




ກອງປະຊຸມ ວິສາມັນຖອດຖອນບົດຮຽນ ການບໍລິການວົງດົນຕຣີເອເລັກໂທນ ພາຍໃນເມືອງຜາອຸດົມໄດ້ຈັດຂື້ນ ໃນວັນທີ 28 ສິງຫາ 2026ນີ້ ຢູ່ທີ່ຫ້ອງປະຊຸມທາງໄກ່ຂອງວ່າການເມືອງ ພາຍໃຕ້ການເປັນປະທານຂອງທ່ານ ບຸນໜຽວ ຈະເລີນຜົນ ຮອງຫົວໜ້າຫ້ອງການ ວັດທະນະທຳ ແລະ ການທ່ອງທ່ຽວເມືອງ ເປັນກຽດເຂົ້າຮ່ວມ ຂອງທ່ານ ສົມນິດ ໄຊທະວົງສິດ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ຜູ້ຊີ້ນຳຂົງເຂດ ວັດທະນະທຳ-ສັງຄົມ, ມີຄະນະຮັບຜິດຊອບຫ້ອງການທີ່ກ່ຽວຂ້ອງ ພ້ອມດ້ວຍຜູ້ປະກອບການວົງດົນຕີເອເລັກໂທນ, ໂຄສົກ, ນັກຮ້ອງພາຍໃນເມືອງເຂົ້າຮ່ວມ.
ທ່ານ ບຸນໜຽວ ຈະເລີນຜົນ ຮອງຫົວໜ້າຫ້ອງການ ວັດທະນະທຳ ແລະ ການທ່ອງທ່ຽວເມືອງ ກ່າວເປີດກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ ແມ່ນຈະໄດ້ສັງເກດຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານການເຄື່ອນໄຫວຂອງຫ້ອງການເວົ້າລວມ ເວົ້າສະເພາະ ແມ່ນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານວິຊາສະເພາະຕິດຕາມ ກວດກາ ຊຸກຍູ້ ວຽກງານວັດທະນະທໍາ ກໍ່ຄື ການເຄື່ອນໄຫວສ້າງຕັ້ງ ແລະບໍລິການວົງດົນຕີເອເລັກໂທນໃນໄລຍະຜ່ານມາ, ຖອດຖອນບົດຮຽນ ແລະ ແລກປ່ຽນຄໍາຄິດຄໍາເຫັນ ເຊິ່ງກັນ ແລະ ກັນ ຈາກຕົວແທນຫົວໜ່ວຍທຸລະກິດການບໍລິການ ເພື່ອປັບປຸງ, ແກ້ໄຂຈຸດອ່ອນ ຂໍ້ຄົງຄ້າງ ພ້ອມກັນເອກະພາບປັບປຸງແກ້ໄຂ ຂອດການບໍລິການໃຫ້ເອກະພາບໄປຕາມທິດທາງລວງດຽວກັນ ແລະສອດຄ່ອງກັບວັດທະນະທໍາລາວ ກໍ່ຄື ກົດໝາຍທີ່ກ່ຽວຂ້ອງກໍານົດໄວ້ ເພື່ອຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ດີກວ່າເກົ່າ. ພ້ອມດຽວກັນນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງ ກົດໝາຍ ວ່າດ້ວຍສີລະປະການສະແດງ, ແຈ້ງການແນະນຳເລກທີ 931/ຖວທ ກ່ຽວກັບການຈັກງານບຸນປະເພນີ ຫຼືຈັດກິດຈະກຳ ຕ່າງໆຢູ່ແຂວງບໍ່ແກ້ວ, ຮ່າງຄຳແນະນຳ ຮັບຈັດງານຂອງວົງດົນຕຣີ.
ຕອນທ້າຍຂອງກອງປະຊຸມ ທ່ານ ສົມນິດ ໄຊທະວົງສິດ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ໄດ້ມີຄໍາເຫັນໂອ້ລົມເນັ້ນໜັກ ຕໍ່ກັບຜູ້ປະກອບການ ຕ້ອງຮັບຮູ້ເຂົ້າໃຈຕໍ່ລະບຽບຫຼັກການ ການເຄື່ອນໄຫວ ທີ່ຫ້ອງການກ່ຽວຂ້ອງຄຸ້ມຄອງ, ກໍານົດໄວ້, ຍົກສູງນໍ້າໃຈຮັກຊາດ, ຮັກວັດທະນະທໍາບັນດາເຜົ່າ ທີ່ເປັນເອກະລັກສະເພາະ ແລະລັກສະນະຊາດ, ການນຸ່ງຖືເປັນລະບຽບ-ຮຽບຮ້ອຍຈົບງາມ, ມີເອກະລັກສະເພາະປະຈໍາວົງ, ຕ້ອງປະຕິບັດຕາມລະບຽບການຫ້ອງການກໍານົດໄວ້ ການເປີດເພງ, ການຮ້ອງາທໍາເພງ ຕ້ອງເນັ້ນເພງລາວກ່ອນ ແລະ 80% ຕະຫຼອດການບໍລິການທຸກຄັ້ງ, ຜູ້ປະກອບການທຸລະກິດດອກໄມ້ແຕ່ງໜ້າງານ ຕ້ອງຍົກສູງລັກສະນະຊາດ, ວັດທະນະທໍາ, ໂຕໜັງສືໜ້າງານ ຕ້ອງເປັນພາສາລາວຂື້ນໜ້າ ຫຼື ໃຫຍ່ກວ່າພາສາຕ່າງປະເທດ, ບັນດາທ່ານຕາງໜ້າຫົວໜ່ວຍທຸລະກິດການບໍລິການ ຕ້ອງອໍານວຍຄວາມສະດວກ ແລະໃຫ້ການຮ່ວມມືແກ່ວິຊາການທີ່ກ່ຽວຂ້ອງ ທີ່ລົງຈັດຕັ້ງປະຕິບັດວິຊາສະເພາະຂອງວຽກງານດັ່ງກ່າວ ໂດຍສະເພາະ: ການລົງເຊື່ອມຊຶມແນະນໍາວຽກງານກ່ຽວຂ້ອງ, ການປະກອບສ່ວນຄ່າທໍານຽມການຄຸ້ມຄອງ ເພື່ອປະກອບສ່ວນມອບງົບປະມານເຂົ້າລັດ ໃຫ້ຖືກຕ້ອງ ຄົບຖ້ວນຕາມລະບຽບການ, ຕອນທ້າຍກອງປະຊຸມຍັງໄດ້ມອບໃບຍ້ອງຍໍ, ໃບກຽດຕິຄຸນ ໃຫ້ກັບບຸກຄົນທີ່ໄດ້ປະກອບສ່ວນວັດຖຸປັດໃຈ ໃຫ້ກັບຫ້ອງການວັດທະນະທຳ ແລະ ການທ່ອງທ່ຽວໄນໄລຍະຜ່ານມາອີກດ້ວຍ.
ຂ່າວ-ພາບ: ພອນສະຫວັນ ມະນີສີ.
ຂ່າວສານ: ຄະນະໂຄສະນາອົບຮົມເມືອງຜາອຸດົມ.