



ໃນວັນທີ 1 ກັນຍາ 2026 ນີ້ ຢູ່ທີ່ໂຮງຮຽນ ມສ ນໍ້າເມິງ ເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດພິທີໄຂສົກຮຽນໃໝ່ ປະຈໍາສົກຮຽນ 2026-2027 ໂດຍການເປັນປະທານ ຂອງ ທ່ານ ຟອງໄຊ ຈຸລະພັນ ອໍານວຍການໂຮງຮຽນ ມສ ນໍ້າເມິງ ເປັນກຽດເຂົ້າຮ່ວມໂດຍ ທ່ານ ສົມບັດ ຄັດຕິຍະວົງ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ຜູ້ຊີ້ນໍາວຽກງານຂົງເຂດວັດທະນະທໍາສັງຄົມ ແລະ ທ່ານ ສຸລິສັກ ເຢມະນີ, ຮັກສາການຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ມີບັນດາທ່ານ ສະມາຄົມພໍ່ແມ່ນັກຮຽນ, ອົງການປົກຄອງບ້ານ, ພໍ່ແມ່ຜູ້ປົກຄອງ, ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
ໃນພິທີທ່ານ ນາງ ກອງສີ ແກ່ນປັນຍາ ຮອງອໍານວຍການໂຮງຮຽນ ມສ ນໍ້າເມິງ ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດການຮຽນ-ການສອນ ປະຈໍາສົກປີ 2025-2026 ແລະ ທິດທາງແຜນການ ປະຈໍາສົກຮຽນ 2026-2027 ໂຮງຮຽນ ມສ ນໍ້າເມິງ ມີອາຄານຮຽນທັງໝົດ 11 ຫຼັງ, ໃນນັ້ນມີຫ້ອງຮຽນທັງໝົດ 12 ຫ້ອງ ແລະ 2 ຫ້ອງການ, ມີຄູ-ອາຈານທັງໝົດ 21 ທ່ານ, ຍິງ 6 ທ່ານ, ມີນັກຮຽນຕົ້ນປີທັງໝົດ 407 ນ້ອງ, ຍິງ 207 ນ້ອງ, ໃນນັ້ນນັກຮຽນຊັ້ນມໍຕົ້ນມີທັງໝົດ 264 ນ້ອງ,ຍິງ 126 ນ້ອງ ແລະ ຊັ້ນມໍປາຍມີນັກຮຽນທັງໝົດ 143 ນ້ອງ, ຍິງ 81 ນ້ອງ ນັກຮຽນທີ່ມາເຂົ້າຮຽນແບ່ງອອກເປັນ 4 ກຸ່ມພາສາຄື: ກຸ່ມພາສາລາວ-ໄຕ, ກຸ່ມພາສາມອນ-ຂະແມ, ກຸ່ມພາສາຈີນ-ທິເບດ ແລະ ກຸ່ມພາສາມົ້ງ-ອີ້ວມຽນອັດຕາການເຂົ້າຮຽນຊັ້ນມໍຕົ້ນ 81, 72% ທຽບໃສ່ແຜນແມ່ນ 60% ລືນຄາດໝາຍ 21,72%; ອັດຕາເຂົ້າຮຽນຊ້ນມໍປາຍ 50,75%, ທຽບໃສ່ແຜນແມ່ນ 55% ຫຼຸດຄາດໝາຍ 4,25% ຈາກນັ້ນທ່ານ ທອງຄໍາ ໄຊຊົງ ໄດ້ຜ່ານກົດລະບຽບຂອງໂຮງຮຽນ ທັງນີ້ກໍ່ເພຶ່ອເຮັດໃຫ້ການໄຂສົກຮຽນໃໝ່ ໃຫ້ທວງທັນກັບເວລາທີ່ກໍານົດໄວ້ ແລະ ຮັບປະກັນໃຫ້ແກ່ການຮຽນ-ການສອນ ປະຈໍາສົກຮຽນ 2026-2027 ມີຂະບວນຝົດຟື້ນ, ມີຄຸນນະພາບທີ່ດີຂຶ້ນ ສາມາດບັນລຸໄດ້ ຕາມລະດັບຄາດໝາຍທີ່ວາງໄວ້.
ໃນໂອກາດທີ່ໄດ້ເຂົ້າຮ່ວມພິທີດັ່ງກ່າວ ທ່ານ ສົມບັດ ຄັດຕິຍະວົງ ຄະນະປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ, ຜູ້ຊີ້ນໍາຂົງເຂດວຽກງານວັດທະນະທໍາສັງຄົມ ໄດ້ໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຄູອາຈານທີ່ໄດ້ທຸມເທເຫື່ອແຮງສະຕິປັນຍາເຂົ້າໃນການສິດສອນ, ຖ່າຍຖອດວີຊາຄວາມຮູ້ໃຫ້ນັກຮຽນໃນຕະຫຼອດໄລຍະສົກຮຽນທີ່ຜ່ານມາ ແລະ ທ່ານໄດ້ຮຽກຮ້ອງມາຍັງຄູ-ອາຈານ ໃຫ້ສຶບຕໍ່ຮັກສາມູນເຊື້ອອັນດີງາມພາຍໃນໂຮງຮຽນ, ສຶບຕໍ່ສຸມສະຕິປັນຍາເຂົ້າໃນການຮຽນ-ການສອນເຂັ້ມງວດ, ຈົ່ງເພີ່ມທະວີປັບປຸງຄຸນນະພາບການສືກສາ ທີ່ກະຊວງສຶກສາ ໄດ້ວາງອອກ ໂດຍປະຕິບັດຕາມ 5 ຫຼັກມຸນຂອງການສືກສາຄື: ຄຸນສົມບັດສືກສາ, ປັນຍາສືກສາ, ແຮງງານສືກສາ, ພາລະສືກສາ ແລະ ສີລະປະສືກສາ ແລະ 3 ລັກສະນະຂອງການສືກສາ: ລັກສະນະຊາດ, ລັກສະນະວິທະຍາສາດ ແລະທັນສະໄໝ ແລະ ລັກສະນະມະຫາຊົນ, ປະຕິບັດຕາມເນື້ອໃນ 3 ຂໍ້ແຂ່ງຂັນເຊັ່ນ: ສອນດີ-ຮຽນເກັ່ງ, ຕ້ານປະກົດການຫຍໍ້ທໍ້ ແລະ ສ້າງສິ່ງແວດລ້ອມທີ່ດີໃນໂຮງຮຽນ ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາໂຮງຮຽນໃຫ້ທັນສະໄໝຂຶ້ນໄປເລື້ອຍໆ.
ຂ່າວ: ອູ່ນຄໍາ ຂິນວາລິດ
ພາບ: ສ່ອງແກ້ວ ທໍາມະວົງ