ເມືອງເມິງ ຈັດພິທີສະເຫຼີມສະຫຼອງວັນສາກົນຜູ້ອາຍຸສູງ ແລະ ວັນຄົນພິການແຫ່ງຊາດ.

ວັນທີ 16 ຕຸລາ 2026 ນີ້, ເມືອງເມິງ ແຂວງບໍ່ແກ້ວ ໄດ້ຈັດພິທີສະເຫຼີມສະຫຼອງວັນສາກົນຜູ້ອາຍຸສູງ ຄົບຮອບ 27 ປີ ( 1999 – 2026 ) ແລະ ວັນຄົນພິການແຫ່ງຊາດຄົບຮອບ 14 ປີ ( 2012 – 2026 ), ເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ວັນນາ ຄໍາສີປະເສດ ຮອງເລຂາຄະນະບໍລິຫານງານພັກເມືອງເມິງ, ປະທານຄະນະກໍາມມະການປົກຄອງເມືອງ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ສອງກອງບັນຊາການທະຫານ-ຕໍາຫຼວດ, ພະນັກງານປະຕິວັດອາວຸໂສບໍານານ, ຕະຫຼອດຮອດຜູ້ອາຍຸສູງທັງ 4 ບ້ານພາຍໃນເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ວັນນາ ຄໍາສີປະເສີດ ຮອງເລຂາຄະນະບໍລິຫານງານພັກເມືອງ, ໄດ້ກ່າວປະວັດຄວາມເປັນມາຂອງ ວັນສາກົນຜູ້ອາຍຸສູງ ແລະ ວັນຄົນພິການແຫ່ງຊາດ, ເຊິ່ງທ່ານໄດ້ກ່າວວ່າ: ຍາມໃດພັກ ແລະ ລັດຖະບານ ກໍ່ໄດ້ໃຫ້ຄວາມສໍາຄັນເປັນຫ່ວງເປັນໄຍຕໍ່ສຸຂະພາບ ແລະ ຊີວິດການເປັນຢູ່ຂອງພະນັກງານປະຕິວັດອາວຸໂສບໍານານ, ຜູ້ພິການ ແລະ ຜູ້ເສຍອົງຄະ, ຜູ້ດ້ອຍໂອກາດ ພັກ ແລະ ລັດຖະບານເຮົາຈິ່ງໄດ້ເອົາໃຈໃສ່ປະຕິບັດນະໂຍບາຍຕ່າງໆຕໍ່ເປົ້າໝາຍດັ່ງກ່າວໂດຍດີຕະຫຼອດມາ ພ້ອມທັງໄດ້ກຳນົດນະໂຍບາຍ ໂດຍສະເພາະຜູ້ອາຍຸສູງ ແລະ ຜູ້ພິການຢ່າງຈະແຈ້ງ ເພື່ອເຮັດໃຫ້ການຄຸ້ມຄອງ, ເບິ່ງແຍງດູແລຜູ້ອາຍຸສູງ ແລະ ຜູ້ພິການ ເພື່ອຄວາມເປັນລະບົບທີ່ເປັນເອກະພາບກັນແຕ່ສູນກາງຮອດທ້ອງຖິ່ນ, ເຮັດໃຫ້ວຽກງານນະໂຍບາຍ ຕໍ່ເປົ້າໝາຍດັ່ງກ່າວ ຢູ່ປະເທດຂອງພວກເຮົາໄດ້ຮັບການປັບປຸງແກ້ໄຂ ແລະ ຂະຫຍາຍຕົວໄປຄຽງຄູ່ກັບ ການພັດທະນາໃນຂົງເຂດທົ່ວສັງຄົມຮັບຮູ້ ແລະ ເຂົ້າໃຈຕໍ່ປະຫວັດຄວາມເປັນມາ, ຄວາມໝາຍຄວາມສຳຄັນຂອງສອງວັນດັ່ງກ່າວ, ເຮັດໃຫ້ທຸກອົງການຈັດຕັ້ງພັກ-ລັດ ໄດ້ປະກອບສ່ວນເຂົ້າໃນການປະຕິບັດ ດຳລັດວ່າດ້ວຍຄົນພິການ ແລະ ຜູ້ອາຍຸສູງເວົ້າລວມ, ເວົ້າສະເພາະແມ່ນ ເພື່ອໃຫ້ຜູ້ພິການ, ຜູ້ອາຍຸສູງທີ່ດ້ອຍໂອກາດໄດ້ຮັບການພັດທະນາ, ການຊ່ວຍເຫຼືອເບິ່ງແຍງດູແລຈາກສັງຄົມ ແລະ ເພື່ອຊຸກຍູ້ສົງເສີມການຮັກສາສຸຂະພາບຂອງຄົນພິການ, ຜູ້ອາຍຸສູງໃຫ້ດີຂື້ນ.

ທັງນີ້ກໍ່ເພື່ອເສີມສ້າງ ແລະ ຂະຫຍາຍຄຸນລັກສະນະອັນດີເລີດຂອງຜູ້ອາຍຸສູງບັນດາເຜົ່າຂອງລາວທີ່ມີຜົນງານຕໍ່ພາລະກິດຕໍ່ສູ້ກູ້ຊາດ ໃນເມື່ອກ່ອນກໍ່ຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ ໃຫ້ນັບມື້ນັບສູງຂື້ນ, ໂດຍສ້າງໂອກາດໃຫ້ຄົນພິການ ແລະ ຜູ້ອາຍຸສູງສຶບຕໍ່ເປັນພົນລະເມືອງ ທີດີຂອງຊາດ, ໄດ້ຮັບການສຶກສາຮໍ່າຮຽນເພື່ອຖ່າຍທອດມູນເຊື້ອຄຸນງາມຄວາມດີໄວ້ໃຫ້ຄົນຮຸ່ນຫຼັງໄດ້ສຶບທອດຕໍ່ໄປ, ຈາກນັ້ນ ຄະນະນໍາຂອງເມືອງ ແລະ ພະນັກງານປະຕິວັດອາວຸໂສບໍານານ ໄດ້ພ້ອມກັນກວດເຊັກສຸຂະພາບໃຫ້ແກ່ຜູ້ອາຍຸສູງຕື່ມອີກ.

ຂ່າວ: ອຸ່ນຄໍາ ຂັນວາລິດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa