









ໃນຕອນເຊົ້າຂອງວັນທີ 14 ພຶດສະພາ 2026 ນີ້. ພະແນກກະສິກໍາ ແລະສິ່ງແວດລ້ອມແຂວງສົມທົບກັບຫ້ອງການກະສິກໍາ ແລະສິ່ງແວດລ້ອມເມືອງ, ຫ້ອງການອຸດສາຫະກໍາ ແລະການຄ້າ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມເຜີຍແຜ່ດໍາລັດເລກທີ່ 18/ລບ ວ່າດ້ວຍຢາງພາລາ ໃຫ້ແກ່ບັນດາບໍລິສັດ, ຫົວໜ່ວຍທຸລະກິດ, ວິສາຫະກິດເກັບຊື້ນໍ້າຢາງພາລາ ແລະພາກສ່ວນກ່ຽວຂ້ອງຂອງເມືອງ ພ້ອມທັງປຶກສາຫາລືກ່ຽວກັບການເກັບຊື້ນໍ້າຢາງພາລາ ໃນສົກປີ 2026-2027 ແລະການກໍານົດເຂດເກັບຊື້ ຢູ່ພາຍໃນເມືອງຜາອຸດົມ ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງການອຸດສາຫະກໍາ ແລະການຄ້າເມືອງ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄໍາສອນ ທຸບິນຍາ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ( ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດເມືອງ ), ທ່ານ ຄໍາແພງ ໃຈຍະສັກ ຮອງຫົວໜ້າພະແນກກະສິກໍາ ແລະສິ່ງແວດລ້ອມແຂວງ, ເປັນກຽດເຂົ້າຮ່ວມກອງປະຊຸມ ມີ ຫົວໜ້າ-ຮອງຫົວໜ້າຫ້ອງການກ່ຽວຂ້ອງ, ສອງກອງບັນຊາການ ປກຊ-ປກສ, ເຈົ້າໜ້າທີ່ ປກສ ກຸ່ມບ້ານ, ພາກສ່ວນກ່ຽວຂ້ອງຂັ້ນແຂວງ-ຂັ້ນເມືອງ, ຕາງໜ້າອົງການຈັດຕັ້ງບ້ານ 14 ບ້ານເຂດເທດສະບານເມືອງ ພ້ອມດ້ວຍຜູ້ຕາງໜ້າບໍລິສັດ, ຫົວໜ່ວຍທຸລະກິດເກັບຊື້ນໍ້າຢາງພາລາພາຍໃນເມືອງເຂົ້າຮ່ວມ.
ກອງປະຊຸມ ຄະນະຮັບຜິດຊອບຂັ້ນແຂວງໄດ້ເຜີຍແແຜ່ດໍາລັດວ່າດ້ວຍຢາງພາລາສະບັບເລກທີ່ 18/ລບ, ລົງວັນທີ 26 ກຸມພາ 2026 ຈຸດປະສົງ ເພື່ອກໍານົດຫຼັກການ, ລະບຽບການ ແລະມາດຕະການກ່ຽວກັບການຄຸ້ມຄອງ, ຕິດຕາມ, ກວດກາ ວຽກງານຢາງພາລາເພື່ອເຮັດໃຫ້ວຽກງານດັ່ງກ່າວມີປະສິດທິພາບ ແລະປະສິດທິຜົນ ແນໃສ່ ຮັບປະກັນການຜະລິດ ແລະການຕອບສະໜອງຢາງພາລາທີ່ມີຄຸນນະພາບໃຫ້ແກ່ໂຮງງານ ແລະຕະຫຼາດ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ, ເພີ່ມຄວາມປົກຫຸ້ມຂອງປາໄມ້, ສາມາດເຊື່ອມໂຍງກັບພາກພື້ນ ແລະສາກົນປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດຕາມທິດສີຂຽວ ແລະຍືນຍົງ, ດຳລັດສະບັບ ນີ້ ປະກອບມີ 11 