








ກອງປະຊຸມ ຄະນະກຳມະການຄັດເລືອກສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດອບ) ຂັ້ນແຂວງ ຂອງເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ແມ່ນໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 19 ພຶດສະພາ 2026 ນິ້.ຢູ່ທີ່ພະແນກອຸສາຫະກຳແລະ ການຄ້າແຂວງບໍ່ແກ້ວ.ໂດຍການເປັນປະທານຂອງ ທ່ານ ພອນສີ ນໍມະລີ ຮອງຫົວໜ້າ ພະແນກອຸສາຫະກຳແລະການຄ້າແຂວງບໍ່ແກ້ວ.ມີບັນດາຄະນະກຳມະການຄັດເລືອກສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ, ກຸ່ມຜະລິດປໍຸຍຊີວະພາບ ກາຮວງເຂົ້າ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພັນໄຊ ວິໄລສຸກ ຮອງຫົວໜ້າ ແນກອຸສາຫະກຳແລະ ການຄ້າແຂວງບໍ່ແກ້ວ.ໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະກຳມະການ ຄັດເລືອກສິນຄ້າ ໂອດອບຂັ້ນແຂວງ.ຜ່ານບົດສະຫຼຸບສະພາບການສົ່ງເສີ່ມການຜະລິດສິນຄ້າ(ໂອດອບ) ຂອງແຂວງປະຈໍາປີ 2026 ແລະ ບົດລາຍງານສົ່ງເສີ່ມ ການຜະລິດປໍຸຍຊີວະພາບກາຮວງເຂົ້າ ຢູ່ເມືອງຫ້ວຍຊາຍ ການຄົ້ນຄວ້າ,ການປະເມີນຂັ້ນເມືອງສາມາດຮັບຮອງທ່າແຮງ ໃຫ້ການເປັນສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ວິສາຫະກິດບຸນຍົງ ການຄ້າສ່ວນບຸກຄົນ ດຳເນີນກິດຈະການຜະລິດ ສິນຄ້າໝວດສະບຽງອາຫານ,ວິສາຫະກິດສ່ວນບຸກຄົນ ໂຮງງານປຸ້ຍຊີວະພາບກາຮວງເຂົ້າ ແລະຜ່ານທິດທາງແຜນການ ປີ 2026,ຂອງຄະນະກຳມະການຄັດເລືອກ ສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ໄດ້ຄົ້ນຄວ້າ ກຳນົດແຜນການສືບຕໍ່ຊຸກຍູ້ ສົ່ງເສີ່ມສິນຄ້າທ່າແຮງໃນຕໍ່ໜ້າ
ຈາກນັ້ນ,ທ່ານ ຍ້າຍ ອິນທະຍົດ ຕ່າງໜ້າກຸ່ມຜະລິດຕະພັນປຸ້ຍຊີວະພາບ(ກາຮວງເຂົ້າ) ບ້ານໃຫຍ່ພັດທະນານໍ້າປຸກ ເມືອງຫ້ວຍຊາຍແຂວງບໍ່ແກ້ວ ເປັນຜະລິດຕະພັນໜຶ່ງທີ່ຜະລິດຂຶ້ນ ເພື່ອນໍາໃຊ້ເຂົ້າໃນການປຸກຝັງ ຂອງປະຊາຊົນບັນດາເຜົ່າ ພາຍໃນແຂວງ ແລະ ຕ່າງແຂວງ ເພື່ອຫຼຸດຜ່ອນການນໍາໃຊ້ປຸ້ຍເຄມີ,ທັງເປັນການຫຼຸດຜ່ອນຄ່າໃຊ້ຈ່າຍໃນການປະກອບອາຊີບຂອງຊາວກະສີກອນ ທີ່ນໍາໃຊ້ເຂົ້າໃນການປຸກຝັງເປັນພູມປັນຍາຂອງຊາວບ້ານໃນທ້ອງຖິ່ນທີ່ສືບຕໍ່ກັນມາ,ບັນດາແຫຼ່ງວັດຖຸ,ຜະລິດຕະພັນປຸ້ຍຊີວະພາບແບບເກົ່າ,ຂັ້ນຕອນການຜະລິດ ແລະ ອື່ນໆ
ໂອກາດນິ້.ທ່ານ ພອນສີ ນໍມະລີ ຮອງຫົວໜ້າ ແນກອຸສາຫະກຳແລະ ການຄ້າແຂວງບໍ່ແກ້ວ.ໄດ້ມີຄໍາເຫັນເນັ້ນໜັກໃຫ້ຄະນະກາມະການຄັດເລືອກສີນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຂັ້ນແຂວງ ຈົ່ງຍົກສູງຄວາມຮັບຜິດຊອບ ແລະ ເປັນເຈົ້າການ ປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ ໃຫ້ຖຶກຕ້ອງ, ສອດຄ່ອງກັບລະບຽບ, ຫຼັກການ ຂອງການປະເມີນ.ສ້າງທຸກເງື່ອນໄຂໃຫ້ຜະລິດຕະພັນປໍຸຍຊິວະພາບກາຮວງເຂົ້ານີ້ ໃຫ້ຢູ່ໃນເປົ້າໝາຍສົ່ງເສີມ ແລະ ຢັ້ງຢືນເປັນສີນຄ້າ ໂອດອບ ເພື່ອນໍາສະເໜີກະຊວງຮັບຮອງ ແລະ ອອກກາໝາຍໃນຕໍ່ໜ້າ.ພາຍຫຼັງປະເມີນສາເລັດແລ້ວ ຍັງເຫັນວ່າ ບັນຫາໃດທີ່ຍັງບໍ່ທັນປະຕິບັດໄດ້ຕາມມາດຕະຖານ ທີ່ໄດ້ການົດໄວ້ ກໍ່ໃຫ້ຮີບຮ້ອນແກ້ໄຂ, ປັບປຸງໃຫ້ໄດ້ຕາມມາດຕະຖານ ພ້ອມທັງລົງຊຸກຍູ້, ສົ່ງເສີມ, ຕິດຕາມ, ກວດກາຢ່າງໃກ້ສິດຕິດແທດ.ສືບຕໍ່ຊຸກຍູ້ ແລະ ສ້າງທຸກເງື່ອນໄຂ ໃຫ້ຫົວໜ່ວຍວິສາຫະກິດດັ່ງກ່າວນີ້ ເຂົ້າເຖິງແຫຼ່ງທຶນນະໂຍບາຍສິນເຊື່ອດອກເບ້ຍຕໍ່າໃຫ້ໄດ້ ເພື່ອເປັນການຕໍ່ຍອດ ແລະ ພັດທະນາສິນຄ້າໃຫ້ມີຄວາມເຂັ້ມແຂງ ແລະຊຸກຍູ້, ສົ່ງເສີມຜະລິດຕະພັນດັ່ງກ່າວນີ້ ໃຫ້ມີການພັດທະນາ, ຮັບປະກັນຄຸນນະພາບ, ສາມາດເຂົ້າເຖິງຕະຫຼາດຕ່າງແຂວງ ແລະ ສາມາດແຂ່ງຂັນກັບສີນຄ້າຕ່າງປະເທດໄດ້ ແລະ ບັນຫາອື່ນໆ
ໂດຍ:: ເງິນຫຼົງ ຈິດພູວົງ.
ແອດມິນ: ທອງຈັນ ວົງປັນຍາ.



