ຄະນະຕາແສງ ພູວຽງໄຊ ຈັດພິທີ ມອບໃບຍັ້ງຍືນ ໜ່ວຍພັກ ປອດໃສ,ເຂັ້ມແຂງໜັກແໜ້ນ ໃຫ້ກັບຄະນະໜ່ວຍ ພັກບ້ານ.

ວັນທີ 28 ສິງຫາ 2026 ນີ້ ຄະນະຕາແສງ ພູວຽງໄຊ ໄດ້ຈັດພິທີ ມອບໃບຍັ້ງຍືນ ໜ່ວຍພັກ ປອດໃສ,ເຂັ້ມແຂງໜັກແໜ້ນ ໃຫ້ກັບ 5 ໜ່ວຍພັກ ໂດຍການເຂົ້າຮ່ວມເປັນປະທານ ຂອງສະຫາຍ ບົວເກດ ສືບໄຊຍາ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັກຕັ້ງເມືອງ, ມີຄະນະຮັບຜິດຊອບຂອງເມືອງ, ຄະນະຕາແສງ ຕະຫຼອດຮອດຄະນະໜ່ວຍພັກ ທັງ 5 ບ້ານເຂົ້າຮ່ວມ.

ພິທີ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ກັບເມືອງຜາອຸດົມ ໃນນີ້ ຕາແສງພູວຽງໄຊ ມີ 5ບ້ານ ທີ່ໄດ້ຮັບຮອງຄື: ໜ່ວຍພັກ ບ້ານວຽງຄຳນ້ອຍ, ໜ່ວຍພັກ ບ້ານພູວຽງໄຊ, ໜ່ວຍພັກ ບ້ານມົກຄະເທິງ, ໜ່ວຍພັກ ບ້ານມົກປອນ, ໜ່ວຍພັກ ບ້ານພຽງເທິງ ເປັນກຽດມອບໂດຍ ສະຫາຍ ບົວເກດ ສືບໄຊຍາ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັກຕັ້ງເມືອງ ຂື້ນຮັບໂດຍຕ່າງໜ້າຈາກ 5 ໜ່ວຍພັກ ພ້ອມທັງມີຄຳເຫັນໂອ້ລົມ ໃຫ້ຄະນະພັກຕ້ອງຍົກສູງຄວາມເປັນເຈົ້າການນໍາພາເຊື່ອມຊຶມ ແລະ ຄົ້ນຄວ້າຮ່ຳຮຽນບັນດາເອກະສານນິຕິກຳຂອງພັກ – ລັດ ໃຫ້ແກ່ສະມາຊິກພັກພາຍໃນໜ່ວຍພັກໃຫ້ທົ່ວເຖິງ ແລະ ເປັນປົກກະຕິ, ຖືເອົາການປັບປຸງ, ກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາເປັນພື້ນຖານ, ຕ້ອງອອກແຮງປົກປັກຮັກສາຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ຍົກສູງສະຕິລະວັງຕົວ ຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງບັນດາອິດທິກຳລັງປໍລະປັກ, ກຸ່ມຄົນບໍ່ຫວັງດີ ຕໍ່ພັກ – ລັດ, ເພີ່ມທະວີ ຕໍ່ວຽກງານປັບປຸງການຈັດຕັ້ງ ແລະ ກໍ່ສ້າງພັກ, ຮັບປະກັນທາງດ້ານຄຸນນະພາບ ແລະ ປະລິມານໂດຍສະເພາະແມ່ນບັນດາມາດຖານ, ບາດກ້າວ, ຂັ້ນຕອນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕ້ອງມີຄວາມລະອຽດຈະແຈ້ງ, ປົກປັກຮັກສາມູນເຊື້ອ ຫຼື ນາມມະຍົດເປັນໜ່ວຍພັກປອດໃສ,ເຂັ້ມແຂງ, ໜັກແໜ້ນ ທີ່ຍາດມາໄດ້ນີ້ ໄວ້ໃຫ້ຍືນຍົງຄົງຕົວຕິດຕໍ່ກັນຫຼາຍປີຕະຫຼອດໄປ.

ຂ່າວ: ພອນສະຫວັນ ມະນີສີ.

ຂ່າວສານ: ຄະນະໂຄສະນາອົບຮົມ ເມືອງຜາອຸດົມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa