ບໍລິສັດ ຊິ່ງສືລາວ ພັດທະນາກະສິກຳ ຈຳກັດ ມອບອຸປະກອນການຮຽນ-ກິລາ ມູນຄ່າກວ່າ 25 ລ້ານກີບ ໃຫ້ 3 ໂຮງຮຽນ ໃນເຂດຕາແສງນ້ຳຍູ້ ເມືອງເມິງ.

​    ໃນວັນທີ1 ກັນຍາ 2026, ບໍລິສັດ ຊິ່ງສືລາວ ພັດທະນາກະສິກຳ ຈຳກັດ ນຳໂດຍ ທ່ານ ຈູ້ຈ້າວອ່ານ ປະທານບໍລິສັດ ພ້ອມດ້ວຍຄະນະ ແລະ ທ່ານ ສອນໄຊ ແສນຄຳ ຫົວໜ້າຂະແໜງກະສິກຳ ແລະ ປ່າໄມ້ ປະຈຳເຂດ ໄດ້ລົງມອບອຸປະກອນການຮຽນ-ການສອນ, ອຸປະກອນກິລາ,ເຄື່ອງໃຊ້ຫ້ອງການ ແລະ ໄຂ່ໄກ ມູນຄ່າລວມທັງໝົດ 25,550,000 ກີບ ໃຫ້ແກ່ 3 ໂຮງຮຽນ ແລະ ຫ້ອງການຕາແສງນ້ຳຍູ້, ເມືອງເມິງ, ແຂວງບໍ່ແກ້ວ ເພື່ອຊຸກຍູ້ສົ່ງເສີມການສຶກສາ ແລະ ການບໍລິການຊັ້ນທ້ອງຖິ່ນທີ່ຫຍຸ້ງຍາກຂາດເຂີນໃຫ້ມີຄວາຍສະດວກຂື້ນກວ່າເກົ່າ.

ການຊ່ວຍເຫຼືອໃນຄັ້ງນີ້ປະກອບມີ: ​3 ໂຮງຮຽນ: ບ້ານລອງພະບາດ, ບ້ານຖ້ຳພະບາດ ແລະ ບ້ານໄຊສະຫວ່າງ ລວມທັງໜົດໄດ້ຮັບປຶ້ມຂຽນ 1,400 ຫົວ, ປຶ້ມບັນທຶກ 200 ຫົວ, ບິກ 700 ກ້ານ, ໝາກບານ 9 ໜ່ວຍ, ກະຕໍ້ 15 ໜ່ວຍ, ຕາໜ່າງກິລາ 3 ຊຸດ ແລະ ໄຂ່ໄກ່ສົດ 1,440 ຟອງ ເພື່ອສົ່ງເສີມໂພຊະນາການ ແລະ ຕາແສງນ້ຳຍູ້) ໄດ້ຮັບຄອມພິວເຕີ 1 ຊຸດ ແລະ ເຄື່ອງພິມເອກະສານ 1 ເຄື່ອງ ເພື່ອເພີ່ມປະສິດທິພາບໃນການປະຕິບັດງານ ແລະ ບໍລິການປະຊາຊົນ.

​ໂດຍການກ່າວຮັບຂອງທ່ານ ຄຳເປົາ  ແກ້ວພັນທອງ ປະທານຄະນະກຳມະການປົກຄອງຕາແສງນ້ຳຍູ,ພ້ອມຄະນະ, ມີ ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ນອກນີ້ຍັງໄດ້ມອບໃບຍ້ອງຍໍຂອງປະທານປົກຄອງເມືອງໃຫ້ທາງບໍລິສັດເພື່ອສະແດງຄວາມຮູ້ບຸນຄຸນຕື່ມອີກ ແລະ ສະແດງຄວາມຂອບໃຈຕໍ່ກັບນ້ຳໃຈອັນປະເສີດຂອງບໍລິສັດ ທີ່ໄດ້ໃຫ້ຄວາມສຳຄັນ ແລະ ຊ່ວຍເຫຼືອການພັດທະນາການສຶກສາ, ກິລາ ຂອງເດັກນ້ອຍໃນເຂດຫ່າງໄກສົກຫຼີກຢ່າງແທ້ຈິງ.

ຂ່າວ: ສາຍສະໝອນ ແກ້ວວິສິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa