ເມືອງ ເມິງ ຈັດກອງປະຊຸມທາບທາມຄັດເລືອກບຸກຄະລາກອນເຂົ້າໂຄງປະກອບຄະນະໜ່ວຍຊາວໜຸ່ມ 3 ຂົງເຂດ.

ວັນທີ 13 ຕຸລາ 2026 ນີ້, ຢູ່ສະໂມສອນເມືອງເມິງ ແຂວງບໍ່ແກ້ວ ໄດ້ເປີດກອງປະຊຸມທາບທາມຄັດເລືອກບຸກຄະລາກອນເຂົ້າໂຄງປະກອບຄະນະໜ່ວຍຊາວໜຸ່ມ 3 ຂົງເຂດຄື: ຂົງເຂດການເມືອງ, ຂົງເຂດວັດທະນະທຳ-ສັງຄົມ ແລະ ຂົງເຂດເສດຖະກິດ, ໂດຍການເປັນປະທານ ຂອງສະຫາຍນິລະພົບ ທອງສະຫວັດ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ, ຜູ້ຊີ້ນຳວຽກງານຂົງເຂດອົງການຈັດຕັ້ງມະຫາຊົນ, ມີສະຫາຍ ນາງ ດອນແພງ ແສງພະວົງ, ເລຂາຄະນະບໍລິຫານງານຊາວໜຸ່ມ ເມືອງເມິງ, ມີບັນດາເລຂາ-ຮອງເລຂາໜ່ວຍຊາວໜຸ່ມ ຕະຫຼອດຮອດສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມ, ມີສະມາຊິກຊາວໜຸ່ມເຂົ້າຮ່ວມທັງໝົດ 42 ສະຫາຍ, ຍີງ 26 ສະຫາຍ.

ໃນກອງປະຊຸມ ສະຫາຍ ຈັນທະຈອນ ພັນທະວົງ ຮອງຫົວໜ້າໜ່ວຍງານ ບໍລິຫານ, ຈັດຕັ້ງ-ກວດກາ ໄດ້ຂຶ້ນຜ່ານມາດຖານ, ເງື່ອນໄຂ ໂຄງປະກອບ ຂອງຄະນະໜ່ວຍຮາກຖານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເພື່ອເສີມຂະຫຍາຍບົດບາດ ຂອງຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເມືອງເມິງ ແລະ ເຮັດໃຫ້ການຈັດຕັ້ງຊາວໜຸ່ມທຸກຂັ້ນ ມີຄວາມເຂັ້ມແຂງ, ສາມາດເປັນແກ່ນສານນຳໜ້າໃຫ້ແກ່ຊາວໜຸ່ມ-ໄວໜຸ່ມ ບັນດາເຜົ່າ, ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເມືອງ ຕ້ອງມີຄວາມໜັກແໜ້ນ, ເປັນບ່ອນເຕົ້າໂຮມຄວາມສາມັກຄີ ຂອງຄົນຮຸ່ນໜຸ່ມ ແລະ ເພື່ອສືບທອດພາລະກິດຂອງພັກ. ມາດຖານ ຄະນະໜ່ວຍຮາກຖານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ປະກອບມີ 5 ມາດຖານຄື: ມາດຖານດ້ານຄຸນທາດການເມືອງ, ມາດຖານດ້ານຄຸນສົມບັດ, ມາດຖານດ້ານຄວາມຮູ້, ມາດຖານດ້ານຄວາມສາມາດ, ມາດຖານດ້ານສຸຂະພາບ, ອາຍຸ ແລະ ມະນຸດສຳພັນ (ອາຍຸກະສຽນ ບໍ່ເກີນ 40 ປີ). ເງື່ອນໄຂຂອງຜູ້ສະໝັກເຂົ້າເປັນຄະນະໜ່ວຍຮາກຖານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ປະກອບມີ: 1. ຜູ້ທີ່ຈະສະໝັກເຂົ້າໃນຄະນະໜ່ວຍຮາກຖານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຕ້ອງແມ່ນສະມາຊິກພັກ ຫຼື ຜູ້ທີ່ຢູ່ໃນເປົ້າໝາຍສ້າງເຂົ້າເປັນສະມາຊິກພັກ, 2. ມີບົດບາດ, ມີຄວາມເປັນຜູ້ນຳ, ເຊື່ອໝັ້ນຂອງກົມກອງ, ທ້ອງຖິ່ນທີ່ແນ່ນອນ. ດ້ານໂຄງປະກອບ ແລະ ຈຳນວນຄະນະໜ່ວຍຮາກຖານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຈະປະກອບດ້ວຍ 3 ສະຫາຍ: ບໍ່ຈຳແນກເພດ – ເຜົ່າ. ຈາກນັ້ນ ປະທານກອງປະຊຸມ ໄດ້ມີຄຳເຫັນເນັ້ນໜັກກ່ອນການທາບທາມ; ຫຼັງຈາກນັ້ນ, ຄະນະຮັບຜິດຊອບ ແມ່ນໄດ້ແຈກຢາຍບັດ-ທາບທາມ ໃຫ້ກັບສະມາຊິກພາຍໃນໜ່ວຍ ຂອງຕົນ ເພື່ອຄັດເລືອກເອົາຄະນະໜ່ວຍຊຸດໃໝ່; ການຄັດເລືອກໃນຄັ້ງນີ້ ແມ່ນຈະໄດ້ຄັດເລືອກເອົາຈຳນວນຜູ້ລົງສະໝັກທັງໝົດ 5 ສະຫາຍຄື: 1. ເລືອກເອົາ ເລຂາໜ່ວຍ 1 ສະຫາຍ, 2. ເລືອກເອົາ ຮອງເລຂາໜ່ວຍ 2 ສະຫາຍ, 3. ເລືອກເອົາ ກຳມະການໜ່ວຍ 2 ສະຫາຍ. ພາຍຫຼັງທີ່ສຳເລັດການຄັດເລືອກ ຄະນະຮັບຜິດຊອບກໍໄດ້ຂຶ້ນລາຍງານຜົນ ຂອງການຄັດເລືອກດັ່ງກ່າວ ຕໍ່ກອງປະຊຸມ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຊາບ.

ໃນຕອນທ້າຍຂອງກອງປະຊຸມ  ສະຫາຍ ນິລະພົບ ທອງສະຫວັດ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ, ຜູ້ຊີ້ນຳວຽກງານຂົງເຂດ ອົງການຈັດຕັ້ງມະຫາຊົນ, ໄດ້ມີຄໍາເຫັນໂອ້ລົມ ພ້ອມທັງໃຫ້ທິດຊີ້ນໍາ ສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດ ທີ່ຍາດມາໄດ້ໃນໄລຍະທີ່ຜ່ານມາ, ຊາວໜຸ່ມ ເປັນແຂນຂວາ ຂອງພັກ ແລະ ເປັນກະດູກສັນຫຼັງ ຂອງປະເທດຊາດ, ຊາວໜຸ່ມ ແມ່ນກຳລັງແຮງປະຈັນບານ, ສືບຕໍ່ຈັດຕັ້ງປະຕິບັດວຽກງານ 4 ບຸກ ຂອງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ສືບຕໍ່ໃນການສຶກສາຮ່ຳຮຽນ, ຍົກລະດັບທາງດ້ານວິຊາສະເພາະ ແລະ ດ້ານທິດສະດີ, ເພີ່ມທະວີຄວາມຮັບຜິດຊອບໃນການຊີ້ນຳ-ນຳພາ,ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເຮັດວຽກເປັນໝູ່ຄະນະ, ພ້ອມກັນຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ທີ່ພວມຈະເກີດຂຶ້ນໃນຖັນແຖວຊາວໜຸ່ມ-ໄວໜຸ່ມ, ສືບຕໍ່ຊຸກຍູ້ສົ່ງເສີມໃຫ້ລູກຫຼານ ຂອງພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ໄດ້ຮັບການສຶກສາຢ່າງທົ່ວເຖິງ ລູກຫຼານ ຂອງພວກເຮົາເປັນເດັກໃນມື້ນີ້ ອາດຈະເປັນຜູ້ໃຫຍ່ໃນວັນໜ້າ, ລູກຫຼານ ແມ່ນຜູ້ທີ່ຈະສືບທອດພາລະກິດ ຂອງປະເທດຊາດ.

ພາບ-ຂ່າວ: ສ່ອງແກ້ວ ທຳມະວົງ

ກວດແກ້: ອຸ່ນຄໍາ ຂັນວາລິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa