ເມືອງຜາອຸດົມສໍາເລັດ ພິທີ ປະກາດສ້າງຕັ້ງສະມາຄົມນັກທຸລະກິດໜຸ່ມພາຍໃນເມືອງ.

 

ຕອນເຊົ້າຂອງວັນທີ 14 ຕຸລາ 2026 ນີ້. ຢູ່ທີ່ສະໂມສອນຫ້ອງວ່າການ ເມືອງຜາອຸດົມ ແຂວງບໍ່ແກ້ວໄດ້ສໍາເລັດພິທີ ປະກາດສ້າງຕັ້ງສະມາຄົມນັກທຸລະກິດໜຸ່ມພາຍໃນເມືອງໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ກາງ ມະນີຫວ່າງ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງຜາອຸດົມ, ມີທ່ານ ນາງ ດວງຕາ ໄຊຍະຫົງ ກໍາມະການພັກແຂວງ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງບໍ່ແກ້ວ, ທ່ານ ນາງ ນົງລັກ ວິໄລສັກ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງ ປະທານສະມາຄົມນັກທຸລະກິດໜຸ່ມແຂວງ, ມີຄະນະຮັບຜິດຊອບຂັ້ນແຂວງ-ຂັ້ນເມືອງ, ຫົວໜ້າ-ຮອງຫົວໜ້າ ຫ້ອງການກ່ຽວຂ້ອງອ້ອມຂ້າງເມືອງ, ແຂກເຊີນຈາກເມືອງອ້ອມຂ້າງ ພ້ອມດ້ວຍບັນດານັກທຸລະກິດໜຸ່ມພາຍໃນເມືອງເຂົ້າຮ່ວມ.

ພິທີ ຄະນະຮັບຜິດຊອບໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງ ວ່າດ້ວຍການສ້າງຕັ້ງສະມາຄົມນັກທຸລະກິດໜຸ່ມ ເມືອງຜາອຸດົມ, ມະຕິຕົກລົງຂອງຄະນະປະຈໍາພັກເມືອງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະປະທານ,

ຄະນະບໍລິຫານງານ ແລະສະມາຊິກ ສະມາຄົມນັກທຸລະກິດໜຸ່ມເມືອງ, ສະມາຄົມນັກທຸລະກິດໜຸ່ມເມືອງຜາອຸດົມ ມີສະມາຊິກທັງໝົດ 23 ສະຫາຍ, ຍິງ 3 ສະຫາຍ, ໃນນີ້, ຄະນະປະຈຳພັກເມືອງ ເຫັນດີບົ່ງຕົວແຕ່ງຕັ້ງ ຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມເມືອງ ຜາອຸດົມ ຈໍານວນ 7 ສະຫາຍ ເຊິ່ງປະກອບມີ ສະຫາຍ ເກັ່ງ ຢ່າງ ຜູ້ປະກອບການເຈົ້າຂອງຕະຫຼາດໄຊອຸດົມ, ສະຫາຍ ແສງຫຼ້າ ວິໄລສັກ ປະທານບໍລິສັດ DN ການຄ້າຈໍາກັດຜູ້ດຽວ, ສະຫາຍ ແອັດດີ ດວງປັນຍາ ຜູ້ປະກອບການຮ້ານອາຫານບິກຊູ ແລະ 99N, ສະຫາຍ ສີແພງ ຍອດທະວົງ ຜູ້ປະກອບການຮ້ານສ້ອມແປງລົດໃຫຍ່, ສະຫາຍ ຄໍາສັງ ບຸນສະຫວາດ ຜູ້ປະກອບການຮ້ານສ້ອມແປງລົດໃຫຍ່, ສະຫາຍ ໄມ່ດາວ ແກ້ວມະນີ ຜູ້ປະກອບການປໍ້ານໍ້າມັນ ແລະສະຫາຍ ມັງ ບຸນມະນີລາ ຜູ້ປະກອບການລໍ່ທໍ່-ລໍ່ເສົາ, ລ້າງ-ອັດສິດລົດ, ບົ່ງຕົວແຕ່ງຕັ້ງສະຫາຍ ເກັ່ງ ຢ່າງ ຜູ້ປະກອບການເຈົ້າຂອງຕະຫຼາດໄຊອຸດົມ ເປັນປະທານສະມາຄົມນັກທຸລະກິດໜຸ່ມ ເມືອງຜາອຸດົມ, ແຕ່ງຕັ້ງສະຫາຍ ແສງຫຼ້າ ວິໄລສັກ ປະທານບໍລິສັດ DN ການຄ້າຈໍາກັດຜູ້ດຽວ ແລະສະຫາຍ ແອັດດີ ດວງປັນຍາ ຜູ້ປະກອບການຮ້ານອາຫານບິກຊູ ແລະ 99N ເປັນຮອງປະທານສະມາຄົມນັກທຸລະກິດໜຸ່ມ, ແຕ່ງຕັ້ງສະຫາຍ ແສງຫຼ້າ ວິໄລສັກ ປະທານບໍລິສັດ DN ການຄ້າຈໍາກັດຜູ້ດຽວ ເປັນປະທານກວດກາສະມາຄົມ.

ໂອກາດນີ້, ທ່ານ ກາງ ມະນີຫວ່າງ ເລຂາຄະນະບໍລິຫານງານພັກເມືອງ ໄດ້ມີຄໍາເຫັນໂອ້ລົມຊີ້ນໍາຫຼາຍດ້ານໃຫ້ແກ່ບັນດານັກທຸລະກິດໜຸ່ມຕ້ອງໄດ້ຜູກແໜ້ນຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະກັນສະມາຊິກທຸກສະຫາຍຕ້ອງໄດ້ຮັບຮູ້ ແລະເຂົ້າໃຈກ່ຽວກັບການສ້າງຕັ້ງສະມາຄົມນັກທຸລະກິດໜຸ່ມພາຍໃນເມືອງຜາອຸດົມໃນຄັ້ງນີ້ ແມ່ນເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ ແລະຈໍາເປັນ ເນື່ອງຈາກ ວ່າ ບັນດາສະຫາຍລ້ວນແລ້ວແຕ່ເປັນຜູ້ຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ, ເພາະສະນັ້ນ ຕ້ອງມີການຈັດຕັ້ງທີ່ເຂັ້ມແຂງ, ຕ້ອງປັບປຸງກົງຈັກການຈັດຕັ້ງຕາມ ແນວທາງຂອງພັກ-ລັດ, ປັບປຸງບຸກຄະລາກອນນັບທັງແບບແຜນການເຄື່ອນໄຫວວຽກງານ, ກິດຈະການຕ່າງໆ, ແລກປ່ຽນຖອດ-ຖອນບົດຮຽນເຊິ່ງກັນ ແລະກັນເປັນປະຈໍາ, ມີການປຶກສາຫາລືໃນການປະຕິບັດກິດຈະກຳທີ່ຫຼາກຫຼາຍຕາມບົດບາດ, ຕາມຄວາມອາດສາມາດຂອງບັນດາສະຫາຍ, ມີການປະສານງານ, ມີການພົວພັນແລກປ່ຽນກັບນັກທຸລະກິດແຕ່ລະຂັ້ນ, ວາງແຜນການພັດທະນາທຸລະກິດ, ພັດທະນາເມືອງເຊິ່ງການພັດທະນາເສດທະກິດແມ່ນ ເປັນບູລິມະສິດ ແລະຄວາມຮັບຜິດຊອບຂອງບັນດາສະຫາຍຕໍ່ຄະນະພັກແຕ່ລະຂັ້ນ ແລະທົ່ວສັງຄົມ ພາຍໃນເມືອງ ຜາອຸດົມ ແລະທ່ານໄດ້ເນັ້ນໜັກໃຫ້ຫ້ອງການຄະນະບໍລິຫານງານຊາວໜຸ່ມເມືອງ, ຫ້ອງການທີ່ກ່ຽວຂ້ອງ ຂອງເມືອງ ຈົ່ງເປັນເຈົ້າການພ້ອມກັນ ອໍານວຍຄວາມ ສະດວກ, ສ້າງທຸກເງື່ອນໄຂໃຫ້ແກ່ສະມາຄົມນັກທຸລະກິດຂອງເມືອງ ຜາອຸດົມ ໃຫ້ສໍາເລັດ ກາຍເປັນການຈັດຕັ້ງໜຶ່ງທີ່ເຕີບໃຫຍ່ເຂັ້ມແຂງ, ເປັນກະບອກສຽງໜຶ່ງທີ່ສໍາຄັນ ແລະນໍາພາເສດ ຖະກິດຂອງເມືອງ ຜາອຸດົມ ດີຂຶ້ນເປັນກ້າວໆ.

ພາບ-ຂ່າວ: ໂສພາ ທິບພະວົງ. ວິຊາການຂ່າວຄະນະໂຄສະນາອົບຮົມເມືອງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa