ໃນຕອນເຊົ້າຂອງວັນທີ 21 ພຶດສະພາ 2026 ນີ້. ຢູ່ທີ່ສະໂມສອນເຂດຈຸດສຸມບ້ານໃຫຍ່ນໍ້າຍາວ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ສໍາເລັດ ພິທີ ມອບ-ຮັບ ເບ້ຍຫວາຍຂົມໃຫ້ແກ່ຄອບຄົວເປົ້າໝາຍຂອງສະມາຄົມສົ່ງເສີມຄວາມຮູ້ເພື່ອພັດທະນາຊົນນະບົດແບບມີສ່ວນຮ່ວມ ຫຼື ສະມາຄົມຄໍາຄິດ ປະຈໍາແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ບົວເກດ ສືບໄຊຍາ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ທ່ານ ອ່ຽມສັກ ສຸດທິຍະວົງ ຮອງຫົວໜ້າພະແນກກະສິກໍາ ແລະສິ່ງແວດລ້ອມແຂວງ, ມີຫົວໜ້າຫ້ອງການກະສິກໍາ ແລະສິ່ງແວດລ້ອມເມືອງ, ພາກສ່ວນກ່ຽວຂ້ອງຂອງແຂວງ-ຂອງເມືອງ, ຜູ້ຕາງໜ້າສະມາຄົມສົ່ງເສີມຄວາມຮູ້ ເພື່ອພັດທະນາຊົນນະບົດແບບມີສ່ວນຮ່ວມ, ມີອົງການຈັດຕັ້ງບ້ານ ພ້ອມດ້ວຍຄອບຄົວເປົ້າໝາຍໄດ້ຮັບເບ້ຍຫວາຍຂົມເຂົ້າຮ່ວມ.
ຈຸດປະສົງ: ເພື່ອເປັນການສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຄອບຄົວທຸກຍາກໃນຈໍານວນ 5 ບ້ານ ເປົ້າໝາຍຂອງສະມາຄົມສົ່ງເສີມຄວາມຮູ້ເພື່ອພັດທະນາຊົນນະບົດແບບມີສ່ວນຮ່ວມ ທີ່ມີຄວາມສົນໃຈຍາກພັດທະນາຕົນເອງ ແລະຄອບຄົວ, ເຮັດໃຫ້ຄອບຄົວຂອງຕົນດີຂຶ້ນກວ່າເກົ່າ ທັງເປັນການສ້າງຜົນຜະລິດ, ສ້າງລາຍຮັບໃຫ້ແກ່ຄອບຄົວເປົ້າໝາຍດັ່ງກ່າວກາຍເປັນຄອບຄົວພົ້ນທຸກໃນຕໍ່ໜ້າ, ເພື່ອຫຼຸດຜ່ອນການຖາງປ່າເຮັດໄຮ່ທໍາລາຍປ່າແບບເລື່ອນລອຍ. ພິທີ ຄະນະປະທານໄດ້ມີຄໍາເຫັນ ເນັ້ນໜັກ ໃຫ້ແກ່ຄອບຄົວທີ່ໄດ້ຮັບການສະໜອງເບ້ຍຫວາຍຂົມຈາກສະມາຄົມສົ່ງເສີມຄວາມຮູ້ເພື່ອພັດທະນາຊົນນະບົດແບບມີສ່ວນຮ່ວມ ໃນຄັ້ງນີ້ ຈົ່ງພ້ອມກັນເອົາໃຈໃສ່ໃນການກະກຽມຄວາມພ້ອມເປັນຕົ້ນແມ່ນການກະກຽມພື້ນທີ່ປູກ ແລະປູກໃຫ້ທ່ວງທັນກັບໄລຍະເວລາຂອງລະດູການປູກ, ປູກໃຫ້ຖືກຕ້ອງຕາມການແນະນໍາຂອງວິຊາການໜ່ວຍງານກ່ຽວຂ້ອງໄດ້ແນະນໍາ, ພ້ອມກັນນັ້ນກໍ່ໃຫ້ເອົາໃຈໃສ່ໃນການບົວລະບັດຮັກສາໃຫ້ຖືກຕ້ອງຕາມວິທີທີ່ວິຊາການກ່ຽວຂ້ອງໄດ້ແນະນໍາເພື່ອເຮັດໃຫ້ກິດຈະກໍາດັ່ງກ່າວໄດ້ຮັບຜົນດີໃນຕໍ່ໜ້າ ແລະກາຍເປັນຄອບຄົວຕົວແບບໃນຕໍ່ໜ້າສາມາດຂະຫຍາຍພັນໃຫ້ແກ່ຄອບຄົວອື່ນໆ ພາຍໃນບ້ານ ແລະນອກບ້ານພາຍໃນເມືອງຂອງຕົນການລົງມອບເບ້ຍຫວາຍຂົມຢູ່ເມືອງຜາອຸດົມໃນຄັ້ງນີ້ ມີ 5 ບ້ານ ຄື ບ້ານປາງທອງ 14 ຄອບຄົວ, ບ້ານໃຫຍ່ນໍ້າຍາວ 27 ຄອບຄົວ, ບ້ານຕາດຫ້ວຍແຄ້ງ 8 ຄອບຄົວ, ບ້ານປາກຫາດ 6 ຄອບຄົວ ແລະບ້ານຫາດຄໍາ 13 ຄອບຄົວ, ຄອບຄົວໜຶ່ງແມ່ນໄດ້ຮັບເບ້ຍຫວາຍຂົມຈໍານວນ 300 ເບ້ຍ, ແລະບາງຄອບຄົວແມ່ນໄດ້ຮັບຈໍານວນ 200 ເບ້ຍ, ລວມທັງໝົດ 18,900 ເບ້ຍ, ລວມມູນຄ່າທັງໝົດ 283,500,000 ກີບ, ໃນນີ້ ບ້ານນໍ້າຍາວໄດ້ຮັບເບ້ຍຫວາຍຂົມຈໍານວນ 6,600 ເບ້ຍ, ລວມເປັນເງິນ 114,000,000 ກີບ.








ພາບຂ່າວ: ໂສພາ ທິບພະວົງ.
ຂ່າວສານ: ຄະນະໂຄສະນາອົບຮົມເມືອງຜາອຸດົມ. 21.5.2026.



