










ກອງປະຊຸມ ສະຫຼຸບຕີລາຄາ ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໄລຍະ 5 ປີ (2021-2025)ໃນເມື່ອບໍ່ດົນມານິ້.ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງບໍ່່ແກ້ວ ທ່ານ ພົຈວ ແປ້ນຄຳ ບຸດຈັນແພງ, ເລຂາຄະນະບໍລິຫານງານພັກແຂວງ,ປະທານສະພາປະຊາຊົນແຂວງບໍ່ແກ້ວ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມວ່າ: ກອງປະຊຸມຄັ້ງນິ້,ແມ່ນໄດ້ທົບທວນ ແລະ ຕີລາຄາຜົນງານທີ່ຍາດມາໄດ້ໃນໄລຍະ 5 ປີຜ່ານມາ,ເຊິ່ງແຂວງບໍ່ແກ້ວໄດ້ກຳນົດບ້ານເປົ້າໝາຍຈຸດສຸມພັດທະນາທັງໝົດ 76 ຈຸດສຸມ, ໃນການເພີ່ມທະວີການຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ 107 ສະຫາຍ (ຍິງ 4 ສະຫາຍ). ພ້ອມດຽວກັນ, ໄດ້ກຳນົດ 49 ຈຸດສຸມ ເພື່ອແກ້ໄຂປະກົດການຫຍໍ້ທໍ້ຕາມ 8 ແຜນວຽກ ໂດຍໄດ້ນຳໃຊ້ກຳລັງ ປກຊ-ປກສ ເຂົ້າຮ່ວມ 419 ສະຫາຍ, ພ້ອມທັງເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງຂັ້ນບ້ານຕາມ 5 ໜ່ວຍງານ, ສ້າງຕົວເມືອງນ້ອຍໃນຊົນນະບົດ, ແລະ ຊຸກຍູ້ການຜະລິດກະສິກຳ-ລ້ຽງສັດ ເພື່ອລຶບລ້າງຄວາມທຸກຍາກ ຈົນສາມາດເຮັດໃຫ້ປະຊາຊົນກຸ້ມຕົນເອງທາງດ້ານສະບຽງອາຫານ ແລະ ກາຍເປັນໜໍ່ແໜງຕົວແບບໃນການຜະລິດເປັນສິນຄ້າ.
ໄປຄຽງຄູ່ກັບຜົນງານດັ່ງກ່າວ, ທ່ານ ເລຂາຄະນະບໍລິຫານງານພັກແຂວງ ຍັງໄດ້ຊີ້ໃຫ້ເຫັນເຖິງຂໍ້ທ້າທາຍ ແລະ ຄວາມສະລັບສັບຊ້ອນໃນປັດຈຸບັນ ເປັນຕົ້ນແມ່ນ ສະພາບເສດຖະກິດ, ບັນຫາໄພເງິນເຟີ້, ຄ່າຄອງຊີບສູງ, ການສວຍໃຊ້ຊ່ອງຫວ່າງຂອງກຸ່ມຄົນບໍ່ດີ, ບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ, ການເຄື່ອນຍ້າຍພົນລະເມືອງ ແລະ ການສວຍໃຊ້ສາສະໜາທີ່ຜິດຕໍ່ລະບຽບກົດໝາຍ. ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານໃນໄລຍະໃໝ່ ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້, ທ່ານ ພົຈວ ແປ້ນຄຳ ບຸດຈັນແພງ ໄດ້ເນັ້ນໃສ່ 8 ທິດທາງວຽກງານຈຸດສຸມທີ່ຕ້ອງເອົາໃຈໃສ່ຄື: ຈົ່ງເພີ່ມທະວີຄວາມຮັບຜິດຊອບໃນການນຳພາ-ຊີ້ນຳ: ຄະນະພັກ, ຄະນະນຳທຸກຂັ້ນ ຕ້ອງສຶກສາອົບຮົມການເມືອງ-ແນວຄິດຢ່າງເລິກເຊິ່ງ, ຍົກລະດັບຄວາມຮັບຮູ້ທາງດ້ານແນວທາງນະໂຍບາຍຂອງພັກ-ລັດ ໃຫ້ແກ່ສະມາຊິກພັກ, ພະນັກງານ, ກຳລັງ ປກຊ-ປກສ ແລະ ປະຊາຊົນຢ່າງທົ່ວເຖິງ.