ເພື່ອສືບຕໍ່ສ້າງສະພາບແວດລ້ອມທີ່ດີ ແລະ ຫັນເປັນຕົວເມືອງສີຂຽວ, ສະອາດ, ງາມຕາ. ໃນຕອນເຊົ້າຂອງ ວັນທີ 22 ພຶດສະພາ 2026 ນິ້.ບັນດາພະນັກງານ-ລັດຖະກອນ ຫຼາຍພະແນກການ, ກົມກອງ ແລະ ຫ້ອງການອ້ອມຂ້າງແຂວງບໍ່ແກ້ວ ໄດ້ພ້ອມພາກັນສ້າງຂະບວນການອອກແຮງງານຢ່າງຟົດຟື້ນ ເພື່ອຂຸດຂຸມກຽມໄວ້ປູກຕົ້ນໄມ້ປະດັບ ຢູ່ຕາມເສັ້ນທາງຫຼວງສາຍຫຼັກ.ເພື່ອກຽມພ້ອມໃຫ້ແກ່ວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ 2026) ທີ່ຈະມາເຖິງນີ້, ໂດຍມີເປົ້າໝາຍປູກ “ຕົ້ນຈຳປາ” ເຊິ່ງເປັນຕົ້ນໄມ້ປະຈຳຊາດ ແລະ “ຕົ້ນຕານ” (ໄມ້ຢືນຕົ້ນສູງ) ຕາມເສັ້ນທາງຫຼວງນັບແຕ່ ສາມແຍກຫໍຫຼັກເມືອງ (ບ້ານນ້ຳຫໍ້ໃຕ້) ໄປຈົນຮອດ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 4.ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
ເພື່ອຮັບປະກັນໃຫ້ຕົ້ນໄມ້ທີ່ປູກມີອັດຕາການລອດເຫຼືອ 100% ແລະ ເຕີບໃຫຍ່ຢ່າງຈົບງາມ, ຄະນະຮັບຜິດຊອບໄດ້ເນັ້ນໜັກ 5 ມາດຕະການເຕັກນິກຄື: ຖືກຕ້ອງຕາມເຕັກນິກ ການຂຸດຂຸມຕ້ອງໄດ້ມາດຕະຖານ ແລະ ລະດັບຕາມຫຼັກວິຊາການປ່າໄມ້. ເບ້ຍໄມ້ຕ້ອງມີຄຸນນະພາບ: ເລືອກເອົາເບ້ຍໄມ້ທີ່ມີອາຍຸພໍດີ, ແຂງແຮງ ເພື່ອຮັບປະກັນບໍ່ໃຫ້ຕົ້ນໄມ້ຕາຍ.ພາຍຫຼັງ ປູກແລ້ວຕ້ອງມີການມອບ-ຮັບໃຫ້ພາກສ່ວນຈະແຈ້ງ ເປັນເຈົ້າການບົວລະບັດຮັກສາ, ປ້ອງກັນບໍ່ໃຫ້ສັດລ້ຽງມາທໍາລາຍ ຄືກັບປີຜ່ານໆມາ. ວາງແນວປູກໃຫ້ຫ່າງຈາກສິ່ງປູກສ້າງ ແລະ ເສົາໄຟຟ້າແຮງສູງ-ແຮງຕ່ຳ ເພື່ອຄວາມປອດໄພ ແລະ ບໍ່ໃຫ້ສົ່ງຜົນກະທົບຕໍ່ລະບົບໄຟຟ້າໃນອະນາຄົດ.
ຕ້ອງມີມາດຕະການເຂັ້ມງວດ: ວາງລະບຽບການ ແລະ ມາດຕະການປັບໄໝ, ທົດແທນ ຕໍ່ຜູ້ທີ່ທໍາລາຍ ຫຼື ເຮັດໃຫ້ຕົ້ນໄມ້ເສຍຫາຍ.ເຊື່ອໝັ້ນວ່າ: ຫາກພວກເຮົາຮ່ວມແຮງຮ່ວມໃຈກັນປະຕິບັດໄດ້ຕາມຂັ້ນຕອນ ແລະ ແຜນການນີ້, ໃນອີກ 10 ປີຂ້າງໜ້າ, ເທດສະບານເມືອງຫ້ວຍຊາຍ ຈະກາຍເປັນຕົວເມືອງທີ່ຂຽວງາມ, ຮົ່ມເຢັນ ແລະ ເປັນເມືອງທ່ອງທ່ຽວທີ່ໜ້າຢູ່-ໜ້າຊົມຢ່າງແນ່ນອນ.













#ໂດຍ: ເງິນຫຼົງ ຈິດພູວົງ.
#ແຂວງບໍ່ແກ້ວ #ເມືອງຫ້ວຍຊາຍ #ວັນປູກຕົ້ນໄມ້ແຫ່ງຊາດ #ພັດທະນາຕົວເມືອງສີຂຽວ #ບໍ່ແກ້ວສີຂຽວ.
#ແອດມິນ: ທອງຈັນ ວົງປັນຍາ.



