ພະແນກປ້ອງກັນອາກາດ ທະຫານແຂວງບໍ່ແກ້ວ ສຳເລັດການອົບຮົບ-ຫັດແອບຍິງລູກປືນແທ້.

 

ໃນວັນທີ 17 ກັນຍາ 2026 ນີ້, ພະແນກປ້ອງກັນອາກາດ ທະຫານແຂວງບໍ່ແກ້ວ ໄດ້ຈັດຕັ້ງປະຕິບັດ ອົບຮົບ-ຫັດແອບ ຍິງລູກປືນແທ້ 23 – 2 ມມ, ຢູ່ທີ່ສະໝາມ ບ້ານປຸ່ງນາໜູນ ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກ ວຽງໄຊ ແກ້ວມະນີ ຮອງຫົວໜ້າກົມປ້ອງກັນອາກາດ, ມີ ສະຫາຍ ພັນໂທ ສຸບິນ ສີຫາລາດ ຫົວໜ້າຫ້ອງເສນາທິການ ທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ 7 ຫ້ອງ, ມີພາກສ່ວນມາແຕ່ກົມປ້ອງກັນອາກາດ, ຕະຫຼອດຮອດ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ການຈັດຕັ້ງຍິງລູກປືນແທ້ໃນຄັ້ງນີ້ແມ່ນປະຕິບັດຕາມທິດນຳຂອງກົມໃຫຍ່ເສນາທິການກອງທັບ ແລະ ອີງຕາມຄໍາສັ່ງ ຂອງຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງບໍ່ແກ້ວ ກໍຄືຫ້ອງເສນາທິການ ວ່າດ້ວຍການຈັດຕັ້ງອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ, ເຕັກນິກ ປະຈໍາປີ 2026 ແລະ ເພື່ອເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງເຫຼົ່າຮົບປ້ອງກັນອາກາດ ວັນທີ 12 ທັນວາ 1961 – 12 ທັນວາ 2026 ຄົບຮອບ 65 ປີ ທີ່ໜູນ ວຽນມາອີກວາລະໜຶ່ງ, ເພື່ອເປັນການກວດສອບເຕັກນິກທາງດ້ານຄຸນນະພາບ, ສະມັດຖະພາບຂອງອາວຸດ-ຍຸດໂທປະກອນ ປະຈໍາການໃນກົມກອງ ແລະ ເພື່ອຝຶກຝົນ ຫຼໍ່ຫຼອມທັກສະເຕັກນິກການທະຫານ, ຄວາມສາມາດຂອງນາຍ ແລະ ພົນທະຫານເຫຼົ່າຮົບປ້ອງກັນອາກາດ ໃຫ້ມີຄວາມຊໍານິ ຊໍານານ, ແມນຢໍາ ຊັດເຈນ ກາຍເປັນນັກຮົບປະຕິວັດ ແລະ ນັກຍິງທີ່ມີສະຕິລະວັງຕົວສູງ, ມີ ລະບຽບວິໄນເຂັ້ມງວດ, ມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດ-ສິນທໍາປະຕິວັດ, ກໍາແໜ້ນ ແລະ ຮູ້ໝູນໃຊ້ທາງດ້ານທິດສະດີຫຼັກການ, ສິນລະປະຍຸດ-ຍຸດທະວິທີການທະຫານ, ຮູ້ຄຸນຄ່າສະມັດຖະພາບ, ການປະກອບສ້າງຂອງອາວຸດ-ຍຸດໂທປະກອນ, ເພື່ອຮັບປະກັນເຄື່ອນໄຫວສູ້ຮົບ ແລະ ສູ້ຮົບມີໄຊ. ສາມາດທໍາລາຍດັບສູນເປົ້າໝາຍໄດ້ຢ່າງວ່ອງໄວ, ຊັດເຈນ, ທັນເວລາ. ມີຄວາມປອດໄພໄດ້ຕາມຈຸດປະສົງຄາດໝາຍທີ່ວາງໄວ 100%, ທັງນີ້ກໍເພື່່ອແນໃສ່ປົກປັກຮັກສາອໍານາດອະທິປະໄຕຂອງຊາດ ແລະ ຜືນແຜ່ນດິນອັນຄົບຖ້ວນໄວ້ໃຫ້ໝັ້ນຄົງ ທັງເປັນການປະກອບສ່ວນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຮຸ່ງເຮືອງສີວິໄລ.

ຂ່າວໂດຍ: ນີ່ ທຳມະວົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa