










ວັນທີ 1 ກັນຍາ 2026 ນີ້, ທີ່ໂຮງຮຽນມັດທະຍົມສຶກສາສົມບູນປາກທາ (ມ.ສ ປາກທາ) ໄດ້ຈັດພິທີເປີດສົກຮຽນໃໝ່ຂອງ 3 ໂຮງຮຽນຄື: ໂຮງຮຽນ ມສ ປາກທາ, ໂຮງຮຽນປະຖົມປາກທາ ແລະ ໂຮງຮຽນອະນຸບານປາກທາ ປະຈຳສົກຮຽນ 2026-2027 ຂື້ນ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນາງ ຈັນສຸກ ວັນນະວົງ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງປາກທາ ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມ, ທ່ານ ສົມພອນ ອຸດທະຍາ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຄະນະກຳມະການປົກຄອງຕາແສງປາກທາ, ຄະນະອຳນວຍການໂຮງຮຽນ, ສະມາຄົມພໍ່ແມ່ນັກຮຽນ, ອົງການປົກຄອງບ້ານ, ແຂກຖືກເຊີນ, ພໍ່ແມ່ຜູ້ປົກຄອງນ້ອງນັກຮຽນ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ພິທີ ທ່ານ ນາງ ເພັດສະໄໜ ດວງຈັນ ອຳນວຍການໂຮງຮຽນ ມສ ປາກທາ ໄດ້ລາຍງານສະພາບການກະກຽມໄຂສົກຮຽນໂດຍຫຍໍ້ເຊິ່ງຍົກໃຫ້ເຫັນການກະກຽມຄວາມພ້ອມດ້ານວິຊາການ, ດ້ານບຸກຄະລາກອນ, ກິດຈະກຳ, ອາຄານສະຖານທີ ແລະ ແຜນການສຶບຕໍ່ກໍ່ສ້າງ- ປັບປຸງອາຄານສະຖານທີ່, ສ້ອມແປງໂຕະຕັ່ງ ແລະ ວຽກງານອື່ນໆ ເພື່ອເປັນການປຶກສາຫາລື ກັບສະມາຄົມພໍ່ແມ່ນັກຮຽນ, ຜູ້ປົກຄອງນັກຮຽນ ໃຫ້ມີຄວາມເປັນເອກະພາບກັນແນ່ໃສ່ເຮັດໃຫ້ການຮຽນການສອນດຳເນີນໄປຕາມຫຼັກສູດທີ່ກະຊວງສຶກສາທິການ ແລະ ກິລາວາງອອກ, ຈາກນັ້ນຜູ້ເຂົ້າຮ່ວມກໍ່ໄດ້ຄົ້ນຄວ້າປະກອບຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຕໍ່ກັບແຜນການພັດທະນາໂຮງຮຽນປະຈໍາສົກຮຽນ 2026-2027 ເພື່ອຄວາມເປັນເອກພາບແລະເໝາະສົມກັບເງື່ອນໄຂຄວາມສາມາດຕົວຈິງ,ແນໃສ່ຈັດຕັ້ງປະຕິບັດໃຫ້ສໍາເລັດຕາມລະດັບຄາດໝາຍ, ພິທີໃນຄັ້ງນີ້ຫ້ອງກາານສຶກສາທິການ ແລະກິລາ ຍັງໄດ້ນໍາເອົາລົດຖີບ ຈຳນວນ 10 ຄັນ,ມອບໃຫ້ກັບໂຮງຮຽນ ມສ ປາກທາ ເພີື່ອມອບຕໍ່ໃຫ້ກັບນ້ອງນັກຮຽນ ທີ່ຖານະຄອບຄົວທຸກຍາກຢູ່ບ້ານໄກ ໃຫ້ກຽດມອບໂດຍ ທ່ານ ທ່ານ ສົມພອນ ອຸດທະຍາ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຮັບໂດຍຄະນະອຳນວນການໂຮງຮຽນ.
ໂອກາດດັ່ງກ່າວ ທ່ານ ນາງ ຈັນສຸກ ວັນນະວົງ ປະທານພິທີ ໄດ້ມີຄຳເຫັນ ໂອ້ລົມ ແລະ ໄດ້ຮຽກຮ້ອງໃຫ້ຄະນະຜູ້ອໍານວຍການໂຮງຮຽນເອົາໃຈໃສ່ ນໍາພາຊີ້ນໍາ ແລະ ສຶກສາອົບຮົມການເມືອງແນວຄິດ ໃຫ້ແກ່ພະນັກງານຄູ-ອາຈານ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຈັນຍາບັນຂອງຄູ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ໃຫ້ສົມກັບເປັນແມ່ພິມຂອງຊາດ, ສຸມໃສ່ຂະຫຍາຍໂອກາດເຂົ້າຮຽນ, ການຈັດການຮຽນ-ການຮຽນ ຕາມໂຄງການຫຼັກສູດໃຫ້ຄົບຖ້ວນ, ປະສານສົມທົບກັບອົງການຈັດຕັ້ງທຸກພາກສ່ວນຄົ້ນຄວ້າ, ກຳນົດມາດຕະການ, ວິທີການເພື່ອສືບຕໍ່ຈັດຕັ້ງຜັນຂະຫຍາຍບັນດາຄາດໝາຍທີ່ຍັງບໍ່ທັນບັນລຸ ໃຫ້ມີຄວາມຄືບໜ້າສູງ ແລະ ສາມາດບັນລຸຕາມຄາດໝາຍທີ່ໄດ້ວາງໄວ້ ໃນສົກຮຽນ 2026-2027, ຍົກສູງຄຸນນະພາບການສຶກສາ ແລະ ກິລາ ໄປຕາມ 3 ລັກສະນະ, 5 ຫຼັກມູນການສຶກສາ, ປະຕິບັດ 3 ຂໍ້ແຂ່ງຂັນຂອງຂະແໜງການສຶກສາໃຫ້ເປັນຮູບປະທຳ ແລະ ເປັນບູລິມະສິດ ເພື່ອພັດທະນາຄູ ໃຫ້ເປັນຄູທີ່ສອນດີ-ສອນເກັ່ງ, ສ້າງນັກຮຽນໃຫ້ຮຽນດີ-ຮຽນເກັ່ງ ມີນໍ້າໃຈຮັກເຊື້ອແພງຊາດ, ມີຄຸນສົມບັດທີ່ດີ ແລະ ສາມາດນໍາ ເອົາຄວາມຮູ້ຄວາມສາມາດທີ່ໄດ້ຈາກໂຮງຮຽນສາມັນສຶກສາຂອງພວກເຮົາ ໄປພັດທະນາຕົນເອງໃຫ້ມີທັກສະ, ມີອາຊີບ ແລະ ສາມາດຕໍ່ຍອດ ໃນການຮຽນຮູ້ໃນຂັ້ນຕໍ່ໄປ ຫຼື ການປະກອບອາຊີບ ໃນສັງຄົມ, ກວດກາ, ບັນຈຸ ແລະ ຊັບຊ້ອນຊົ່ວໂມງສອນຕາມສາຍວຸດທິບັດ ທີ່ຄູໄດ້ຮຽນຈົບມາໃຫ້ຖືກຕ້ອງ ແລະ ສອດຄ່ອງ, ສືບຕໍ່ປັບປຸງຂະບວນການຮຽນ-ການສອນ ໄປຕາມຮູບແບບການສອນແບບໃໝ່, ສ້າງແຜນການສອນໄລຍະ ຍາວ, ແຕ່ງບົດສອນ, ຜະລິດ ແລະ ນໍາໃຊ້ສື່ການສອນ ເຂົ້າໃນການສອນຕົວຈິງ, ໄປພ້ອມໆກັບການຫັນເປັນດິຈິຕອນເທື່ອລະກ້າວ, ສ້າງເງື່ອນໄຂໃຫ້ນັກຮຽນ ທຸກເພດໄວ ໄດ້ເຂົ້າເຖິງການສຶກສາຢ່າງເທົ່າທຽມກັນ ແລະ ສົ່ງເສີມບົດບາດຍິງ-ຊາຍ ໃນໂຮງຮຽນ, ສືບຕໍ່ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍດຳລັດວ່າດ້ວຍ ກົດລະບຽບຂອງພະນັກງານ-ລັດຖະກອນຄູ ແລະ ບຸກ ຄະລາກອນທາງການສຶກສາ, ປະສານສົມທົບກັບທຸກພາກສ່ວນ ເປັນຕົ້ນແມ່ນ ຫ້ອງການສຶກສາທິການ ແລະ ກິລາເມືອງ, ຄະນະຕາແສງ, ຄະນະພັດທະນາການສຶກສາຂັ້ນບ້ານ ແລະ ພໍ່ແມ່ຜູ້ປົກຄອງນັກຮຽນເພື່ອປຸກລະດົມ ໃຫ້ນັກຮຽນທີ່ປະລະການຮຽນ, ນັກຮຽນທີ່ມີທ່າອ່ຽງທີ່ບໍ່ຢາກມາຮຽນ ກັບມາເຂົ້າຮຽນຄືນ, ສ້າງເງື່ອນໄຂ ແລະ ໂອກາດໃຫ້ນັກຮຽນ ໃນເກນອາຍຸ ສາມາດເຂົ້າຮຽນໃນ ຊັ້ນ ອາຊີວະສຶກສາໃຫ້ຫຼາຍຂຶ້ນພາຍ, ພາຍຫຼັງເປີດສົກຮຽນໃໝ່ແລ້ວແຕ່ລະໂຮງຮຽນແມ່ນໃຫ້ເລີ່ມການຮຽນ-ການສອນໃຫ້ເປັນປົກກະຕິ,ໂອກາດນີ້ກໍ່ໄຂສົກຮຽນໃໝ່ຢ່າງເປັນທາງການ.
ໃນວັນດຽວກັນນີ້ ໂຮງຮຽນແຫ່ງຕ່າງໆໃນທົ່ວເມືອງກໍ່ໄດ້ເປີດສົກຮຽນໃໝ່ພ້ອມໆກັນຢ່າງເປັນທາງການ.
ຂ່າວ: ວັນນະເດດ ວິໄລຄຸນ.