





































ໃນວັນທີ 21 ພຶດສະພາ 2026, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ປະຕິບັດແນວທາງໃໝ່ໃນການບໍລິຫານທ້ອງຖິ່ນ ດ້ວຍການປະກາດສ້າງຕັ້ງ 5 ຕາແສງພ້ອມກັນຢ່າງເປັນທາງການ. ຈຸດປະສົງ ເພື່ອລວມສູນວຽກງານຈາກຂະແໜງການຕ່າງໆໃນເມືອງລົງສູ່ທ້ອງຖິ່ນ ໃຫ້ປະຊາຊົນເຂົ້າເຖິງການບໍລິການຂອງພັກ-ລັດ ໄດ້ຢ່າງ ສະດວກ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທຳ.
ພິທີແມ່ນຈັດຂື້ນທີ່ຕາແສງປຸ່ງນາໜູນ, ພາຍໃຕ້ການເປັນປະທານຂອງ ຂອງທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ, ທ່ານ ຈອມແພງ ວິໄລສານ ຄະນະປະຈຳພັກແຂວງ ເລຂາພັກເມືອງຫ້ວຍຊາຍ, ມີບັນດາການນຳຂອງແຂວງ, ການນຳຂອງເມືອງ, 5 ຕາແສງ, ແຂກຖືກເຊີນ, ອົງການປົກຄອງບ້ານກວ່າ 70 ບ້ານ ແລະ ປະຊາຊົນເຂົ້າຮ່ວມຢ່າງຄຶກຄື້ນ.
ທ່ານ ນາງ ດາວ ໄຊເສດຖາ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄດ້ຜ່ານຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງແຂວງ ວ່າດ້ວຍ ການອະນຸມັດສ້າງຕັ້ງຕາແສງ, ມີຕາແສງ ຫ້ວຍຊາຍ, ຕາແສງນ້ຳປຸກ, ຕາແສງນ້ຳຍຸງ, ຕາແສງປຸ່ງນາໜູນ ແລະ ຕາແສງທ່າຟ້າຂອງເມືອງຫ້ວຍຊາຍ ແລະ ຜ່ານຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງເມືອງ ວ່າດ້ວຍການແຕ່ງຕັ້ງປະທານ,ຮອງປະທານຄະນະກໍາມະການປົກຄອງຕາແສງ ແລະ ມະຕິຕົກລົງຂອງຄະນະປະຈໍາພັກເມືອງ ວ່າດ້ວຍການສ້າງຕັ້ງອົງຄະນະພັກຕາແສງ, ໂດຍມີທ່ານ ແສງຫວາດ ມະໂນຂຸນ ເປັນປະທານຕາແສງຫ້ວຍຊາຍ, ທ່ານ ສີວອນ ກິ່ງທະວັນ ເປັນປະທານຕາແສງປຸ່ງນາໜູນ, ທ່ານ ສຸວັດ ເພັງພະຈັນ ເປັນປະທານຕາແສງນ້ຳຍຸງ, ທ່ານ ແສງເພັດ ດວງປະເສີດ ເປັນປະທານຕາແສງນ້ຳປຸກ ແລະ ທ່ານ ແກ້ວສີພອນ ສິລິປັນຍາ ເປັນປະທານຕາແສງທ່າຟ້າ.
ສໍາລັບ 5 ຕາແສງ ທີ່ຈະໄດ້ຮັບການປະກາດສ້າງຕັ້ງຂຶ້ນຢ່າງເປັນທາງການ ມີລາຍລະອຽດ ແລະ ຈຸດພິເສດດັ່ງນີ້: 1. ຕາແສງປຸງນາໜູນ ຕັ້ງຢູ່ຫ່າງຈາກເທດສະບານເມືອງ 31 ກິໂລແມັດ, ມີ 18 ບ້ານຂຶ້ນກັບ. ປັດຈຸບັນມີພົນລະເມືອງທັງໝົດ 18.711 ຄົນ (ຍິງ 9.056 ຄົນ), 3.335 ຫຼັງຄາເຮືອນ 2. ຕາແສງທ່າຟ້າ ຫ່າງຈາກເທດສະບານເມືອງ 72 ກິໂລແມັດ, ມີ 10 ບ້ານຂຶ້ນກັບ, ມີພົນລະເມືອງ 7.257 ຄົນ, 3 ຕາແສງນໍ້າຍຸງ ຫ່າງຈາກເທດສະບານເມືອງ 4 ກິໂລແມັດ, ມີ 13 ບ້ານຂຶ້ນກັບ, ພົນລະເມືອງທັງໝົດ 14.036 ຄົນ (ຍິງ 6.399 ຄົນ), 2.470 ຫຼັງຄາເຮືອນ. 4. ຕາແສງຫ້ວຍຊາຍ (ເຂດໃຈກາງເມືອງ) ເປັນສູນກາງທາງດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ, ມີ18 ບ້ານ, ມີພົນລະເມືອງ 23.910 ຄົນ, 5. ຕາແສງນໍ້າປຸກ (ເຂດຊານເມືອງ) ຕັ້ງຢູ່ຫ່າງຈາກເທດສະບານເມືອງ 26 ກິໂລແມັດ.
ໂອກາດດັ່ງກ່າວ: ທ່ານ ພົນຈັດຕະວາ ສຸກພະຈັນ ສີລາເພັດ ຮອງເລຂາພັກແຂວງ ປະທານຄະນະກຳມະການປົກຄອງແຂວງ ໄດ້ມີຄຳເຫັນເນັ້ນໜັກໃຫ້ແກ່ຄະນະກຳມະການຕາແສງຊຸດໃໝ່ ເພື່ອນຳໄປຈັດຕັ້ງປະຕິບັດ ໂດຍສະເພາະແບ່ງວຽກພັກ-ລັດໃຫ້ລະອຽດ, ເພີ່ມທະວີຄວາມເຂັ້ມແຂງຂອງວຽກງານ ປກຊ-ປກສໃນທ້ອງຖິ່ນ, ເປັນເຈົ້າການເຜີຍແຜ່ກົດໝາຍ, ຮັບຟັງ ແລະ ລາຍງານສະພາບການໃຫ້ຂັ້ນເມືອງຊາບຢ່າງເປັນປົກກະຕິ, ປັບປຸງກົນໄກການບໍລິການລັດຢູ່ຂັ້ນຕາແສງໃຫ້ມີຄວາມຍຸຕິທຳ ແລະ ວ່ອງໄວ, ເລັ່ງພັດທະນາສິ່ງອຳນວຍຄວາມສະດວກ ເພື່ອຊ່ວຍໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ
ໃນຕອນທ້າຍຂອງພິທີ, ທັງພາກລັດ ແລະ ເອກະຊົນ ໄດ້ຮ່ວມໃຈກັນມອບເງິນທຶນຊຸກຍູ້, ພ້ອມທັງຮ່ວມກັນ ລັ່ນຄ້ອງ 9 ບາດ ເປັນສິລິມົງຄຸນ ແລະ ເປີດປ້າຍຕາແສງຢ່າງເປັນທາງການ.
ຂ່າວ: ສາຍສະໝອນ ແກ້ວວິສິດ
ແອດມິນ: ທອງຈັນ ວົງປັນຍາ



