ໜ່ວຍສະຫະພັນແມ່ຍິງ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍ່ແກ້ວ ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “3 ດີ” ປະຈຳປີ 2026 ແລະ ມອບໃບຍ້ອງຍໍ, ໃບຊົມເຊີຍ.

ໃນວັນທີ 14 ຕຸລາ 2026 ນີ້, ໜ່ວຍສະຫະພັນແມ່ຍິງ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “3 ດີ” ປະຈຳປີ 2026 ແລະ ມອບໃບຍ້ອງຍໍ, ໃບຊົມເຊີຍ ຂອງສູນກາງສະຫະພັນແມ່ຍິງລາວ  ໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “3 ດີ” ສະໄໝທີ VIII (2021-2025).ໂດຍການເປັນປະທານຂອງ ສະຫາຍ ນາງ ສົມຈັນ ຈັນທະບູນ ຫົວໜ້າໜ່ວຍສະຫະພັນແມ່ຍິງ ພະແນກ ຍທຂ ແຂວງບໍ່ແກ້ວ,ໃຫ້ກຽດເຂົ້າຮ່ວມມີ  ສະຫາຍ ຄໍາໄພ ພົງທະຈັກ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍ່ແກ້ວ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ,ບັນດາແຂກຖືກເຊີນ ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ພະນັກງານ-ສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມ.

ໃນກອງປະຊຸມ, ຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການປະເມີນຜົນການແຂ່ງຂັນ “3 ດີ” ປະຈໍາປີ 2026. ຈາກນั้น, ຫົວໜ້າໜ່ວຍສະຫະພັນແມ່ຍິງ ພະແນກ ຍທຂ ໄດ້ຜ່ານຄຳແນະນຳຂອງສະຫະພັນແມ່ຍິງແຂວງ ເລກທີ 1313/ສພຍ.ບກ, ກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “3 ດີ” ຂອງສະຫະພັນແມ່ຍິງແຂວງບໍ່ແກ້ວ ປະຈໍາປີ 2021-2025, ພ້ອມທັງຜ່ານຮ່າງບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “3 ດີ” ປະຈຳປີ 2026 ເພື່ອຕີລາຄາຜົນໄດ້ຮັບ,ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນແຕ່ລະໄລຍະ ຂອງການຈັດຕັ້ງປະຕິບັດ 3 ຂໍ້ແຂ່ງຂັນ ຄື: ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ. ພ້ອມກັນນັ້ນ, ກໍໄດ້ຜ່ານທິດທາງແຜນການ ສູ້ຊົນສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “3 ດີ” ປະຈໍາປີ 2027 ໂດຍວາງຄາດໝາຍໃຫ້ແຕ່ລະຂໍ້ແຂ່ງຂັນບັນລຸໄດ້ 95% ຂຶ້ນໄປ ແລະ ຜ່ານແຈ້ງການແນະນຳຂອງສະຫະພັນແມ່ຍິງແຂວງ ກ່ຽວກັບມາດຖານເງື່ອນໄຂຂອງສະມາຊິກຕົວແບບດ້ານຕ່າງໆ ແລະ ຜ່ານຂໍ້ຕົກລົງຂອງສູນກາງສະຫະພັນແມ່ຍິງລາວ ເລກທີ 462/ສສພຍ, ວ່າດ້ວຍການຍ້ອງຍໍ ແລະ ຊົມເຊີຍໃຫ້ແກ່ສະມາຊິກສະຫະພັນແມ່ຍິງແຂວງບໍ່ແກ້ວ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ “3 ດີ” ສະໄໝທີ VIII (2021-2025).

ຊຶ່ງໃນນີ້, ມີສະມາຊິກໜ່ວຍສະຫະພັນແມ່ຍິງ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍ່ແກ້ວ ໄດ້ຮັບໃບຍ້ອງຍໍ ຈຳນວນ 26 ສະຫາຍ ແລະ ໃບຊົມເຊີຍ ຈຳນວນ 8 ສະຫາຍ ໃຫ້ກຽດມອບໂດຍ ສະຫາຍ ຄໍາໄພ ພົງທະຈັກ.ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງບໍ່ແກ້ວ ພ້ອມທັງມີຄຳເຫັນເນັ້ນໜັກຫຼາຍບັນຫາສຳຄັນ ເພື່ອໃຫ້ຄະນະໜ່ວຍສະຫະພັນແມ່ຍິງ ເອົາໃຈໃສ່ປຸກລະດົມສະມາຊິກສະຫະພັນແມ່ຍິງພາຍໃນໜ່ວນ ໃຫ້ມີສະຕິຕື່ນຕົວ ແລະ ເຄື່ອນໄຫວຕາມພາລະບົດບາດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະແມ່ນການປະຕິບັດນະໂຍບາຍ, ລະບຽບກົດໝາຍຂອງພັກ-ລັດ, ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ແລະ ສືບຕໍ່ຈັດຕັ້ງປະຕິບັດຕາມຄຳຂວັນຂອງສະຫະພັນແມ່ຍິງລາວວາງອອກ (ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ). ພ້ອມທັງຍົກສູງບົດບາດຂອງແມ່ຍິງໃນການປະຕິບັດໜ້າທີ່ວຽກງານ, ເອົາໃຈໃສ່ຄົ້ນຄວ້າກຳແໜ້ນໜ້າທີ່ ແລະ ຍົກສູງລະດັບວິຊາສະເພາະໃຫ້ທັນສະໄໝ ເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານຂອງພະແນກ ຍທຂ ໃຫ້ກ້າວໜ້າ ແລະ ດີຂຶ້ນເລື້ອຍໆ.

#ຂ່າວ: ເງິນຫຼົງ ຈິດພູວົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa