












ວັນທີ 21 ກັນຍາ 2026: ເນື່ອງໃນໂອກາດການຮຽນ-ການສອນ, ຄະນະຄູ-ອາຈານ ພ້ອມດ້ວຍນັກສຶກສາ ທິດສະດີການເມືອງ-ການປົກຄອງ ແຂວງບໍ່ແກ້ວ ຮຸ່ນທີ VIII ໄດ້ລົງທັດສະນະສຶກສາ ແລະ ແລກປ່ຽນບົດຮຽນຕົວຈິງ ຢູ່ໂຮງໝໍແຂວງບໍ່ແກ້ວ. ນໍາໂດຍ ທ່ານ ນ. ປອ. ຄໍາພູທອງ ວິຈິດລາສີ ຫົວໜ້າໂຮງຮຽນການເມືອງ-ການປົກຄອງ ແຂວງບໍ່ແກ້ວ, ເຂົ້າຮ່ວມມີ ທ່ານ ດຣ. ອານຸສິດ ສິລິສັກ ອໍານວຍການໂຮງໝໍແຂວງ,ມີບັນດາພະນັກງານແພດໝໍ ແລະ ນັກສຶກສາ.
ການລົງທັດສະນະສຶກສາຄັ້ງນີ້, ເພື່ອເຮັດໃຫ້ນັກສຶກສາໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງກ່ຽວກັບການດໍາເນີນງານ, ການບໍລິຫານຈັດການ ແລະ ການໃຫ້ບໍລິການດ້ານສາທາລະນະສຸກ. ໂດຍສະເພາະແມ່ນການແກ້ໄຂບັນຫາຫາງສຽງສັງຄົມ ຕໍ່ກັບການບໍລິການທີ່ຊັກຊ້າ, ການຊຸກຍູ້ໃຫ້ປະຊາຊົນຢູ່ເຂດຫ່າງໄກສອກຫຼີກໄດ້ເຂົ້າເຖິງການບໍລິການປິ່ນປົວທີ່ດີ, ມີຄວາມເປັນທໍາ, ການຍົກສູງຄຸນນະພາບການບໍລິການ ແລະ ການຫຼຸດຜ່ອນຂັ້ນຕອນການບໍລິການທີ່ຖ່ວງດຶງຄົນເຈັບ.ພ້ອມທັງຮັບຟັງການລາຍງານສະພາບຫຍໍ້ ກ່ຽວກັບວຽກງານການເຄື່ອນໄຫວ ຈາກຄະນະນໍາຂອງໂຮງໝໍແຂວງບໍ່ແກ້ວ,ເຮັດໃຫ້ ຄະນະນັກສຶກສາໄດ້ຮຽນຮູ້ເຖິງບົດບາດ, ໜ້າທີ່ ແລະ ຜົນງານຂອງໂຮງໝໍໃນການດູແລຮັກສາສຸຂະພາບຂອງປະຊາຊົນ. ສິ່ງສໍາຄັນແມ່ນການປັບປຸງຄຸນນະພາບການບໍລິການທີ່ເນັ້ນໃສ່:ຄວາມສະດວກ, ວ່ອງໄວ, ປອດໄພ ແລະ ເປັນທໍາ: ພະນັກງານແພດ-ພະຍາບານ ຕ້ອງມີຈິດໃຈຮັບໃຊ້, ເອົາໃຈໃສ່ຄົນເຈັບ, ໃຫ້ຄໍາແນະນໍາຢ່າງສຸພາບ ແລະ ສ້າງຄວາມໄວ້ວາງໃຈໃຫ້ຜູ້ມາໃຊ້ບໍລິການ.ການຈັດລະບົບການບໍລິການ: ຫຼຸດຜ່ອນເວລາລໍຖ້າ, ປັບປຸງສະຖານທີ່ໃຫ້ສະອາດ-ປອດໄພ, ພັດທະນາທັກສະຂອງບຸກຄະລາກອນ ແລະ ນໍາໃຊ້ເຕັກໂນໂລຊີເຂົ້າໃນການຈັດການຂໍ້ມູນ.ເປີດກວ້າງການຮັບຟັງຄໍາຄິດເຫັນ ແລະ ບັນຫາຂອງຄົນເຈັບ ເພື່ອນໍາມາປັບປຸງການບໍລິການໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.
ການລົງທັດສະນະສຶກສາຄັ້ງນິ້ ບໍ່ພຽງແຕ່ເປັນການເພີ່ມຄວາມຮູ້ຈາກພາກປະຕິບັດຕົວຈິງເທົ່ານັ້ນ, ແຕ່ຍັງເປັນໂອກາດດີໃຫ້ນັກສຶກສາໄດ້ແລກປ່ຽນບົດຮຽນ ເພື່ອນໍາໄປໝູນໃຊ້ເຂົ້າໃນການຮຽນ ແລະ ການປະຕິບັດງານຕົວຈິງ. ການຍົກສູງຄຸນນະພາບການບໍລິການຄົນເຈັບ ຈຶ່ງເປັນວຽກງານສໍາຄັນທີ່ຕ້ອງອາໄສຄວາມຮ່ວມມື, ຄວາມຮັບຜິດຊອບ ແລະ ການພັດທະນາຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ປະຊາຊົນໄດ້ຮັບບໍລິການສຸຂະພາບທີ່ມີຄຸນນະພາບ, ທັນເວລາ ແລະ ເກີດຄວາມພໍໃຈຢ່າງແທ້ຈິງ.
ຂ່າວ: ຄໍາເພັງ ສີສະຫວ່າງ