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ເຮັດໃຫ້ວຽກງານໄດ້ຮັບຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍ, ເອົາໃຈໃສ່ປະຕິບັດຕາມແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກທີ່ໄດ້ກໍານົດອອກໃຫ້ປະກົດຜົນເປັນຈິງ ເພື່ອເຮັດໃຫ້ໜ່ວຍພັກໄດ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.
ຂ່າວ: ອຸ່ນຄໍາ ຂັນວາລິດ