ນັກສຶກສາທິດສະດີຂັ້ນກາງ ຮຸ່ນທີ 8 ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງບໍ່ແກ້ວ ພົບປະແລກປ່ຽນບົດຮຽນນຳ ກອງບັນຊາການ ປກສ ເມືອງປາກທາ.

 

 

ວັນທີ 25 ກັນຍາ 2026 ນີ້, ນັກສຶກສາທິດສະດີຂັ້ນກາງ ຮຸ່ນທີ 8 ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງບໍ່ແກ້ວ ພົບປະແລກປ່ຽນບົດຮຽນນຳກອງບັນຊາການປ້ອງກັນຄວາມສະຫງົບ ( ປກສ ) ເມືອງປາກທາ ແຂວງບໍ່ແກ້ວ ໃນຫົວຂໍ້: ວຽກງານກໍ່ສ້າງພັກ-ພະນັກງານນັກຮົມໃນເງືອນໄຂປະຈຸບັນ ຢູ່ທີ່ສະໂມສອນຂອງເມືອງ, ໂດຍການນຳພາຂອງທ່ານ ປອ ນາງ ຄຳພູທອງ ວິຈິດລາສີ ກຳມະການພັກແຂວງ, ຫົວໜ້າ ໂຮງຮຽນການເມືອງ-ການປົກຄອງ ແຂວງບໍ່ແກ້ວ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ພັທ ຄຳສອນ ຄັດຖະໝອນ ກຳມະການພັກເມືອງ, ຫົວໜ້າກອງບັນຊາການປ້ອງການຄວາມສະຫງົບເມືອງປາກທາ, ມີບັນດາທ່ານຄະນະຄູ-ອາຈານ, ຄະນະພັກ-ຄະນະບັນຊາ, ນັກສຶກສາ ແລະ ພະນັກງານນັກຮົບເຂົ້າຮ່ວມ.

ພິທີ ທ່ານ ພັທ ສົມຫວັງ ຈັນທະດາວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານນັກຮົມໃນເງືອນໄຂປະຈຸບັນເຊິ່ງໄດ້ຍົກໃຫ້ເຫັນເຖິງສະພາບຈຸດພິເສດຂອງຄະນະພັກຮາກຖານຂອງກອງບັນຊາການ ປກສ ເມືອງເປັນຕົ້ນ: ທາງດ້ານການເມືອງ-ແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນນຳພາ ແລະ ວິທີເຮັດວຽກ, ການປະຕິບັດພາລະບົດບາດ, ສິດ, ໜ້າທີຄວາມຮັບຜິດຊອບຂອງຄະນະພັກຮາກຖານ ຕິດພັບກັບວຽກງານວິຊາສະເພາະ.

ຈາກນັ້ນນັກສືກສາສາທິດສະດີໂຮງຮຽນການເມືອງ-ການປົກຄອງ ກໍ່ໄດ້ແລກປ່ຽນບົດຮຽນວຽກງານຕ່າງໆນຳຂະແໜງກການທີ່ກ່ຽວຂ້ອງຂອງກອງບັນຊາການ ປກສ ເມືອງຢ່າງກົງໄປກົງມາ, ທັງນີ້ກໍ່ເພື່ອເຮັດໃຫ້ນັກສືກສາທິດສະດີໂຮງຮຽນການເມືອງ-ການປົກຄອງ ເຂົ້າໃຈຕໍ່ກັບວຽກງານດັ່ງກ່າວ ແລະ ນຳເອົາຂໍ້ມູນໄປນຳໃຊ້ເຂົ້າໃນວຽກງານການຮຽນ-ການສອນເປັນບົດຮຽນໃນການສືກສາຢູ່ໃນໂຮງຮຽນຂອງຕົນ, ຈຸດປະສົງຂອງການພົບປະແລກປ່ຽນບົດຮຽນໃນຄັ້ງນີ້, ກໍ່ເພື່ອລົງເລິກໃນຫົວຂໍ້ວິຊາ ການກໍ່ສ້າງພັກ ຕິດພັນກັບການຈັດຕັ້ງປະຕິບັດວິຊາສະເພາະ ຂອງກອງບັນຊາການປ້ອງກັນຄວາມສະຫງົບເມືອງປາກທາ ແລະ ປະຕິບັດຕາມໂຄງການຫຼັກສູດການຮຽນການສອນທິດສະດີການເມືອງ-ການປົກຄອງລະບົບຂັ້ນກາງວາງອອກ, ສ້າງເງື່ອນໄຂ ໃຫ້ກັບນັກສຶກສາໄດ້ມີໂອກາດສົມທຽບຄວາມສອດຄ່ອງກົມກຽວລະຫວ່າງບົດຮຽນທີໄດ້ຮຽນມາກັບພຶດຕິກຳຕົວຈິງທີໄດ້ຈັດຕັ້ງປະຕິບັດຢູ່ທ້ອງຖິ່ນ, ທັງເຮັດໃຫ້ນັກສຶກສາເຊື່ອມຊຶມຢ່າງເລິກເຊິ່ງ ກ່ຽວກັບທິດສະດີ ແລະ ແນວທາງນະໂຍບາຍຂອງພັກ ທີ່ໄດ້ຮຽນມາ ຕິດພັນກັບພຶດຕິກໍາຕົວຈິງ, ທັງເປັນການເພີ່ມຕື່ມຄວາມຮູ້ ແລະ ຄວາມສາມາດ ໝູນໃຊ້ເຂົ້າໃນວຽກງານຕົວຈິງ ຢູ່ໃນກົມກອງຂອງຕົນ.

ພາບ-ຂ່າວ: ວັນະເດດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa