

ວັນທີ 25 ສິງຫາ 2026, ແຂວງບໍ່ແກ້ວ ໄດ້ຈັດຕັ້ງ ປາຖະກາຖາ 5 ວັນປະຫວັດສາດສຳຄັນຂອງຊາດ, ເປັນຕົ້ນແມ່ນວັນປະກາດໃຊ້ລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 44 ປີ ບົດປາໄສໃນກອງປະຊຸມວຽກງານວັນສື່ມວນຊົນ ທົ່ວປະເທດ ຄັ້ງທີ l ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ ແລະ ວັນຢຶດອຳນາດທົ່ວປະເທດ ຄົບຮອບ 81ປີ. ໂດຍການເປັນປະທານ ຂອງ ທ່ານ ຄຳແຍງ ຄອນໄຊຍະກິດ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ຊີ້ນຳວຽກງານການເມືອງແນວຄິດ ວຽກງານພັກ-ພະນັກງານ, ອົງການຈັດຕັ້ງມະຫາຊົນ, ມີບັນດາ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະປະຈຳສະພາ, ຄະນະພັກ, ຄະນະບັນຊາ ປກຊ-ປກສ ສະມາຊິກພັກ-ພະນັກງານລັດຖະກອນພະແນກການ ອົງການອ້ອມຂ້າງແຂວງ ເຂົ້າຮ່ວມ.
ທ່ານ ສົມລິດ ສີຜາວັນ ອາດີດຮອງເລຂາຄະນະບໍລິຫານງານພັກແຂວງ, ອາດີດສະພາປະຊາຊົນແຂວງ ເປັນກຽດ ປາຖະກາຖາວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ, ເນື້ອໃນສຳຄັນຂອງພິທີປາຖະກະຖາ ຫວນຄືນມູນເຊື້ອວັນປະຫວັດສາດ (ສິງຫາ 2026), ພິທີປາຖະກະຖາຄັ້ງນີ້ ຈັດຂຶ້ນເພື່ອໂຄສະນາ, ອົບຮົມ ແລະ ເຜີຍແຜ່ໃຫ້ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຄວາມໝາຍຄວາມສຳຄັນຂອງ 5 ວັນປະຫວັດສາດຂອງຊາດ ທີ່ປຽບເໝືອນບາດກ້າວຂະຫຍາຍຕົວຂອງການປະຕິວັດ ແລະ ການພາລະກິດປົກປັກຮັກສາ-ພັດທະນາປະເທດຊາດ:
– ວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ (15 ສິງຫາ 1991 – 15 ສິງຫາ 2026): ເປັນກົດໝາຍພື້ນຖານຂອງປະເທດຊາດ, ສະແດງໃຫ້ເຫັນເຖິງເຈດຈຳນົງ ແລະ ຄວາມຄົ້ນຄິດຂອງປະຊາຊົນ, ເປັນເຄື່ອງມືສຳຄັນໃນການຄຸ້ມຄອງລັດ-ຄຸ້ມຄອງເສດຖະກິດ-ສັງຄົມ ຕາມກົດໝາຍ.
– ວັນຍຶດອຳນາດທົ່ວປະເທດ ຄົບຮອບ 81 ປີ (23 ສິງຫາ 1945 – 23 ສິງຫາ 2026): ມູນເຊື້ອອັນອາດຫານຂອງປະຊາຊົນລາວ ທີ່ໄດ້ພ້ອມກັນລຸກປະທ້ວງ ແລະ ຍຶດອຳນາດການປົກຄອງຈາກພວກລັດທິລານິຄົມ, ເປີດສັກກະລາດໃໝ່ແຫ່ງອິດສະຫຼະພາບ ແລະ ເອກະລາດ.
– ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026): ສັນຍາລັກແຫຼງມະຫາສາມັກຄີທົ່ວປວງຊົນ, ເປັນກຳລັງແຮງສັງລວມໃນການໂຮມເອົາບັນດາຊັ້ນຄົນ ແລະ ເຜົ່າຕ່າງໆ ເພື່ອຕໍ່ສູ້ກູ້ຊາດ ແລະ ສ້າງສາປະເທດຊາດ.
– ວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 76 ປີ (13 ສິງຫາ 1950 – 13 ສິງຫາ 2026): ກະບອກສຽງອັນແຫຼມຄົມຂອງພັກ-ລັດ ແລະ ປະຊາຊົນ, ເຮັດໜ້າທີ່ສຶກສາອົບຮົມ, ນຳສະເໜີຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ຕອບໂຕ້ທັດສະນະທີ່ຜິດພາດ.
– ວັນສ້າງຕັ້ງສານປະຊາຊົນ ຄົບຮອບ 44 ປີ (15 ສິງຫາ 1982 – 15 ສິງຫາ 2026): ອົງການຕຸລາການທີ່ເຮັດໜ້າທີ່ພິຈາລະນາຕັດສິນຄະດີ, ປົກປ້ອງຄວາມຍຸຕິທຳ, ກົດໝາຍ ແລະ ສິດອັນຊອບທຳຂອງປະຊາຊົນ ບັນດາເຜົ່າທັງນີ້ກໍ່ເພື່ອນຳເອົາໝູນເຊື້ອອັນສຳຄັນຂອງຊາດ ໃຫ້ພະນັກງານຫຼັກແຫຼງພະນັກງານລັດຖະກອນທົ່ວແຂວງໄດ້ຮັບຮູ້ ແລະ ເຊື່ອມຊຶມມູນເຊື້ອສຳຄັນໃນຄັ້ງນີ້ໄປເປັນບົດຮຽນເຂົ້າໃນເນື້ອໃນວຽກງານຂອງຕົ້ນໃຫ້ໄດ້ຮັບໝາກຜົນ.
ວັນທີ 25 ສິງຫາ 2026.