
ໃນວັນທີ 14 ຕຸລາ 2026 ນີ້, ໜ່ວຍສະຫະພັນແມ່ຍິງ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “3 ດີ” ປະຈຳປີ 2026 ແລະ ມອບໃບຍ້ອງຍໍ, ໃບຊົມເຊີຍ ຂອງສູນກາງສະຫະພັນແມ່ຍິງລາວ ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “3 ດີ” ສະໄໝທີ VIII (2021-2025).ໂດຍການເປັນປະທານຂອງ ສະຫາຍ ນາງ ສົມຈັນ ຈັນທະບູນ ຫົວໜ້າໜ່ວຍສະຫະພັນແມ່ຍິງ ພະແນກ ຍທຂ ແຂວງບໍ່ແກ້ວ,ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ຄໍາໄພ ພົງທະຈັກ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍ່ແກ້ວ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ,ບັນດາແຂກຖືກເຊີນ ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ພະນັກງານ-ສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມ.
ໃນກອງປະຊຸມ, ຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການປະເມີນຜົນການແຂ່ງຂັນ “3 ດີ” ປະຈໍາປີ 2026. ຈາກນั้น, ຫົວໜ້າໜ່ວຍສະຫະພັນແມ່ຍິງ ພະແນກ ຍທຂ ໄດ້ຜ່ານຄຳແນະນຳຂອງສະຫະພັນແມ່ຍິງແຂວງ ເລກທີ 1313/ສພຍ.ບກ, ກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “3 ດີ” ຂອງສະຫະພັນແມ່ຍິງແຂວງບໍ່ແກ້ວ ປະຈໍາປີ 2021-2025, ພ້ອມທັງຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “3 ດີ” ປະຈຳປີ 2026 ເພື່ອຕີລາຄາຜົນໄດ້ຮັບ,ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນແຕ່ລະໄລຍະ ຂອງການຈັດຕັ້ງປະຕິບັດ 3 ຂໍ້ແຂ່ງຂັນ ຄື: ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ. ພ້ອມກັນນັ້ນ, ກໍໄດ້ຜ່ານທິດທາງແຜນການ ສູ້ຊົນສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “3 ດີ” ປະຈໍາປີ 2027 ໂດຍວາງຄາດໝາຍໃຫ້ແຕ່ລະຂໍ້ແຂ່ງຂັນບັນລຸໄດ້ 95% ຂຶ້ນໄປ ແລະ ຜ່ານແຈ້ງການແນະນຳຂອງສະຫະພັນແມ່ຍິງແຂວງ ກ່ຽວກັບມາດຖານເງື່ອນໄຂຂອງສະມາຊິກຕົວແບບດ້ານຕ່າງໆ ແລະ ຜ່ານຂໍ້ຕົກລົງຂອງສູນກາງສະຫະພັນແມ່ຍິງລາວ ເລກທີ 462/ສສພຍ, ວ່າດ້ວຍການຍ້ອງຍໍ ແລະ ຊົມເຊີຍໃຫ້ແກ່ສະມາຊິກສະຫະພັນແມ່ຍິງແຂວງບໍ່ແກ້ວ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “3 ດີ” ສະໄໝທີ VIII (2021-2025).
ຊຶ່ງໃນນີ້, ມີສະມາຊິກໜ່ວຍສະຫະພັນແມ່ຍິງ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍ່ແກ້ວ ໄດ້ຮັບໃບຍ້ອງຍໍ ຈຳນວນ 26 ສະຫາຍ ແລະ ໃບຊົມເຊີຍ ຈຳນວນ 8 ສະຫາຍ ໃຫ້ກຽດມອບໂດຍ ສະຫາຍ ຄໍາໄພ ພົງທະຈັກ.ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍ່ແກ້ວ ພ້ອມທັງມີຄຳເຫັນເນັ້ນໜັກຫຼາຍບັນຫາສຳຄັນ ເພື່ອໃຫ້ຄະນະໜ່ວຍສະຫະພັນແມ່ຍິງ ເອົາໃຈໃສ່ປຸກລະດົມສະມາຊິກສະຫະພັນແມ່ຍິງພາຍໃນໜ່ວນ ໃຫ້ມີສະຕິຕື່ນຕົວ ແລະ ເຄື່ອນໄຫວຕາມພາລະບົດບາດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະແມ່ນການປະຕິບັດນະໂຍບາຍ, ລະບຽບກົດໝາຍຂອງພັກ-ລັດ, ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ແລະ ສືບຕໍ່ຈັດຕັ້ງປະຕິບັດຕາມຄຳຂວັນຂອງສະຫະພັນແມ່ຍິງລາວວາງອອກ (ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ). ພ້ອມທັງຍົກສູງບົດບາດຂອງແມ່ຍິງໃນການປະຕິບັດໜ້າທີ່ວຽກງານ, ເອົາໃຈໃສ່ຄົ້ນຄວ້າກຳແໜ້ນໜ້າທີ່ ແລະ ຍົກສູງລະດັບວິຊາສະເພາະໃຫ້ທັນສະໄໝ ເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານຂອງພະແນກ ຍທຂ ໃຫ້ກ້າວໜ້າ ແລະ ດີຂຶ້ນເລື້ອຍໆ.
#ຂ່າວ: ເງິນຫຼົງ ຈິດພູວົງ.