ຄົ້ນຄວ້າກຳນົດບ້ານເປົ້າໝາຍທີ່ຍັງມີຄວາມຫຍຸ້ງຍາກ, ຫໍ້ແຫຼມ ແລະ ທຸກຍາກ; ພ້ອມທັງເລືອກເອົາພະນັກງານຫຼັກແຫຼ່ງທີ່ມີວິຊາສະເພາະ ຫັນລົງກໍ່ສ້າງຮາກຖານການເມືອງໃຫ້ຖືກທິດ.ເພີ່ມການແບ່ງຂັ້ນຄຸ້ມຄອງໃຫ້ທ້ອງຖິ່ນຕາມທິດ 3 ສ້າງ, ແຕ່ງຕັ້ງພະນັກງານວິຊາການລົງໄປສຸມໃສ່ແກ້ໄຂບັນຫາຕົວຈິງຢູ່ຮາກຖານບ້ານໃຫ້ເລິກເຊິ່ງ ແລະ ຕໍ່ເນື່ອງ. ປຸກລະດົມປະຊາຊົນໃຫ້ຕື່ນຕົວຫັນປ່ຽນຈາກການຜະລິດແບບທຳມະຊາດໄປສູການຜະລິດເປັນສິນຄ້າ, ໂດຍມີຂະແໜງການກ່ຽວຂ້ອງຊ່ວຍເຫຼືອດ້ານເຕັກນິກ-ອຸປະກອນ ເພື່ອແກ້ໄຂຄວາມທຸກຍາກ.ໃຫ້ພະນັກງານລົງຮາກຖານເກັບກຳຂໍ້ມູນຢ່າງລະອຽດ, ແຍກໜ້າວຽກໃຫ້ຈະແຈ້ງ (ວຽກວິຊາສະເພາະ, ວຽກຄະນະພັກ, ວຽກອົງການຈັດຕັ້ງບ້ານ) ເພື່ອສ້າງເປັນແຜນດຳເນີນງານ, ມີການຕິດຕາມ, ກວດກາ ແລະ ລາຍງານຢ່າງເປັນປະຈຳ.ຄະນະພັກ-ຄະນະນຳເມືອງ ຕ້ອງເປັນເຈົ້າການຊີ້ນຳ, ນຳພາ, ຕິດຕາມ ແລະ ຊຸກຍູ້ບ້ານຈຸດສຸມພັດທະນາຢ່າງໃກ້ຊິດ. ພະນັກງານຫຼັກແຫຼ່ງຕ້ອງກຳແໜ້ນມະຕິ-ຄຳສັ່ງ, ກົດໝາຍ ແລະ ປະຕິບັດ 5 ຮ່ວມກັບປະຊາຊົນ (ຮ່ວມຢູ່, ຮ່ວມກິນ, ຮ່ວມຄົ້ນຄວ້າປຶກສາຫາລື, ຮ່ວມຂະບວນການຈັດຕັ້ງປະຕິບັດ ແລະ ຮ່ວມພາສາປາກເວົ້າ). ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກການ-ອົງການ ຕ້ອງລົງຕິດຕາມຮອດຮາກຖານຕາແສງ ແລະ ບ້ານ ເພື່ອເປັນກຳລັງໃຈໃຫ້ອຳນາດການປົກຄອງ ແລະ ປະຊາຊົນ, ພ້ອມທັງຕີລາຄາ ແລະ ແກ້ໄຂຂໍ້ຫຍຸ້ງຍາກໃຫ້ທັນເວລາ.
ໃນໂອກາດນິ້. ທ່ານ ພົຈວ ແປ້ນຄຳ ບຸດຈັນແພງ, ເລຂາຄະນະບໍລິຫານງານພັກແຂວງ,ປະທານສະພາປະຊາຊົນແຂວງບໍ່ແກ້ວ ໄດ້ສະແດງຄວາມເຊື່ອໝັ້ນວ່າ ບັນດາສະຫາຍຜູ້ແທນກອງປະຊຸມ ຈະນຳເອົາເນື້ອໃນຈິດໃຈ ແລະ ທິດທາງຊີ້ນຳໃນຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງໃຫ້ປະກົດຜົນເປັນຮູບປະທຳ ແລະ ຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງກວ່າເກົ່າໃນຕໍ່ໜ້າ.
ຂ່າວໂດຍ:ເງິນຫຼົງ ຈິດພູວົງ.