ການເກັບກູ້ຜົນຜະລິດພືດລະດູແລ້ງປີນິ້ແຕ່ລະປະເພດແມ່ນ ລື່ນຄາດໝາຍຕາມແຜນທີ່ກຳນົດໄວ້.

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງບໍ່ແກ້ວ  ໄດ້ສະຫຼຸບການຈັດຕັ້ງປະຕິບັດການຜະລິດພືດລະດູແລ້ງ ປີ 2026 ພາຍໃນ 05 ຕົວເມືອງ ທົ່ວແວງ ທີ່ສາມາດປະຕິບັດໄດ້ລື່ນແຜນການທີ່ວາງໄວ້ ,ຜົນສຳເລັດອັນພົ້ນເດັ່ນ ຂອງການຜະລິດພືດລະດູແລ້ງ ປີ 2026 ອີງຕາມບົດລາຍງານການລົງຕິດຕາມ ແລະ ຊຸກຍູ້ການຜະລິດຂອງຂະແໜງການກ່ຽວຂ້ອງ ໃຫ້ຮູ້ວ່າ: ການຜະລິດໃນລະດູແລ້ງທີ່ຜ່ານມາ ແມ່ນໄດ້ຮັບການຕອບຮັບ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າຈາກພໍ່ແມ່ປະຊາຊົນ ເຮັດໃຫ້ຕົວເລກເນື້ອທີ່ການປູກຕົວຈິງເພີ່ມຂຶ້ນຢ່າງເຫັນໄດ້ຊັດເຈນ. ໃນປີນີ້, ຂະແໜງກະສິກຳໄດ້ລົງໃກ້ຊິດຕິດແທດກັບຊາວກະສິກອນໃນ 23 ບ້ານ, ກວມເອົາ 647 ຄອບຄົວ ໃນ 5 ຕົວເມືອງ.ມີເນື້ອທີ່: ຈາກຕົວເລກແຜນການສູ້ຊົນ 300 ເຮັກຕາ (ຮຕ), ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຂະຫຍາຍໄດ້ເຖິງ 376.5 ຮຕ ເຊິ່ງລື່ນແຜນການທີ່ວາງໄວ້ 76.5 ຮຕ (ເທົ່າກັບ 25.5%). ປັດຈຸບັນ ຊາວກະສິກອນສາມາດເກັບກ່ຽວໄດ້ສຳເລັດ 100% ແລ້ວ, ໄດ້ຮັບຜົນຜະລິດລວມທັງໝົດ 1,466 ໂຕນ ໂດຍມີສະມັດຕະພາບສະເລ່ຍຢູ່ທີ່ 3.7 ໂຕນ/ຮຕ.

ການປູກພືດເປັນສິນຄ້າສົ່ງອອກ ແລະ ພືດສະບຽງອາຫານ ເຕີບໂຕຢ່າງແຂງແຮງພືດເປັນສິນຄ້າສົ່ງອອກ (ສປ ຈີນ): ສາມາດປະຕິບັດໄດ້ໃນເນື້ອທີ່ຕົວຈິງ 5,831 ຮຕ (ລື່ນແຜນການ 189 ຮຕ ຫຼື 3.3%), ສາມາດເກັບກູ້ຜົນຜະລິດໄດ້ສູງເຖິງ 63,343 ໂຕນ. ໃນນີ້, ເນື້ອທີ່ສ່ວນໃຫຍ່ແມ່ນນັກລົງທຶນເຂົ້າມາສົ່ງເສີມການປູກເພື່ອສົ່ງອອກໄປ ສປ ຈີນ ໂດຍສະເພາະ ກວມເອົາ 5,706 ຮຕ (ຜົນຜະລິດ 62,868 ໂຕນ) ເຊິ່ງລວມມີ:ກ້ວຍຫອມ: ເນື້ອທີ່ 2,172 ຮຕ, ຜົນຜະລິດ 18,485 ໂຕນ.ພືດລົ້ມລຸກ (ໝາກຖົ່ວເຫຼືອງ, ໝາກອຶ, ໝາກໂມ, ໝາກຖົ່ວຝັກຍາວ, ໝາກຖົ່ວເບີ ແລະ ໝາກເຜັດ): ເນື້ອທີ່ 3,534 ຮຕ, ຜົນຜະລິດ 44,383 ໂຕນ.ພືດສະບຽງອາຫານຊົມໃຊ້ພາຍໃນ: ມີເນື້ອທີ່ປູກທັງໝົດ 1,045 ຮຕ, ສາມາດເກັບກູ້ຜົນຜະລິດໄດ້ 4,581 ໂຕນ, ກວມເອົາ 2,309 ຄອບຄົວ. ພືດທີ່ປູກສ່ວນໃຫຍ່ແມ່ນ ເຜືອກມັນ, ພືດຜັກຕ່າງໆ, ສາລີຫວານ, ໝາກເຜັດ, ໝາກແຕງ, ຜັກກະລຳປີ ແລະ ໝາກເຂືອ ເຊິ່ງສາມາດຕອບສະໜອງຕະຫຼາດພາຍໃນໄດ້ເປັນຢ່າງດີ.

ໂດຍ: ເງິນຫຼົງ ຈິດພູວົງ

ແອດມິນ: ທອງຈັນ ວົງປັນຍາ

Leave a Reply

Your email address will not be published. Required fields are marked *

ພິທີເປີດ ຮຽນສະໜັບສະໜູນ ໃຫ້ມະຫາຊົນກ້າວໜ້າທີເປັນເປົ້າໝາຍຂະຫຍາຍເຂົ້າພັກ ປະຊາຊົນປະຕິວັດລາວ ຊຸດທີ IV ປີ2025. ຄັ້ງວັນທີ 15 ກໍລະກົດ 2025.
ຝືກອົບຮົມວຽກງານປະຖະກະຖາໃຫ້ພະນັກງານຫຼັກແຫຼງເມືອງຜາອຸດົມ
ພິທີວາງກະຕ່າ ຢູ່ອານຸສາວະລີນັກຮົບນິລະນາມ ( ຄ້າຍປ່າໄລ່ ) ແລະ ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ
ປາຖະກະຖາ ວັນສະຖາປະນາ ຄົບຮອບ 48 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົບວິຫານ ຄົບຮອບ 103 ປີ ແລະ ວັນຕ້ານການສໍ້ລາດບັງຫຼວງ ຄົບຮອບ 20 ປີ
slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa