











ໃນຕອນເຊົ້າຂອງວັນທີ 15 ພຶດສະພາ 2026 ນີ້. ສະມາຄົມຊຽດ( CHIAS )ປະຈໍາແຂວງບໍ່ແກ້ວ ສົມທົບກັບພະແນກສາທາລະນະສຸກແຂວງ ຫ້ອງການສາທາລະນະສຸກເມືອງຜາອຸດົມ ຈັດງານສະເຫຼີມສະຫຼອງວັນສ້າງຕັ້ງວັນ ວັນນະໂລກສາກົນ ຄົບຮອບ 144 ປີ( ປີ 1882-2026 ) ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການເມືອງຜາອຸດົມ ແຂວງບໍ່ແກ້ວ ໂດຍການເປັນປະທານຂອງທ່ານ ບຸນສີທອງສະໄຫວ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ ດຣ ຄໍາສິນ ພົມມະຫານ ກໍາມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ແສງເກດສຸລີ ສົມວິຈິດ ຜູ້ບໍລິຫານໂຄງການ ຊາບ-ລາວ( SHAPE-Laos )ປະຈໍາ ສປປ ລາວ, ມີຫົວໜ້າ-ຮອງຫົວໜ້າຫ້ອງການກ່ຽວຂ້ອງອ້ອມຂ້າງ, ພະນັກງານສະມາຄົມ ຊຽດ( CHIAS )ປະຈໍາແຂວງບໍ່ແກ້ວ, ຄູອາຈານ ພ້ອມດ້ວຍນ້ອງນ້ອງນັກຮຽນ ມສ ຜາອຸດົມ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ບຸນສີທອງສະໄຫວ ປະທານຄະນະກໍາມະການປົກຄອງເມືອງໄດ້ກ່າວຄໍາປາໄສໃນງານສະເຫຼີມສະຫຼອງວັນ ວັນນະໂລກສາກົນແມ່ນມີຂຶ້ນເພື່ອລະນຶກເຖິງວັນທີ່ນັກວິທະຍາສາດຊາວເຍຍລະມັນ Robert Koch ໄດ້ຄົ້ນພົບເຊື້ອພະຍາດວັນນະໂລກ ໃນວັນທີ 24 ມີນາ ຄສ 1882 ເຊິ່ງເປັນການຄົ້ນພົບທີ່ສໍາຄັນຫຼາຍຕໍ່ວົງການແພດ ແລະຊ່ວຍໃຫ້ໂລກສາມາດພັດທະນາການປ້ອງກັນ ແລະການຮັກສາປິ່ນປົວວັນນະໂລກໄດ້ດີຂຶ້ນ ຕໍ່ມາ ອົງການອະນາໄມໂລກ ໄດ້ກໍານົດໃຫ້ວັນທີ 24 ມີນາ ຂອງທຸກປີເປັນ ວັນວັນນະໂລກສາກົນ ເພື່ອສ້າງຄວາມຕະໜັກໃຫ້ປະຊາຊົນຮູ້ຈັກພະຍາດວັນນະໂລກ, ລົນນະລົງໃຫ້ພໍ່ແມ່ປະຊາຊົນໄປກວດ ແລະຮັກສາ ຫຼຸດການແຜ່ລະບາດຂອງພະຍາດ, ສົ່ງເສີມການຮ່ວມມືຈາກທຸກພາກສ່ວນໃນສັງຄົມ ປັດຈຸບັນ ພະຍາດວັນນະໂລກຍັງເປັນວັນສໍາຄັນທີ່ທຸກປະເທດໃຊ້ໃນການເຜີຍແຜ່ຄວາມຮູ້ ແລະກະຕຸ້ນໃຫ້ປະຊາຊົນເຂົ້າເຖິງການປິ່ນປົວຢ່າງຖືກຕ້ອງເພື່ອຫຼຸດຜ່ອນຈໍານວນຄົນເຈັບ ແລະເສຍຊີວິດຈາກພະຍາດວັນນະໂລກ, ເພື່ອຮ່ວມກັນສ້າງຄວາມຮັບຮູ້ ແລະປຸກລະດົມໃຫ້ທຸກຄົນເຫັນຄວາມສຳຄັນຂອງການປ້ອງກັນ ແລະປິ່ນປົວຮັກສາຜູ້ປ່ວຍທີ່ຕິດເຊື້ອພະຍາດວັນນະໂລກ ພະຍາດວັນນະໂລກ ຫຼື TB ເປັນພະຍາດຕິດຕໍ່ ທີ່ຍັງເປັນບັນຫາສຳຄັນທາງດ້ານສາທາລະນະສຸກ ກໍ່ຄື ຂອງໂລກ ແລະສົ່ງຜົນກະທົບຕໍ່ສຸຂະພາບ ແລະຊີວິດຂອງປະຊາຊົນຈຳນວນຫຼາຍ ແຕ່ພະຍາດນີ້ສາມາດປ້ອງກັນ ແລະຮັກສາໃຫ້ຫາຍຂາດໄດ້ ຖ້າມີການກວດພົບໄວ ແລະຮັກສາຢ່າງຕໍ່ເນື່ອງອີງຕາມການລາຍງານ ຂອງອົງການອະນາໄມໂລກ, ນັບແຕ່ ປີ 2,000 ມີຫຼາຍກວ່າ 83 ລ້ານຄົນ ໄດ້ຮັບການເຂົ້າເຖິງການປິ່ນປົວວັນນະໂລກ, ຢ່າງໃດກໍ່ຕາມ ໃນປີ 2024 ທົ່ວໂລກ ຍັງມີກໍລະນີທີ່ເສຍຊີວິດເນື່ອງຈາກວັນນະໂລກ ເຖິງ 1.23 ລ້ານຄົນ, ສະເພາະ ປີ 2024, ມີຫຼາຍກວ່າ 10.7 ລ້ານຄົນ ທີ່ໄດ້ຮັບຜົນກະທົບຈາກວັນນະໂລກ, ຜົນການສໍາຫຼວດແຫ່ງຊາດ ກ່ຽວກັບພາລະຄ່າໃຊ້ຈ່າຍຂອງຄົນເຈັບວັນນະໂລກ ເຫັນໄດ້ວ່າ ຄົນເຈັບວັນນະໂລກໄດ້ຮັບຜົນກະທົບ ດ້ານພາລະຄ່າໃຊ້ຈ່າຍຫຼາຍກວ່າ 63% ທຽບເກນມາດຕະຖານແມ່ນບໍ່ເກີນ 20%, ລັດຖະບານ ສປປ ລາວ ໄດ້ມີພັນທະສັນຍາ ເພື່ອບັນລຸຍຸດທະສາດລົບລ້າງວັນນະໂລກ ແລະຮັບປະກັນໃຫ້ປາສະຈາກວັນນະໂລກ ພາຍໃນປີ 2030. ຈາກນັ້ນ, ຜູ້ເຂົ້າຮ່ວມແມ່ນໄດ້ຮັບຊົມການສະແດງສິນລະປະບົດຟ້ອນລວມໝູ່, ບົດສະແດງລະຄອນສັ້ນທີ່ສະທ້ອນໃຫ້ເຫັນປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມປັດຈຸບັນ ທີ່ສະແດງໂດຍນ້ອງໆ ນັກຮຽນ ມສ ຜາອຸດົມ ແລະໄດ້ຮ່ວມຫຼີ້ນກິດຈະກໍາຕອບຄໍາຖາມຄວາມຮູ້ກ່ຽວກັບພະຍາດວັນນະໂລກຈາກທີມງານສະມາຄົມຊຽດ( CHIAS )ປະຈໍາແຂວງບໍ່ແກ້ວ ພ້ອມທັງແຈກຂອງຂວັນລາງວັນໃຫ້ຜູ້ຮ່ວມຕອບຄໍາຖາມນໍາອີກ. ການຈັດກິດຈະກໍາໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນທຶນຈາກໂຄງການ ຊາບ-ລາວ( SHAPE-Laos )ປະຈໍາ ສປປ ລາວ
ພາບ-ຂ່າວ: ໂສພາ ທິບພະວົງ.
ຂ່າວສານ: ຄະນະໂຄສະນາອົບຮົມເມືອງຜາອຸດົມ.