ໝວດ 57 ມາດຕາ, ໃນນີ້, ດໍາລັດດັ່ງກ່າວໄດ້ກຳນົດຈຸດປະສົງ, ຄວາມໝາຍ, ນິຍາມຂອງຢາງພາລາ, ຫຼັກການ, ການຄຸ້ມຄອງຢາງພາລາ, ການຊື້-ຂາຍ ຢາງພາລາ, ການນຳເຂົ້າ-ສົ່ງອອກ ຢາງພາລາ, ການເຄື່ອນຍ້າຍ ຢາງພາລາ, ການປົກປັກຮັກສາ ຢາງພາລາ, ການພັດທະນາ ຢາງພາລາ, ລະບົບຂໍ້ມູນ-ຂ່າວສານ ກ່ຽວກັບຢາງພາລາ, ທຸລະກິດກ່ຽວກັບຢາງພາລາ, ຄະນະກຳມະການ ຢາງພາລາ, ຂໍ້ຫ້າມ, ການຄຸ້ມຄອງ ແລະກວດກາ ວຽກງານຢາງພາລາ, ນະໂຍບາຍຕໍ່ຜູ້ມີຜົນງານ ແລະມາດຕະການຕໍ່ຜູ້ລະເມີດ ຈາກນັ້ນ, ຄະນະຮັບຜິດຊອບຫ້ອງການອຸດສາຫະກໍາ ແລະການຄ້າເມືອງໄດ້ຜ່ານບົດສະຫຼຸບສັງລວມການເກັບຊື້-ສົ່ງອອກ ແລະການສົ່ງເສີມການປູກຢາງພາລາໃນລະດູການສົກປີ 2025-2026 ແລະແຜນການເຄື່ອນໄຫວ ສົກປີ 2026-2027 ກອງປະຊຸມ ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ລະຫວ່າງຕ່າງໜ້າບໍລິສັດ, ຜູ້ປະກອບການ ແລະພາກສ່ວນກ່ຽວຂ້ອງຂອງລັດເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນໄປຕາມທິດທາງແຜນການທີ່ວາງໄວ້.
ໂອກາດ ເຂົ້າຮ່ວມກອງປະຊຸມ ຄັ້ງນີ້, ຄະນະປະທານໄດ້ມີຄໍາເຫັນເນັ້ນໜັກຫຼາຍດ້ານ ແລະໄດ້ຮຽກຮ້ອງມາຍັງບັນດາບໍລິສັດ ກໍ່ຄື ຜູ້ປະກອບການຈົ່ງພ້ອມກັນກໍາແໜ້ນໄດ້ເນື້ອໃນຈິດໃຈຂອງດໍາລັດສະບັບນີ້ ກ່ຽວກັບວຽກງານການຊຸກຍູ້, ສົ່ງເສີມ, ການປູກຢາງພາລາ, ການພັດທະນາຢາງພາລາ ໃຫ້ມີຄວາມຍືນຍົງ, ເຮັດໃຫ້ພໍ່ແມ່ປະຊາຊົນ ມີລາຍຮັບຈາກການປູກຢາງພາລາຢາງພາລາ ການແບ່ງຂອບເຂດການເກັບຊື້ນໍ້າຢາງພາລາຂອງບັນດາຫົວໜ່ວຍທຸລະກິດກັບບໍລິສັດໃຫ້ໄດ້ຮັບປະສິດທິພາບປະສິດທິຜົນເຮັດໃຫ້ໄດ້ຮັບຜົນປະໂຫຍດຮ່ວມກັນ ແລະເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ນອກຈາກນີ້, ທີມງານຂອງພະແນກກະສິກໍາ ແລະສິ່ງແວດລ້ອມແຂວງ ພ້ອມດ້ວຍວິຊາການກ່ຽວຂ້ອງຫ້ອງການກະສິກໍາ ແລະສິ່ງແວດລ້ອມເມືອງໄດ້ພ້ອມກັນລົງພື້ນທີ່ສ່ວນຢາງພາລາຂອງປະຊາຊົນຢູ່ບ້ານຫາງດອຍເພື່ອ ແນະນໍາວິທີການບໍາລຸງຮັກສາຢາງ, ການຕໍ່ຕາຢາງ, ການໃສ່ປຸຍຢາງ, ການກ້າເບ້ຍຢາງ ແລະອື່ນໆ.
ພາບ-ຂ່າວ: ໂສພາ ທິບພະວົງ.
ຂ່າວສານ: ຄະນະໂຄສະນາອົບຮົມເມືອງຜາອຸດົມ. 17.5.2026.



